ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ການເມືອງກອງທັບ ປະກາດການແຕ່ງຕັ້ງຂັ້ນຮອງກົມ-ກອງ

     ໃນວັນທີ 2 ມິຖຸນາ 2021 ນີ້, ກົມໃຫຍ່ການເມືອງກອງທັບໄດ້ຈັດພິທີປະກາດການແຕ່ງຕັ້ງ ຂັ້ນຮອງກົມ ແລະ ຮອງຫົວໜ້າກອງ ໂດຍການເປັນປະ
ທານຂອງ ສະຫາຍ ພົນຕີ ວົງສອນ ອິນປານພິມ ຄະນະປະຈຳພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະນຳກົມໃຫຍ່,
ຄະນະພັກ-ຄະນະບັນຊາ ແລະ ຜູ້ຕາງໜ້າກົມ, ຫ້ອງການ, ກອງພ້ອມດ້ວຍພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.

     ສະຫາຍ ພັນໂທ ວົງເພັດ ວົງສະຫວັນ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າ
ດ້ວຍການແຕ່ງຕັ້ງຂັ້ນຮອງກົມຄື: ຕົກລົງແຕ່ງຕັ້ງສະຫາຍ ພັນໂທ ແສງອາລຸນ ແກ້ວສະຫວ່າງ ເປັນຮອງຫົວໜ້າກົມໂຄສະນາອົບຮົມກົມໃຫຍ່ການເມືອງກອງ
ທັບ, ສະຫາຍ ພັນໂທ ສີສຸພັນ ອິນສີມີໄຊ ເປັນຮອງຫົວໜ້າກົມປະກັນສັງຄົມກອງທັບ ແລະ ສະຫາຍ ພັນໂທ ຂັນທອງ ສຸວົງສາ ເປັນຮອງອຳນວຍການໂຮງ
ພິມກອງທັບ.

     ການປະກາດການແຕ່ງຕັ້ງຄັ້ງນີ້, ກໍເພື່ອເປັນການປະຕິບັດຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງໃໝ່) ໃນພາກທີ II ໝວດ
ທີ 4 ມາດຕາ ທີ 26 ວ່າດ້ວຍການແຕ່ງຕັ້ງ ແລະ ຍົກຍ້າຍນາຍທະຫານ ເຊິ່ງໃນການແຕ່ງຕັ້ງຄັ້ງນີ້ກໍ່ເປັນການປັບປຸງບູລະນະກົງຈັກການຈັດຕັ້ງນໍາພາ-ບັນຊາ
ໃນກຳລັງປະກອບອາວຸດ ໂດຍສະເພາະຢູ່ກົມໃຫຍ່ການເມືອງກອງທັບໃຫ້ເຂັ້ມແຂງ, ໜັກແໜ້ນຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ການເມືອງຂອງກົມກອງ
ໃນສະເພາະໜ້າ ແລະ ຍາວນານ.

     ໂອກາດດັ່ງກ່າວ, ສະຫາຍ ພົນຕີ ວົງສອນ ອິນປານພິມ ກໍໄດ້ໃຫ້ທິດຊີ້ນໍາຫຼາຍບັນຫາສຳຄັນຕໍ່ນາຍທະຫານທີ່ໄດ້ຮັບໜ້າທີ່ໃໝ່ໃນຄັ້ງນີ້, ໂດຍໄດ້ເໝັ້ນ
ໜັກ ໃຫ້ແຕ່ລະສະຫາຍຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ ແລະ ເສີມຂະຫຍາຍຄວາມເປັນແບບຢ່າງ, ຫົວຄິດ
ປະດິດສ້າງ, ປັບປຸງແບບແຜນວິທີນຳພາບັນຊາເພື່ອປັບປຸງ-ກໍສ້າງກົມກອງ ໃຫ້ເຂັ້ມແຂງ ໜັກແໜ້ນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 03/06/2021