ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທົ່ວໂລກ ມີຜູ້ຕິດເຊື້ອສະສົມທັງໝົດ 171,894,824 ຄົນ
ສ່ວນ ສປປ ລາວ ຜູ້ຕິດເຊື້ອສະສົມ ທັງໝົດ 1,934 ຄົນ

     ວັນທີ 02 ມີຖຸນາ 2021, ທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າກອງ
ເລຂາ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ປັດຈຸບັນ ການລະບາດທົ່ວ
ໂລກ ມີລາຍງານຜູ້ຕິດເຊື້ອສະສົມທັງໝົດ 171,894,824 ຄົນ (ໃໜ່ 428,250). ເສຍຊິວິດສະສົມ 3,575,074 ຄົນ (ໃໝ່ 9,931) ແລະ ປີ່ນປົວ
ຫາຍດີ 154,585,240 (ໃໝ່ 693,394) ຄົນ. ສຳລັບ 3 ອັນດັບ ປະເທດທີ່ມີຜູ້ຕິດເຊື້ອ ແລະ ເສຍຊິວິດຫຼາຍກວ່າໝູ່ໃນໂລກກໍ່ຍັງ ແມ່ນສະຫະລັດອາ
ເມລິກາ, ອິນເດຍ ແລະ ບຣາຊິນ. ບັນດາປະເທດທີ່ມີຊາຍແດນຕິດກັບ ສປປລາວ + ໄທ ກໍລະນີຕິດເຊື້ອສະສົມທັງໝົດ 162,022 ຄົນ (ໃໝ່ +2,230)
ເສຍຊິວີດສະສົມທັງໝົດ 1,069 ຄົນ (ໃໝ່ +38); + ມຽນມ້າ ກໍລະນີຕິດເຊື້ອສະສົມທັງໝົດ 143,751 ຄົນ (ໃໝ່ +122) ເສຍຊິວີດສະສົມທັງໝົດ
3,217 ຄົນ (ໃໝ່ 0); + ຈີນ ກໍລະນີຕິດເຊື້ອສະສົມທັງໝົດ 91,122 ຄົນ (ໃໝ່ +23) ເສຍຊິວີດສະສົມທັງໝົດ 4,636 ຄົນ (ໃໝ່ 0); + ກໍາປູເຈຍ
ກໍລະນີຕິດເຊື້ອສະສົມທັງໝົດ 30,710 ຄົນ (ໃໝ່ +616) ເສຍຊິວີດສະສົມທັງໝົດ 220 ຄົນ (ໃໝ່ +6); + ຫວຽດນາມ ກໍລະນີຕິດເຊື້ອສະສົມທັງໝົດ
7,572 ຄົນ (ໃໝ່ +251) ເສຍຊິວີດສະສົມທັງໝົດ 48 ຄົນ (ໃໝ່ +1); ສໍາລັບ ສປປ ລາວ ຮອດປັດຈຸບັນ ຈໍານວນຜູ້ຕິດເຊື້ອສະສົມ ທັງໝົດ 1,934
ກໍລະນີ (ໃໝ່ 05 ກໍລະນີ) ໃນນີ້ ຢູ່ນະຄອນຫຼວງວຽງຈັນ 04 ກໍລະນີ ແມ່ນກໍລະນີຕິດເຊື້ອໃນຊຸມຊົນ ແລະ ຈໍາປາສັກ 01 ກໍລະນີແມ່ນກໍລະນີນໍາເຂົ້າ. ຄົນ
ເຈັບເສຍຊີວິດ 03 ກໍລະນີ (ໃໝ່ 0) , ປີ່ນປົວຫາຍດີທັງໝົດ 1,637 ກໍລະນີ (ໃໝ່ 38) ແລະ ກໍາລັງປິ່ນປົວ 289 ກໍລະນີ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 03/06/2021