ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ປິດສົກຮຽນ 2016-2017

     ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ຈັດຕັ້ງພິທີປິດຜົນສຳເລັດການບຳລຸງ-ກໍ່ ສ້າງນາຍທະຫານບັນຊາ-ນຳພາ ແລະ ພາສາຕ່າງ
ປະເທດ ສົກປີ 2016-2017 ຂຶ້ນຢ່າງເປັນທາງການ ໃນວັນທີ 30 ມິຖຸນານີ້, ໂດຍແມ່ນ ທ່ານ ພົນຕີ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງ
ລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບເຂົ້າຮ່ວມເປັນປະທານ, ມີຄະນະພັກ-ຄະນະອຳນວຍການວິທະຍາຄານ, ຕາງ
ໜ້າສະຖາບັນກົມໂຮງຮຽນ, ພະນັກງານຄູ-ອາຈານ, ນັກສຶກສາ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.


ພົນຕີ ສຸວອນ ເລືອງບຸນມີ ເປັນປະທານປິດຜົນສຳເລັດການບຳລຸງ-ກໍ່ສ້າງນາຍທະຫານບັນຊາ-ນຳພາ ແລະ ພາສາຕ່າງປະເທດ ສົກປີ 2016-2017

     ພັນໂທ ປອ ສົງກາ ບຸນຄຸນ ຮອງຫົວໜ້າການທະຫານ ຫົວໜ້າກົມອົບຮົມກໍ່ສ້າງວິທະຍາຄານປ້ອງກັນ ຊາດ ໄກສອນ ພົມວິຫານ ໄດ້ຂຶ້ນຜ່ານບົດສະ
ຫຼຸບຕີລາຄາຜົນສຳເລັດໃນສົກຮຽນປີ 2016-2017, ເຊິ່ງຍົກໃຫ້ເຫັນວ່າ: ຕະຫຼອດໄລຍະການຮໍ່າຮຽນໃນສົກຮຽນນີ້ຄະນະພັກ-ຄະນະອຳນວຍການວິທະ
ຍາຄານໄດ້ຖືສຳຄັນໃນການສຶກສາອົບຮົມການເມືອງນຳພາແນວຄິດໃຫ້ພະນັກງານຄູ-ອາຈານ, ນັກຮຽນ-ນັກສຶກສາຢ່າງເປັນປົກກະຕິ ດ້ວຍຫຼາຍຮູບການ
ແລະ ເນື້ອໃນແຕກຕ່າງກັນ, ໂດຍຖືເອົາໜ້າທີ່ການເມືອງ ແລະ ຄວາມຮັບຜິດຊອບຕົວຈິງເປັນເງື່ອນໄຂ ແລະ ມາດຖານໃນການສຶກສາອົບຮົມ, ຫັນທຸກ
ການເຄື່ອນໄຫວວຽກງານ, ການດຳລົງຊີວິດ ແລະ ຄົ້ນຄວ້າຮ່ຳຮຽນເຂົ້າສູ່ລະບົບແບບແຜນ, ຄຸ້ມຄອງບໍລິຫານດ້ວຍຂໍ້ກຳນົດກົດລະບຽບ-ກົດໝາຍຂອງ
ລັດ, ຫຼັກການນໍາພາຂອງພັກ, ຊີ້ນຳຄຸ້ມຄອງ, ກວດກາຈັດຕັ້ງວຽກງານຮອບດ້ານຂອງວິທະຍາຄານ, ຄົ້ນຄວ້າຮໍ່າ ຮຽນເຝິກຝົນຫຼໍ່ຫຼອມຄຸນສົມບັດສິນທໍາ
ປະຕິວັດ, ທັດສະນະການອອກແຮງງານ, ຄູ-ອາຈານໄດ້ຖ່າຍທອດຄວາມຮູ້, ບາງບົດຮຽນພຶດຕິກຳ, ເປັນແບບຢ່າງທີ່ດີ, ຄົ້ນຄວ້າ, ສິດສອນແນະນຳ, ນຳພາ
ປະຕິບັດການຮຽນ-ການສອນດວ້ຍຄວາມຮັບຜິດຊອບ ແລະ ບັນລຸໄດ້ຈຸດປະສົງຄາດໝາຍທັງປະລິມານ ແລະ ຄຸນນະພາບ. ນັກສຶກສາລະບົບກໍ່ສ້າງໄລຍະ
ສັ້ນ 1 ປີມີຄື: ຍຸດທະບັ້ນຮົບ-ຍຸດທະສາດ ຊຸດທີ XIII, ທິດສະດີມາກ-ເລນິນ ຊຸດທີ IX, ການທະຫານກອງພັນໃຫຍ່ ຊຸດທີ II, ການເມືອງກອງພັນໃຫຍ່
ຊຸດ ທີ II ການທະຫານກອງພັນນ້ອຍ ຊຸດທີ II , ການເມືອງກອງພັນນ້ອຍ ຊຸດທີ II, ນັກສຶກສາລະບົບກໍ່ສ້າງຍາວນານມີຄື: ລະບົບປະລິນຍາໂທການທະ
ຫານ ຊຸດທີ XIII ລະບົບ 2 ປີ, ປະລິນຍາໂທການເມືອງ ຊຸດທີ XIII ລະບົບ 2 ປີ, ພາສາຫວຽດນາມຊັ້ນສູງ ຊຸດທີ IV ລະບົບ 3 ປີ, ພາສາອັງກິດຊັ້ນສູງ
ຊຸດທີ X ລະບົບ 3 ປີ ແລະ ນັກສຶກສາບໍາລຸງມີ: ບໍາລຸງວຽກງານປ້ອງກັນພາຍໃນ ຊຸດທີ III ລະບົບ 5 ເດືອນ, ບໍາລຸງພາສາອັງກິດ ຊຸດທີ X ລະບົບ 1 ປີ
ຈາກນັ້ນກໍໄດ້ມອບໃບຍ້ອງຍໍຜູ້ ທີ່ຮຽນເກັ່ງ ແລະ ມີຜົນງານຈໍານວນໜຶ່ງ ແລະ ມອບໃບປະກາສະນິຍະບັດໃຫ້ນັກສຶກສາຈຳນວນ 242 ສະຫາຍ.

     ໂອກາດນີ້, ທ່ານ ພົນຕີ ສຸວອນ ເລືອງບຸນມີ ກໍໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານພົ້ນເດັ່ນທີ່ວິທະຍາຄານ
ແລະ ນັກສຶກສາຍາດມາໄດ້ໃນການຮຽນ-ການສອນໃນຄັ້ງນີ້, ພ້ອມທັງ, ໄດ້ເນັ້ນໜັກໃຫ້ນັກສຶກສາທີ່ສຳເລັດການຮຽນໃນສົກຮຽນນີ້ ຈົ່ງພ້ອມກັນນຳເອົາ
ບົດຮຽນວິຊາຄວາມຮູ້ທີ່ມີໝູນໃຊ້ເຂົ້າໃນການບັນຊາ-ນຳພາຈັດຕັ້ງຜັນຂະຫຍາຍຢູ່ກົມກອງຂອງຕົນໃຫ້ເກີດດອກອອກຜົນ, ພ້ອມກັນເຊີດຊູນ້ຳໃຈສາມັກ
ຄີເປັນປຶກແຜ່ນແໜ້ນໜາພາຍໃນກົມກອງປະຕິບັດຫຼັກການນຳພາຂອງພັກ, ມີປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ ພ້ອມທັງເອົາໃຈໃສ່ປະຕິບັດຂໍ້ກຳນົດ
ກົດລະບຽບຂອງກອງທັບ ກໍຄືກົມກອງວາງອອກຢ່າງເຂັ້ມງວດເພື່ອພ້ອມກັນເຮັດສຳເລັດໜ້າທີ່ການເມືອງຕາມການຈັດຕັ້ງມອບໝາຍໃຫ້ ແລະ ດຳລົງຊີວິດ
ໃນສັງຄົມດ້ວຍຄວາມປອດໃສຂາວສະອາດຖືກຕ້ອງຕາມກົດໝາຍບ້ານເມືອງ ແລະ ນຳພາກົມກອງກ້າວຂຶ້ນເປັນກອງປອດໃສ ປອດໄພ ປອດຄະດີ ແລະ
ກ້າວເຂົ້າສູ່ແບບແຜນທັນສະໄໝ.