ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເສນາທິການກອງທັບ ສະຫຼຸບຖອດຖອນບົດຮຽນຂະບວນການ
ກໍ່ສ້າງກອງຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານປະຈຳປີ 2017

     ໃນວັນທີ 29 ມິຖຸນາ 2018 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ຈັດຕັ້ງກອງປະຊຸມສະຫຼຸບຖອດຖອນບົດຮຽນຂະບວນການກໍ່ສ້າງກອງຮາກຖານ
ເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ ປະຈໍາປີ 2017, ໂດຍ ການເຂົ້າຮ່ວມເປັນປະທານຂອງ ທ່ານ ພົນຕີ ຈັນທອງ ສອນຕະອາດ ກຳມະການຄະນະພັກ
ກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາສະຫາຍຄະນະນໍາກົມໃຫຍ່, ກົມຈັດຕັ້ງພັກ, ບັນດາກົມກອງຮາກຖານທົ່ວ
ອົງການກົມໃຫຍ່ເສນາທິການກອງທັບເຂົ້າຮ່ວມ.


ພົນຕີ ຈັນທອງ ສອນຕະອາດ ເປັນປະທານກອງປະຊຸມສະຫຼຸບຖອດຖອນບົດຮຽນຂະບວນການ
ກໍ່ສ້າງກອງຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ ປະຈໍາປີ 2017

     ພັນເອກ ກອງແກ້ວ ວໍລະຈິດ ຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານບົດສະຫຼຸບສັງຮວມຜົນໄດ້ຮັບຂອງການກໍ່ສ້າງກອງຮາກ
ຖານເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານທົ່ວກົມໃຫຍ່ເສນາທິການປະຈໍາປີ 2017 ພ້ອມທັງຜ່ານທິດທາງແຜນການສ້າງໜ່ວຍພັກປອດໃສ ເຂັ້ມແຂງ
ໜັກແໜ້ນ ປະຈໍາປີ 2018, ເຊິ່ງໄດ້ຍົກໃຫ້ເຫັນຜົນງານ ແລະ ບົດຮຽນທີ່ຖອດຖອນໄດ້, ເປັນຕົ້ນແມ່ນບັນດາຄະນະພັກ-ໜ່ວຍພັກ ແລະ ສະມາຊິກພັກ,
ໄດ້ເປັນເອກະພາບສູງໃນການຈັດຕັ້ງຜັນຂະຫຍາຍມະຕິຂອງຄະນະພັກກະຊວງປ້ອງກັນປະເທດວ່າດ້ວຍການຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານ
ແລະ ມະຕິຂອງຄະນະພັກກົມໃຫຍ່ເສນາທິການກ່ຽວກັບການປັບປຸງກໍ່ສ້າງກອງຮາກຖານ, ເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ, ຕິດພັບກັບຂະບວນ
ການກໍ່ສ້າງກອງ 3 ປອດ ແລະ ກອງວັດທະນະທໍາ, ເຊິ່ງສະແດງອອກໃນປີ 2017 ມີຄະນະພັກຮາກຖານແຂງ-ຮູ້ນໍາພາຮອບດ້ານ 14 ຄະນະ, ກອງຮາກຖານ
ເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານມີ 100 ໜ່ວຍ ແລະ ມີສະມາຊິກພັກແຂງ, ຮູ້ນໍາພາຮອບດ້ານ 2.382 ສະຫາຍ, ຍິງ 432 ສະຫາຍ, ສະມາຊິກພັກ
ແຂງ 491 ສະຫາຍ, ຍິງ 210 ສະຫາຍ, ກາງ 46 ສະຫາຍ, ຍິງ 29 ສະຫາຍ, ກົມໃຫຍ່ເສນາທິການສາມາດສ້າງໄດ້ກອງປອດໃສ, ເຂັ້ມແຂງ, ໜັກແໜ້ນ
81,4% ລື່ນຄາດໝາຍທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ 11,4%, ໂອກາດນີ້ ກອງປະຊຸມກໍໄດ້ມອບໃບຢັ້ງຢືນໃຫ້ບັນດາຫົວໜ່ວຍກົມກອງ
ທີ່ໄດ້ຮັບຮອງເປັນກອງຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານໃນຄັ້ງນີ້ 114 ກົມກອງ ໂດຍການກ່າວມອບຂອງ ທ່ານ ພົນຕີ ຈັນທອງ ສອນຕະ
ອາດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບຢ່າງສົມກຽດ ພ້ອມກັນນັ້ນໄດ້ເປັນກົມກອງຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ 13 ຄັ້ງຕິດ
ຕໍ່ກັນມີ 3 ກົມກອງ-ໜ່ວຍພັກ, 12 ຄັ້ງຕິດຕໍ່ກັນມີ 1 ກົມກອງ-ໜ່ວຍພັກ, 10 ຄັ້ງມີ 18 ກົມກອງ-ໜ່ວຍພັກ, 8 ຄັ້ງມີ 9 ກົມກອງ-ໜ່ວຍພັກ, 7 ຄັ້ງມີ
1 ກົມກອງ-ໜ່ວຍພັກ, 6 ຄັ້ງມີ 19 ກົມກອງ-ໜ່ວຍພັກ, 5 ຄັ້ງມີ 4 ກົມກອງ-ໜ່ວຍພັກ, 4 ຄັ້ງມີ 4 ກົມກອງ-ໜ່ວຍພັກ, 3 ຄັ້ງມີ 32 ກົມກອງ-ໜ່ວຍ
ພັກ, 2 ຄັ້ງມີ 11 ກົມກອງ-ໜ່ວຍພັກ ແລະ ຮັບຮອງໃໝ່ ຈຳນວນ 12 ກົມກອງ-ໜ່ວຍພັກ, ມອບໃບຍ້ອງຍໍກະຊວງປ້ອງກັນປະເທດ 36 ກົມກອງ ແລະ
ມອບໃບຍ້ອງ ຍໍກົມໃຫຍ່ການເມືອງກອງທັບຈຳນວນ 11 ກົມກອງຢ່າງສົມກຽດ.

     ໂອກາດນີ້ ທ່ານ ພົນຕີ ຈັນທອງ ສອນຕະອາດ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານທີ່ຍາດມາໄດ້ ເຊິ່ງໄດ້ມາຈາກການບຸກບືນສູ້ຊົນ
ແລະ ຄວາມຕັດສິນໃຈຂອງຄະນະພັກ-ຄະນະບັນຊາ, ບັນດາກົມກອງ. ທ່ານຍັງໄດ້ຮຽກຮ້ອງໃຫ້ພ້ອມກັນສຶບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ, ນຳພາ
ແນວຄິດໃຫ້ແກ່ຖັນແຖວພະນັກງານ, ສະມາຊິກພັກ, ນັກຮົບໃຫ້ມີຄວາມໜັກແໜ້ນເຂັ້ມແຂງຂຶ້ນກວ່າເກົ່າ, ສືບຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມ
ສະຫງົບ, ຫັນລົງກໍ່ສ້າງຮາກຖານການເມືອງສົມທົບກັບອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນອ້ອມຂ້າງບ່ອນກົມກອງຕັ້ງທັບ, ສຶບຕໍ່ເອົາກຳລັງປັບປຸງ
ແລະ ກໍ່ສ້າງອົງການທີ່ເປັນເສນາທິການໃຫ້ແກ່ຄະນະພັກທຸກຂັ້ນມີຄຸນນະພາບເພື່ອບັນລຸ 4 ບຸກທະລຸ ທີ່ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ 5 ບຸກ
ທະລຸ ທີ່ກອງປະຊຸມຄັ້ງທີ IV ຂອງອົງຄະນະພັກະຊວງປ້ອງກັນປະເທດ ແລະ ມະຕິກອງປະຊຸມ ໃຫຍ່ຄັ້ງທີ V ຂອງຄະນະພັກກົມໃຫຍ່ເສນາທິການກອງທັບ
ວາງອອກໃຫ້ປະກົດຜົນເປັນຈິງ.