ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະປະຕິບັດງານພິເສດລັດຖະບານ ລາວ ແລະ ຫວຽດນາມ ສືບຕໍ່ຮ່ວມ
ຊອກຫາຮ່າງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ


ຄະນະປະຕິບັດງານພິເສດລັດຖະບານ ລາວ ແລະ ຫວຽດນາມ ລົງນາມເຊັນບົດບັນທຶກຊ່ວຍຈຳຄັ້ງທີ XXIV

     ປະຕິບັດຕາມບົດບັນທຶກກອງປະຊຸມສາມັນຄັ້ງທີ XXIII ລະຫວ່າງຄະນະປະຕິບັດງານພິເສດລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຄະ
ນະປະຕິບັດງານພິເສດລັດຖະບານ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ໃນວັນທີ 2 ກໍລະກົດ 2019 ນີ້, ຢູ່ທີ່ແຂວງ ຫຼວງພະບາງ ສປປ ລາວ ໄດ້ດຳເນີນກອງ
ປະຊຸມສາມັນຄັ້ງທີ XXIV ຂຶ້ນ ລະຫວ່າງຄະນະປະຕິບັດງານພິເສດລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຄະນະປະຕິບັດງານພິເສດລັດຖະ
ບານ ແຫ່ງ ສາທາລະນະລັດສັງ ຄົມນິຍົມຫວຽດນາມ ວ່າດ້ວຍການສືບຕໍ່ຊອກຫາ, ທ້ອນໂຮມ, ເຄື່ອນຍ້າຍຮ່າງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ
ທີ່ເສຍສະຫຼະຊີວິດໃນສະໄໝສົງຄາມຢູ່ລາວ.

     ຄະນະຜູ້ແທນປະຕິບັດງານພິເສດລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ນຳໂດຍ ສະຫາຍ ພົນຕີ ປອ ທອງລອຍ ສີລິວົງ ກຳມະການສູນກາງ
ພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ຫົວໜ້າຄະນະປະຕິບັດງານພິເສດລັດຖະບານ ສປປ ລາວ, ຝ່າຍຄະນະຜູ້ ແທນປະຕິ
ບັດງານພິເສດລັດຖະບານຫວຽດນາມ ນຳໂດຍ ສະຫາຍ ພົນໂທ ເລ ຈຽມ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະປະຕິບັດງານ
ພິເສດລັດຖະບານ ສສ ຫວຽດນາມ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ.

     ສະຫາຍ ພົນຕີ ປອ ທອງລອຍ ສີລິວົງ ໄດ້ກ່າວມີຄຳເຫັນຕໍ່ພິທີພົບປະສອງຝ່າຍວ່າ: ຂ້າພະເຈົ້າ ພ້ອມດ້ວຍຄະນະປະຕິບັດງານພິເສດລັດຖະບານ ສປປ ລາວ ມີຄວາມ
ປິຕິຊົມຊື່ນເປັນຢ່າງຍິ່ງ ແລະ ເປັນກຽດຢ່າງສູງທີ່ໄດ້ຕ້ອນຮັບ ສະຫາຍ ພົນໂທ ເລ ຈຽມ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າປະຕິ
ບັດງານພິເສດລັດຖະບານ ສສ ຫວຽດນາມ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາເຂົ້າຮ່ວມກອງປະ ຊຸມໃນຄັ້ງນີ້ ເຊິ່ງໄດ້ນຳເອົາຄວາມສາມັກຄີພິເສດທີ່ສະໜິດສະໜົມອົບ
ອຸ່ນໄມຕີຈິດມິດຕະພາບອັນດູດດື່ມຖານ ສະຫາຍອ້າຍນ້ອງມາສູ່ຄະນະປະຕິບັດງານພິເສດລັດຖະບານລາວ ເປັນການປະກອບສ່ວນອັນສຳຄັນເຂົ້າໃນການເພີ່ມທະວີສາຍ
ພົວພັນມິດຕະພາບຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກສອງລັດ ສອງກອງທັບ ແລະ ປະຊາຊົນສອງຊາດໃຫ້ເລິກເຊິ່ງຈະເລີນງອກງາມ
ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງຕະຫຼອດໄປ.

     ໃນການຮ່ວມມືລະຫວ່າງສອງຄະນະປະຕິບັດງານພິເສດ ລາວ-ຫວຽດນາມ ໃນໄລຍະຜ່ານມາແມ່ນສາມາດຍາດໄດ້ຜົນສຳເລັດຕາມລະດັບຄາດໝາຍ ແລະ ມີປະ
ສິດທິຜົນສູງ ເຊິ່ງທັງສອງຝ່າຍໄດ້ປະສານສົມທົບຢ່າງ ແໜ້ນແຟ້ນໃນການຊີ້ນຳບັນດາອຳນາດການປົກຄອງທ້ອງຖິ່ນແຕ່ລະຂັ້ນ ແລະ ພໍ່ແມ່ປະຊາຊົນ ສະເພາະລະດູ ແລ້ງ
2018 - 2019 ສາມາດຂຸດຄົ້ນໄດ້ 230 ຮ່າງອັດຖິ ເຖິງແມ່ນວ່າຈໍານວນດັ່ງກ່າວຈະຂາດຂໍ້ມູນທີ່ຊັດເຈນຢູ່ເຂດທຸລະກັນດານຫ່າງໄກສອກຫຼີກ ແຕ່ທັງສອງຝ່າຍກໍຍັງ
ສາມາດຍາດໄດ້ຜົນງານທີ່ໜ້າຍ້ອງຍໍ ແລະ ຊົມ ເຊີຍເປັນຢ່າງຍິ່ງ ທັງສອງຝ່າຍກໍໄດ້ຈັດຕັ້ງພິທີມອບຮັບຢ່າງສົມກຽດຖືກຕ້ອງສອດຄ່ອງກັບຮີດຄອງປະເພນີຂອງປະຊາຊົນ
ທັງສອງຊາດ.

     ສຳລັບທິດທາງໃນການຮ່ວມມືປະຈຳສົກລະດູແລ້ງ 2019-2020 ແມ່ນຈະໄດ້ສືບຕໍ່ໃນການປະສານສົມທົບການຊີ້ນຳຊອກຫາທ້ອນໂຮມເຄື່ອນຍ້າຍອັດຖິທະຫານອາ
ສາສະໝັກ ແລະ ຊ່ຽວຊານຫວຽດນາມຈົນຮອດຍາມບໍ່ມີຂໍ້ມູນກ່ຽວກັບຂຸມຝັງສົບຜູ້ທີ່ເສຍສະຫຼະຊີວິດ, ຍູ້ແຮງໃນການຊີ້ນຳໂຄສະນາຂົນຂວາຍພໍ່ແມ່ປະຊາຊົນແຕ່ລະຊັ້ນ
ຄົນຂອງສອງປະເທດໃນການເຂົ້າຮ່ວມຕອບສະໜອງຂໍ້ມູນກ່ຽວກັບອັດຖິຜູ້ທີ່ເສຍສະຫຼະຊີວິດ, ສອງຝ່າຍຊີ້ນຳອົງການປະຈຳການຂອງແຕ່ລະຝ່າຍໃນການເປັນເສນາທິການ
ຢ່າງຕັ້ງໜ້ານຳສະເໜີເນື້ອໃນວິທີແກ້ ໄຂຊຸກຍູ້ວຽກງານຊອກຫາທ້ອນໂຮມອັດຖິຜູ້ທີ່ເສຍສະຫຼະຊີວິດ ແລະ ອື່ນໆອີກ.

     ພາຍຫຼັງສຳເລັດການພົບປະສອງຝ່າຍຄະນະທັງສອງຍັງໄດ້ລົງນາມເຊັນບົດບັນທຶກຊ່ວຍຈຳຄັ້ງທີ XXIV ແລະ ຄະນະປະຕິບັດງານພິເສດລັດຖະບານ ສສ ຫວຽດນາມ
ໄດ້ມອບຮ່ວງເງິນສະໜັບສະໜູນວຽກງານດັ່ງກ່າວໃຫ້ຄະນະຝ່າຍລາວຈຳນວນໜຶ່ງເພື່ອຮັບໃຊ້ເຂົ້າໃນວຽກງານດັ່ງກ່າວໃຫ້ໄດ້ຮັບຜົນສໍາເລັດຕາມແຜນການ. ໃນໄລຍະ
ເຮັດວຽກຢູ່ ສປປ ລາວ ຄະນະປະຕິບັດງານພິເສດລັດຖະບານ ສສ ຫວຽດນາມ ຍັງໄດ້ຢ້ຽມຢາມກອງບັນຊາການທະຫານແຂວງຫຼວງພະບາງ ແລະ ສະຖານທີ່ທ່ອງທ່ຽວ
ຢູ່ຫຼວງພະບາງອີກຈຳນວນໜຶ່ງ.