ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເສນສທິການກອງທັບ ຈັດກອງປະຊຸມສ່ອງແສງວຽກງານຮອບດ້ານປະຈຳໄຕມາດ 2


     ໃນວັນທີ 30 ມິຖຸນາ 2020 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ຈັດກອງປະຊຸມສ່ອງແສງ ວຽກງານຮອບດ້ານປະຈຳໄຕມາດ 2 ຂຶ້ນຢູ່ທີ່ສະໂມສອນໂຄງການສື່
ສານຮັບໃຊ້ການນຳ ພາຍໃຕ້ການເປັນປະທານຂອງ ສະຫາຍ ພົນຕີ ປະສິດ ທ່ຽງທຳ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຄະນະປະຈຳພັກກົມ ໃຫຍ່ເສນາທິການ
ກອງທັບ, ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບ, ມີສະຫາຍ ພັນເອກ ສຸບັນ ພັນທະວີ ເລຂາຄະນະພັກ, ຫົວໜ້າໂຄງການສື່ສານ, ຮັບໃຊ້ການນຳ, ມີບັນດາສະຫາຍ
ເລຂາຄະນະພັກ ແລະ ຄະນະພັກຄະນະບັນຊາອ້ອມຂ້າງກົມໃຫຍ່ເສນາທິການເຂົ້າຮ່ວມ.

     ກອງປະຊຸມໃນຄັ້ງນີ້ຕາງໜ້າ ແຕ່ລະພາກສ່ວນໄດ້ຂຶ້ນສະເໜີສະພາບຈຸດພິເສດພາຍໃນກົມກອງ ຂອງຕົນໂດຍສະເພາະວຽກງານ ວິຊາສະເພາະ, ວຽກງານການເມືອງ-
ນຳພາແນວຄິດ ໂດຍໄດ້ຈັດຕັ້ງປະຕິບັດເຊື່ອມຊຶມກຳແໜ້ນ ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ສຸມໃສ່ວຽກງານການເມືອງ-ນຳພາແນວຄິດ, ເສີມຂະ
ຫຍາຍຂະບວນ ການກໍ່ສ້າງກົມກອງເຂັ້ມແຂງ ໜັກແໜ້ນ, ກອງປອດໃສ, ປອດໄພ, ປອດຄະດີ ແລະ ຊຸກຍູ້ຂະບວນກີລາ-ສິລະປະ-ວັນນະຄະດີ, ອອກແຮງງານເພີ່ມພູນ
ຜະລິດຜົນ, ເພື່ອຂໍ່ານັບຊົມເຊີຍວັນ ສຳຄັນປະຫວັດສາດຕ່າງໆຂອງຊາດ, ຂອງກອງທັບໃຫ້ເປັນຂະ ບວນຟົດຟື້ນທັງນີ້ກໍເພື່ອບູລະນະການຈັດຕັ້ງພັກຂັ້ນຮາກຖານ ທີ່ຂຶ້ນ
ກັບໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ, ປະຕິບັດລະບອບການ ດຳເນີນຊີວິດການເມືອງພາຍໃນພັກບໍ່ໃຫ້ຂາດ, ວຽກງານກວດກາປ້ອງກັນພັກໃຫ້ເປັນປົກກະຕິ ແລະ ພ້ອມ
ກັນຕ້ານປາກົດການ ຫຍໍ້ທໍ້ຕ່າງໆທີ່ຈະເກີດຂຶ້ນໃຫ້ທັນ ກັບເຫດການຕົວຈິງ. ນອກນັ້ນ, ທາງດ້ານວຽກງານພັກແມ່ນ ໃຫ້ເອົາໃຈໃສ່ໃນການປັບປຸງຂະຫຍາຍພັກ, ຕີລາຄາ
ແບ່ງປະເພດ ສະມາຊິກພະນັກງານໃຫ້ໄດ້ຄຸນນະພາບສູງ.

     ໂອກາດນີ້ ສະຫາຍ ພົນຕີ ປະສິດ ທ່ຽງທຳ ໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ຈົ່ງສືບຕໍ່ກຳແໜ້ນເຊື່ອມຊຶມ, ມະຕິ ຄຳສັ່ງ, ເນື້ອ
ໃນຈິດໃຈໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ຂອງກົມກອງວາງອອກ, ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານສະມາຊິກພັກ, ນັກຮົບ
ຢ່າງເປັນປົກກະຕິ, ຄຽງຄູ່ກັນ ນັ້ນຕ້ອງເປັນເຈົ້າການປົກປັກຮັກສາພາຫະນະ, ວັດຖຸບໍ່ໃຫ້ຕົກເຮ່ຍເສຍຫາຍ, ເອົາໃຈໃສ່ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ ການເມືອງຂອງ
ຕົນເຮັດວຽກ ເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ ແລະ ເພີ່ມທະວີຄວາມສາມັກຄີໃຫ້ແໜ້ນແຟ້ນ ພ້ອມກັນເຮັດສຳເລັດໜ້າທີ່ການເມືອງທີ່ການຈັດຕັ້ງມອບໝາຍໃຫ້.