ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈັດ​ງານ​ວາງສະ​ແດງຮູບພາບສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ
ປົດປ່ອຍປະຊາຊົນ ຈີນ ຄົບຮອບ 93 ປີ


     ວັນທີ 31 ກໍລະກົດ 2020 , ທີ່ຕຶກປິ່ນປົວ ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ເຊິ່ງເປັນ ຕຶກແຫ່ງສັນຍາລັກການຮ່ວມມືມິດຕະພາບລະຫວ່າງສອງກອງທັບ
ລາວ-ຈີນ, ສະຖານເອກອັກຄະລັດຖະທູດຈີນ ປະຈຳສປປ ລາວ ຈັດງານວາງສະແດງຮູບພາບສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນ ຈີນ ຄົບຮອບ 93 ປີ
(1 ສິງຫາ 1927-1 ສິງຫາ 2020), ໂດຍມີ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີ
ສະຫາຍ ຈ່ຽງ ຈາຍຕົງ ເອກອັກ ຄະລັດຖະທູດ ສປ ຈີນ ປະຈຳສປປ ລາວ, ມີ ສະຫາຍ ພັນເອກພິເສດ ເສີນ ຢົງຈີ້ງ ທີ່ປຶກສາທູດ ປ້ອງກັນຊາດ ສປ ຈີນ ປະຈໍາ ສປປ ລາວ
ພ້ອມດ້ວຍຕາງໜ້ານາຍ ແລະ ພົນທະຫານຈາກສອງກອງທັບ ລາວ-ຈີນ ເຂົ້າຮ່ວມ.

     ສະຫາຍ ພັນເອກພິເສດ ເສີນ ຢົງຈີ້ງ ໄດ້ກ່າວວ່າ: ການຈັດງານວາງສະແດງຮູບພາບໃນຄັ້ງນີ້, ເພື່ອສົ່ງເສີມຄວາມເຂົ້າໃຈ, ມິດຕະພາບ ແລະ ການຮ່ວມມືລະຫວ່າງ
ຈີນ-ລາວ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ເຊິ່ງປະກອບມີການວາງສະແດງ 2 ພາກໃຫຍ່ຄື: ພາກທີ 1 ແມ່ນຮູບພາບການເຄື່ອນໄຫວໄລຍະ 1 ປີ ຜ່ານມາ ຂອງ ກອງທັບປົດປ່ອຍ
ປະຊາຊົນ ຈີນ ພາຍໃຕ້ການຊີ້ນໍາໆພາຂອງສູນກາງພັກຄອມມູນິດ ຈີນ ທີ່ຖືເອົາ ທ່ານ ສີ ຈີ້ນຜີງ ເປັນແກນນໍານັ້ນໄດ້ເນັ້ນໃສ່ການສ້າງ ກອງທັບໃຫ້ເຂັ້ມແຂງຕາມສີສັນພິ
ເສດຂອງຈີນ ແລະ ຍາດໄດ້ຜົນສໍາເລັດຢ່າງຍິ່ງໃຫ່ຍເປັນກ້າວໆມາ, ສ່ວນພາກທີ 2 ແມ່ນສະແດງໃຫ້ເຫັນເຖິງການເອົາໃຈໃສ່ ແລະ ຊີ້ນໍາຂອງການນໍາສູງສຸດລະຫວ່າງສອງ
ພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ ຈີນ-ລາວ, ລາວ-ຈີນ, ສອງກອງທັບຈີນ-ລາວ ໄດ້ເສີມຂະຫຍາຍການພົວພັນຮ່ວມມືໃນທຸກລະດັບ ເພື່ອຮັດແໜ້ນ
ມູນເຊື້ອຄວາມສາມັກຄີ, ສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນພ້ອມທັງລົງເລິກການຮ່ວມມືຕົວຈິງໃນທຸກຂະແໜງການ, ປະກອບສ່ວນເຂົ້າໃນການປົກປັກຮັກສາ
ການກໍ່ສ້າງຄູ່ຮ່ວມຊະຕາກຳຈີນ-ລາວ , ລາວ-ຈີນ ແລະ ການປົກປັກຮັກສາສັນຕິພາບ, ສະຖຽນລະພາບໃນພາກພື້ນ ແລະ ສາກົນ. ພາຍຫຼັງເກີດການລະບາດຂອງພະຍາດ
ໂຄວິດ-19 ສອງກອງທັບ ຈີນ-ລາວ ໄດ້ເດັດດ່ຽວຈັດຕັ້ງປະຕິບັດຢ່າງເຂັ້ມງວດດ້ານມາດຕະການປ້ອງກັນຕ່າງໆຜ່ານໂທລະສັບລະຫວ່າງການນໍາສູງສຸດຂອງ ຈີນ ແລະ
ລາວ, ພ້ອມທັງດໍາເນີນການເຄື່ອນໄຫວຢ່າງວ່ອງໄວ ແລະ ປະສານສົມທົບຢ່າງໃກ້ຊິດ, ສະໜັບສະໜູນ, ຮ່ວມມືກັນປ້ອງກັນ ແລະ ສະກັດກັ້ນພະຍາດ ໂຄວິດ-19 ເຊິ່ງໄດ້
ເປັນແບບຢ່າງທີ່ດີໃຫ້ແກ່ການກໍ່ສ້າງປະຊາຄົມດ້ານສາທາລະນະສຸກຂອງມວນມະນຸດ. ປັດຈຸບັນພະຍາດ ໂຄວິດ-19 ໄດ້ແຜ່ລະບາດໄປທົ່ວໂລກ ແລະ ຍັງບໍ່ສາມາດແກ້ໄຂ
ໄດ້ກອງທັບຈີນ ໄດ້ເຫັນດີເຫັນພ້ອມກັບກອງທັບປະຊາຊົນລາວ ອ້າຍນ້ອງສືບຕໍ່ຮ່ວມມືກັນຄວບຄຸມພະຍາດນີ້ ເພື່ອປົກປ້ອງສຸຂະພາບຂອງປະຊາຊົນ ສອງຊາດ ແລະ ສອງ
ກອງທັບໃຫ້ມີຄວາມປອດໄພ. ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ກ່າວວ່າ: ສອງຊາດ ລາວ-ຈີນ ມີສາຍພູສາຍນໍ້າຕິດຈອດກັນ, ເປັນບ້ານໃກ້ເຮືອນຄຽງທີ່
ດີ, ເພື່ອນມິດທີ່ດີ, ສະຫາຍ ທີ່ດີ ແລະ ຄູ່ຮ່ວມມືທີ່ດີ.ສະຫາຍ ສີ ຈິ້ນຜີງ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປຈີນ ແລະ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການ
ໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຮ່ວມກັນລົງນາມແຜນແມ່ບົດໃນການສ້າງປະຊາຄົມຄູ່ຮ່ວມຊະຕາກໍາ ລາວ - ຈີນ ໃນເດືອນເມສາ ປີ 2019, ນີ້ໄດ້ສະແດງ
ໃຫ້ເຫັນວ່າການພົວພັນລາວ-ຈີນໄດ້ເຂົ້າສູ່ໄລຍະໃໝ່, ມັນບໍ່ພຽງເເຕ່ສອດຄ່ອງກັບຜົນປະໂຫຍດອັນພື້ນຖານ ແລະ ຄວາມມຸ້ງມາດປາດຖະໜາຮ່ວມກັນຂອງສອງພັກ,
ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດເທົ່ານັ້ນ, ແຕ່ຍັງມີຜົນດີຕໍ່ສັນຕິພາບ, ສະຖຽນລະພາບ, ການພັດທະນາຂອງພາກພື້ນນໍາອີກ. ພາຍໃຕ້ການຊີ້ນໍາ-ນໍາພາ
ຂອງສອງພັກ, ສອງລັດ ແລະ ຜູ້ນໍາຂັ້ນສູງຂອງສອງປະເທດ, ກໍາລັງປະກອບອາວຸດ ລາວ-ຈີນ, ຈີນ-ລາວ ໄດ້ຮັກສາ ແລະ ຖະນຸ ຖະໜອມສາຍພົວພັນມິດຕະພາບໄດ້ຢ່າງ
ເລິກເຊິ່ງ.

     ໂອກາດດຽວກັນນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະຊວງປ້ອງກັນ ປະເທດ ແລະ ທ່ານ ຈ່ຽງ ຈາຍຕົງ ເອກອັກຄະລັດຖະທູດ ສປ ຈີນ ປະ
ຈຳລາວ ພ້ອມດ້ວຍຄະນະສອງກອງທັບ ໄດ້ຮ່ວມກັນປູກຕົ້ນໄມ້ ເພື່ອເປັນສັນຍາລັກໃຫ້ແກ່ການເຄື່ອນໄຫວຮ່ວມກັນປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນພະຍາດ ໂຄ
ວິດ-19 ເຊິ່ງສະແດງເຖິງການຮ່ວມມືຂອງສອງປະເທດ ຕາມແນວທາງຂອງການເປັນຄູ່ຮ່ວມ ຊະຕາກໍາລາວ-ຈີນ ເພື່ອໃຫ້ເກີດດອກອອກຜົນຂຶ້ນເລື້ອຍໆ.