ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງປ້ອງກັນປະເທດ ອົດສະຕຣາລີ ມອບ​ອຸປະກອນ​ການ​ແພດ ​ໃຫ້ກະຊວງປ້ອງກັນປະເທດລາວ


ພິທີ​ມອບ​-ຮັບອຸປະກອນການແພດ

     ວັນທີ 2 ສິງຫາ 2021 ນີ້, ທ່ານ ໂພລ ແຄລີ ເອກອັກຄະລັດ ຖະທູດອົດສະຕຣາລີ ປະຈໍາ ສປປລາວ ໄດ້ຕາງໜ້າໃຫ້ ກະຊວງປ້ອງກັນປະເທດ ອົດ
ສະຕຣາລີ ນໍາເອົາອຸປະກອນການແພດເພື່ອປ້ອງກັນ ແລະ ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ມາມອບໃຫ້ ກະຊວງປ້ອງກັນປະເທດ ແຫ່ງ ສປປ
ລາວ ໂດຍການກ່າວ ຮັບຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ ພ້ອມດ້ວຍຄະ
ນະເຂົ້າຮ່ວມ.

     ສໍາລັບອຸປະກອນການແພດທີ່ນໍາມາມອບໃນຄັ້ງນີ້ປະກອບມີ: ເຄື່ອງຖ່າຍລັງສີ ( X-Ray ) ແບບເຄື່ອນທີ່ຈໍານວນ 2 ເຄື່ອງ, ເຄື່ອງດູດຂີ້ກະເທີ່
( 7A-23D ) ຈໍານວນ 5 ຊຸດ, ເຄື່ອງຕິດຕາມຄົນເຈັບໝັກ ( Trismed Vitapia 7000K ) ຈໍານວນ 5 ຊຸດ, ເຄື່ອງວັດແທກຫົວໃຈ ( Suzuken
kenz Czrdico 306 ) ຈໍານວນ 5 ຊຸດ, ເຄື່ອງວັດແທກອົກຊີ ຈໍານວນ 5 ຊຸດ, ເຄື່ອງວັດແທກຄວາມດັນເລືອດແບບອັດຕະໂນມັດ ( TM-2657P )
ຈໍານວນ 5 ຊຸດ, ເຄື່ອງວັດແທກຄວາມດັນເລືອດແບບຮັດແຂນ ( BP-1307 ) ຈໍານວນ 20 ເຄື່ອງ, ລວມມູນຄ່າທັງຫມົດ 245.000 ໂດລາອົດສະ
ຕາລີ.

     ໂອກາດດັ່ງກ່າວ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ ທ່ານ ໂພລ ແຄລີ ກໍຄື ກະຊວງປ້ອງ
ກັນປະເທດ ອົດສະຕຣາລີ ທີ່ໃຫ້ການຊ່ວຍເຫຼືອອຸປະກອນການແພດແກ່ ກະຊວງປ້ອງກັນປະເທດລາວ ໃນໄລຍະທີ່ຜ່ານມາກໍຄືຄັ້ງນີ້, ພ້ອມທັງກ່າວວ່າຈະ
ນໍາເອົາອຸປະກອນການແພດດັ່ງກ່າວນີ້ໄປມອບຕໍ່ໃຫ້ບັນດາໂຮງໝໍຂອງກອງທັບ ເພື່ອໝູນໃຊ້ເຂົ້າໃນການປ້ອງກັນ ແລະ ຕ້ານການລະບາດຂອງ ພະຍາດໂຄ
ວິດ-19 ທີ່ກໍາລັງລະບາດໃນປັດຈຸບັນໃຫ້ເກີດປະໂຫຍດສູງສຸດ. ຈາກນັ້ນ, ກະຊວງປ້ອງກັນປະເທດລາວ ກໍໄດ້ມອບໃບກຽດຕິຄຸນໃຫ້ແກ່ ກະຊວງປ້ອງກັນ
ປະເທດ ອົດສະຕຣາລີ ອີກດ້ວຍ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 03/08/2021