ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການເລື່ອນຊັ້ນ ແລະ ທຽບຊັ້ນໃຫ້ນາຍທະຫານ ຢູ່ສານ-ອົງການໄອຍະການທະຫານພາກໃຕ້

     ພິທີປະກາດການເລື່ອນຊັ້ນ ແລະ ທຽບຊັ້ນໃຫ້ນາຍທະຫານຢູ່ສານທະຫານ ແລະ ອົງການໄອຍະການ ທະຫານພາກໃຕ້, ໄດ້ຈັດຂຶ້ນໃນ ວັນທີ 29 ກໍ
ລະກົດ 2022 ນີ້, ທີ່ສານທະຫານພາກໃຕ້ (ແຂວງຈຳປາສັກ), ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ບຸນເຫຼືອ ໄຊຍະເພັນ ຫົວໜ້າຫ້ອງການ
ເມືອງ ກົມໃຫຍ່ ການເມືອງກອງທັບ, ມີສະຫາຍ ພັນໂທ ຄອນສະຫວັນ ແກ້ວທອນ ຈັນຫົວໜ້າພະແນກພະນັກງານຫ້ອງການເມືອງ ກົມໃຫຍ່ການເມືອງ
ກອງທັບ ມີຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານ-ນາຍທະຫານທັງສອງອົງການ ແລະ ພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

     ສະຫາຍ ພັນໂທ ຄອນສະຫວັນ ແກ້ວທອນຈັນ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການເລື່ອນຊັ້ນ ແລະ ທຽບຊັ້ນໃຫ້ນາຍ
ທະຫານຢູ່ສານທະຫານ ແລະ ໄອຍະການທະຫານພາກໃຕ້ ໂດຍອີງຕາມກົດໝາຍນາຍທະຫານ ກອງທັບປະຊາຊົນລາວ ແລະ ອີງຕາມການຄົ້ນຄວ້າ ແລະ
ນໍາສະເໜີຂອງກົມໃຫ່ຍການເມືອງກອງທັບ, ໃນນັ້ນນາຍທະຫານສອງອົງການໄດ້ຮັບການເລື່ອນຊັ້ນ ແລະ ທຽບຊັ້ນຄື: ສານທະຫານ ພາກໃຕ້ເລື່ອນຊັ້ນ
ຮ້ອຍເອກຂຶ້ນ ພັນຕີ ຈໍານວນ 2 ສະຫາຍ, ເລື່ອນທຽບຊັ້ນຮ້ອຍໂທ ຂຶ້ນ ຮ້ອຍເອກ 3 ສະຫາຍ ແລະ ອົງການໄອຍະການທະຫານພາກໃຕ້ເລື່ອນຊັ້ນ ຮ້ອຍ
ເອກ ຂຶ້ນຊັ້ນ ພັນຕີ ຈໍານວນ 2 ສະຫາຍ.

     ສະຫາຍ ພົນຈັດຕະວາ ບຸນເຫຼືອ ໄຊຍະເພັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ໄດ້ຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບຊັ້ນໃໝ່ເອົາໃຈໃສ່ໃນວຽກງານສຶກສາ
ອົບຮົມການເມືອງ-ນໍາພາແນວຄິດ, ເພີ່ມທະວີຄວາມສາມັກຄີພາຍໃນ ໃຫ້ແໜ້ນແຟ້ນຮັບຜິດຊອບຕໍ່ໜ້າທີ່ການເມືອງໃຫ້ສູງຂຶ້ນຕື່ມ, ເອົາໃຈໃສ່ເຝິກຝົນ
ຫຼໍ່ຫຼອມຕົນເອງຢ່າງຮອບດ້ານປັບປຸງແບບແຜນວິທີນຳພາ-ບັນຊາ, ມີແບບແຜນວິທີເຮັດວຽກແບບວິທະຍາສາດ ແລະ ດໍາລົງຊີວິດການເປັນຢູ່ ໃຫ້ສອດຄ່ອງ
ກັບໜ້າທີ່ການເມືອງຂອງກົມກອງ ຢ່າງແທດເໜາະກັບສະພາບການຕົວຈິງ ເພື່ອປະກອບສ່ວນເຂົ້າໃນການປັບປຸງກໍ່ສ້າງກົມກອງ ໃຫ້ມີຄວາມໜັກແໜ້ນ
ເຂັ້ມແຂງ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 03/08/2022