ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວິທະຍາຄານພະລາທິການກອງທັບເປີດສົກຮຽນໃໝ່ 2018-2019

     ວິທະຍາຄານພະລາທິການກອງທັບໄດ້ຈັດພິທີເປີດສົກຮຽນໃໝ່ 2018-2019 ຂື້ນໃນວັນທີ 31 ສິງຫາ 2018 ນີ້, ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ພົນຕີ
ພູວົງ ວົງພົມ ກຳມະການຄະນະປະຈໍາພັກກະຊວງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີຕາງໜ້າ 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະ ເທດ, ກະຊວງປ້ອງ
ກັນຄວາມສະຫງົບ, ມະຫາວິທະຍາໄລແຫ່ງຊາດ, ບັນດາວິທະຍາຄານກອງທັບ, ວິທະຍາຄານປ້ອງກັນຄວາມສະຫງົບ, ໂຮງຮຽນ, ຄະນະພັກ-ຄະນະອຳນວຍການ ພ້ອມ
ດ້ວຍພະນັກງານຄູ-ອາຈານ, ນັກສືກສາ ແລະ ອຳນາດການປົກຄອງບ້ານອ້ອມຂ້າງເຂົ້າຮ່ວມ.


ພົນຕີ ພູວົງ ວົງພົມ ເຂົ້າຮ່ວມພິທີເປີດສົກຮຽນໃໝ່ 2018-2019 ຢູ່ວິທະຍາຄານພະລາທິການກອງທັບ

     ພັນໂທ ສອນທັນ ສຸວົງໄຊ ຄະນະພັກ-ຄະນະອຳນວຍການ ຫົວໜ້າຫ້ອງອົບຮົມວິທະຍາຄານພະລາທິ ການກອງທັບ ໄດ້ຂຶ້ນຜ່ານບົດລາຍງານ-ແຜນການອົບຮົມ
ກໍ່ສ້າງນາຍທະຫານພະລາທິການກອງທັບປະຈຳສົກ ຮຽນ 2018-2019 ເຊິ່ງມີນັກຮຽນ, ນັກສຶກສາທັງໝົດ 511 ສະຫາຍ, ມີຫ້ອງຮຽນ 21 ຫ້ອງຮຽນ, ມີ 8 ສາຂາວິຊາ,
ມີ 4 ລະບົບຄື: ມີລະບົບກໍ່ສ້າງປະລິນຍາຕີ 4 ປີ, ກໍ່ສ້າງຊັ້ນກາງ 2 ປີ, ກໍ່ສ້າງຊັ້ນສູງເລັ່ງລັດ 1 ປີ ແລະ ລະບົບບຳລຸງ 5 ເດືອນ ໃນນັ້ນມີນັກຮຽນນັກສຶກສາເກົ່າທີ່ເລື່ອນປີ
ຮຽນ ມີຈຳນວນ 211 ສະຫາຍ, ນັກສຶກສາເຂົ້າໃໝ່ຕາມຕົວເລກຂອງຂັ້ນເທິງ ມີຈຳນວນ 300 ສະຫາຍ ມີໜ້າຄົບບັນດານັກຮຽນ, ນັກສຶກສາເຫຼົ່ານີ້ແມ່ນມາຈາກບັນດາ
ອົງການ, ກົມກອງກໍາລັງຫຼວງ, ກຳລັງທ້ອງຖິ່ນ ແລະ ກໍາລັງປ້ອງກັນຄວາມສະຫງົບ, ເປົ້າໝາຍອົບຮົມ ແລະ ຈໍານວນພົນເຂົ້າຮັບການອົບຮົມກໍ່ສ້າງປະລິນຍາຕີ ລະບົບ 4 ປີ
ມີ 2 ສາຂາວິຊາຄື: ສາຂາວິຊາເສນາພະລາມີຈຳນວນ 30 ສະຫາຍ, ສາຂາວິຊາອຸປະໂພກ-ບໍລິໂພກມີຈຳນວນ 30 ສະຫາຍ, ກໍ່ສ້າງ ຊັ້ນກາງລະບົບ 2 ປີ ມີ 5 ສາຂາວິຊາ
ຄື: ສາຂາຂົນສົ່ງຈຳນວນ 20 ສະຫາຍ, ສາຂາວິຊາເຄຫາ ຈຳນວນ 20 ສະຫາຍ, ສາຂາວິຊາກະສິກຳຈຳນວນ 20 ສະຫາຍ, ສາຂາວິຊາເຊື້ອໄຟມີຈໍານວນ 20 ສະຫາຍ,
ສາຂາວິຊາປຸງແຕ່ງຈຳນວນ 30 ສະຫາຍ, ກໍ່ສ້າງຊັ້ນສູງເລັ່ງລັດລະບົບ 1 ປີ ມີ 3 ສາຂາວິຊາຄື: ສາຂາວິຊາຄື ສາຂາວິຊາເສນາພະລາຈຳນວນ 30 ສະຫາຍ, ສາຂາວິຊາ
ອຸປະໂພກ-ບໍລິໂພກຈຳນວນ 20 ສະຫາຍ, ສາຂາວິຊາການເງິນຈຳນວນ 20 ສະຫາຍ, ບຳລຸງລະບົບ 5 ເດືອນສາຂາວິຊາເສນາພະລາຈຳນວນ 60 ສະຫາຍ. ໃນການອົບ
ຮົມສິດສອນຂອງຄູ-ອາຈານແມ່ນຈະໄດ້ສົ່ງເສີມການຄົ້ນຄວ້າຮໍ່າຮຽນທາງດ້ານທິດສະດີ-ຫຼັກການໃຫ້ແທດເໝາະກັບຕົວຈິງສົມທົບກັບການຄົ້ນຄວ້າ, ສໍາລັບນັກສຶກສາ
ແມ່ນຖືເອົາການຮຽນດ້ວຍຕົນເອງເປັນຈຸດໜັກ ພ້ອມທັງເອົາການຄົ້ນຄວ້າ, ແລກປ່ຽນບົດຮຽນດ້ວຍຫຼາຍຮູບຫຼາຍແບບສົມທົບກັບການຂຶ້ນຫ້ອງສິດສອນຂອງຄູ-ອາຈານ
ບວກກັບການອະທິບາຍເນື້ອໃນ ແລະ ລົງທັດສະນະສຶກສາຕົວຈິງຢູ່ບັນດາຫົວໜ່ວຍກົມກອງໃຫ້ແທດເໝາະກັບສະພາບແວດລ້ອມ ທັງນີ້ກໍເພື່ອຂະຫຍາຍລະດັບຄວາມຮູ້
ຂອງນັກຮຽນ-ນັກສຶກສາໃຫ້ມີຄຸນນະພາບສູງຂຶ້ນ.

     ໃນໂອກາດນີ້, ທ່ານ ພົນຕີ ພູວົງ ວົງພົມ ໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະອຳນວຍການ, ພະນັກງານຄູ-ອາຈານ ແລະ ນັກຮຽນສຶກສາທົ່ວວິທະຍາຄານພະລາທິ
ການກອງທັບ ຈົ່ງພ້ອມກັນປະຕິບັດແຜນການ-ໂຄງການຫຼັກສູດການຮຽນ-ການສອນ ເພື່ອຮັບປະກັນໃຫ້ແກ່ການສິດສອນ-ອົບຮົມກໍ່ສ້າງນັກສຶກສາປະຈຳສົກຮຽນ 2018
2019 ນີ້ ຮັບປະກັນໃຫ້ຄູໄດ້ສອນດີນັກຮຽນເກັ່ງ, ການສິດສອນຕ້ອງໄດ້ປະສານສົມທົບແໜ້ນລະຫວ່າງທິດສະດີກັບການປະຕິບັດຕົວຈິງໄປພ້ອມກັນ. ບັນດາພະນັກງານ
ນັກຮົບຕ້ອງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ທີ່ໄດ້ຮັບມອບໝາຍ ແລະ ສຸມທຸກກຳລັງວັງຊາຂອງຕົນປະກອບສ່ວນປັບປຸງກໍ່ສ້າງວິທະຍາຄານພະລາທິການໃຫ້ເຕີບໃຫຍ່
ຂະຫຍາຍຕົວຂຶ້ນ ຈົ່ງເພີ່ມທະວີຄວາມເປັນເຈົ້າການໃນການເຝິກຝົນຫຼໍ່ຫຼອມຕົນເອງເອົາໃຈໃສ່ສຶກສາຄົ້ນຄວ້າຮໍ່າຮຽນໃຫ້ກາຍເປັນນັກຮຽນ-ນັກສຶກສາທີ່ດີເດັ່ນ, ກໍາແໜ້ນ
ທິດສະດີຫຼັກການເພື່ອໄປຈັດຕັ້ງຜັນຂະຫຍາຍຢູ່ໃນກົມກອງໃຫ້ປະກົດຜົນເປັນຈິງ.