ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກພລ ສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດແຜນຍຸດທະສາດ
ກໍ່ສ້າງກໍາລັງດ້ານການຈັດຕັ້ງ ແລະ ການປະກອບຈໍານວນພົນ


ສະຫາຍ ພົນຕີ ຄໍາເພັດ ສີຊານົນ ຫົວໜ້າກົມໃຫຍ່ພະລາທິການກອງທັບ ​ເປັນ​ປະທານ

     ວັນທີ 1 ກັນຍາ 2021 ນີ້, ກົມໃຫຍ່ພະລາທິການກອງທັບ (ກພລ) ໄດ້ສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດແຜນຍຸດທະສາດກໍ່ສ້າງກໍາລັງ
ດ້ານການຈັດຕັ້ງ ແລະ ການປະກອບຈໍານວນພົນ ໃນໄລຍະ 5 ປີຜ່ານມາ 2016-2020 ແລະ ວາງທິດທາງແຜນການ 5 ປີ ຕໍ່ໜ້າ 2021-2025, ໂດຍ
ການເປັນປະທານ ຂອງ ສະຫາຍ ພົນຕີ ຄໍາເພັດ ສີຊານົນ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະນໍາກົມໃຫຍ່ພະລາທິການ, ບັນດາກົມ, ຫ້ອງ
ການ, ວິທະຍາຄານການແພດກອງທັບ, ໂຮງໝໍບໍລິເວນ 101, 106 ກອງທັບ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

     ສະຫາຍ ພັນເອກ ສີທອງ ຖິ່ນສະຫວັນ ຫົວໜ້າກົມເສນາ-ພະລາ ກົມໃຫຍ່ພະລາທິການ ກອງທັບ ໄດ້ສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດແຜນ
ຍຸດທະສາດ ການກໍ່ສ້າງກໍາລັງດ້ານການຈັດຕັ້ງ ແລະ ການປະກອບຈໍານວນພົນ ຂອງກົມໃຫຍ່ພະລາທິການ ກອງທັບ ໃນໄລຍະ 5 ປີ ຜ່ານມາ, ໂດຍພາຍ
ໃຕ້ການຊີ້ນໍາ-ນໍາພາ ຂອງຄະນະພັກກະຊວງປ້ອງກັນປະເທດ, ອົງການກົມໃຫຍ່ພະລາທິການ ກອງທັບ ໄດ້ສຸມໃສ່ປັບປຸງໂຄງປະກອບການຈັດຕັ້ງຂອງບັນ
ດາຫົວໜ່ວຍອົງການ, ກົມກອງທີ່ຂຶ້ນກັບໃຫ້ໜັກແໜ້ນ, ເຂັ້ມແຂງຮອບດ້ານ ສາມາດເຮັດລ້ອນໜ້າທີ່ການເມືອງຂອງກົມກອງໄດ້ດີີຕະຫຼອດມາ, ໂດຍອີງ
ໃສ່ໂຄງປະກອບການຈັດຕັ້ງຕໍາແໜ່ງງານສະບັບປັບປຸງແຕ່ປີ 2016-2020 ເຊິ່ງໄດ້ຮັບການອະນຸມັດແລ້ວມີ 51 ຫົວໜ່ວຍການຈັດຕັ້ງ. ໃນນັ້ນ, ສ້າງຕັ້ງ
ຂຶ້ນໃໝ່ມີ 3 ຫົວໜ່ວຍກົມກອງຄື: ກອງຜະລິດກະສິກໍາເລກ 6 (ຄັງວຽງ), ໂຮງໝໍຄັງວຽງ 119 ແລະ ໂຮງງານຕັດຫຍິບເລກ 2, ໄດ້ປັບປຸງຊື່ກົມກອງ 2
ກອງຄື: ໂຮງເລື່ອຍໄມ້ ບ້ານເກີນ ປ່ຽນຊື່ມາເປັນ ກອງຜະລິດວັດສະດຸກໍ່ສ້າງ, ໂຮງງານໄມ້ສໍາເລັດຮູບປ່ຽນຊື່ມາເປັນ ກອງກໍ່ສ້າງສ້ອມແປງ. ນອກນັ້ນ, ມີ
ໂຄງຮ່າງການຈັດຕັ້ງອີກ 2 ຫົວ ໜ່ວຍກົມກອງຍັງຢູ່ໃນໄລຍະການປັບປຸງ, ສ່ວນ 2 ຫົວໜ່ວຍ ກົມກອງທີ່ໄດ້ສະເໜີສ້າງຕັ້ງຂຶ້ນໃໝ່ມີ: ກອງລ້ຽງສັດໃຫຍ່
ຢູ່ ເຊປຽນ ແລະ ກອງລ້ຽງສັດໃຫຍ່ຜາເຈຍ ແມ່ນຍັງຢູ່ໃນໄລຍະການ ປັບປຸງຍົກລະດັບ ແລະ ຫັນເປັນຫົວໜ່ວຍກົມກອງ.

     ຕະຫຼອດໄລຍະ 5 ປີ ຜ່ານມາ, ກົມໃຫຍ່ພະລາທິການກອງທັບ ໄດ້ຍົກລະດັບ ແລະ ປັບປຸງໂຄງ ປະກອບການຈັດຕັ້ງຄືນໃໝ່ໃຫ້ເໝາະສົມກັບໜ້າທີ່
ການເມືອງ ຂອງແຕ່ລະກົມກອງລວມທັງໝົດ 51 ຫົວໜ່ວຍການຈັດຕັ້ງຄື: ອົງການກົມໃຫຍ່ 1 ຫົວໜ່ວຍ, 7 ກົມ, 3 ຫ້ອງການ, 1 ກອງຮ້ອຍຮັບປະ
ກັນ, ກົມກອງທຽບເທົ່າກອງພົນມີ 2 ກົມກອງ, ທຽບເທົ່າກອງພັນໃຫຍ່ 13 ກົມກອງ, ທຽບເທົ່າກອງພັນ 17 ກົມກອງ, ທຽບເທົ່າກອງຮ້ອຍ 1 ກົມກອງ,
ກອງພັນເອກະລາດ 3 ກົມກອງ, ບໍລິສັດທຸລະກິດ 100% ມີ 3 ບໍລິສັດ ແລະ ໂຮງງານຕັດຫຍິບ 1 ແຫ່ງ, ດ້ານວຽກງານຄຸ້ມຄອງກຳລັງພົນ ສາມາດເກັບ
ກໍາໄດ້ຕົວເລກໂຄງປະກອບການຈັດຕັ້ງ ແລະ ການປະກອບກໍາລັງພົນຕົວຈິງຂອງບັນດາຫົວໜ່ວຍອົງການ, ກົມກອງໃນທົ່ວອົງການກົມໃຫຍ່ພະລາທິການ
ກອງທັບຢ່າງຮັດກຸມ.

     ສໍາລັບທິດທາງແຜນການໃນຕໍ່ໜ້ານີ້, ກົມໃຫຍ່ພະລາທິການກອງທັບ ຈະສືບຕໍ່ປັບປຸງ, ຍົກລະດັບບັນ ດາຫົວໜ່ວຍກົມກອງຄື: ກຸ່ມສາງນໍ້າມັນເຊື້ອ
ໄຟຍົກລະດັບຂຶ້ນທຽບເທົ່າກອງພັນໃຫຍ່ ແລະ ສ້າງຕັ້ງບັນດາກຸ່ມສາງນໍ້າມັນເຊື້ອໄຟ ເລກ 6 ທຽບເທົ່າກອງພັນໃຫຍ່, ສ້າງຕັ້ງກຸ່ມສາງນໍ້າມັນເຊື້ອໄຟ ໄຊ
ສົມບູນ ທຽບເທົ່າກອງພັນ, ສ້າງຕັ້ງໃໝ່ກອງຜະລິດເລກ 7, ເລກ 8, ເລກ 9 ແລະ ເລກ 10 ທຽບເທົ່າກອງຮ້ອຍ, ສ້າງຕັ້ງໂຮງ ຮຽນແພດຊັ້ນກາງຢູ່ໂຮງ
ໝໍບໍລິເວນ 101, 106 ແລະ ໂຮງຮຽນວິຊາຊີບເຫຼົ່າຮົບພະລາທິການກອງທັບທຽບເທົ່າກອງພັນໃຫຍ່ ເພື່ອຮັບປະກັນ ແລະ ຕອບສະໜອງໄດ້ຕາມຄວາມ
ຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນສະເພາະໜ້າ ແລະ ຍາວນານ.

     ໃນວາລະດໍາເນີນກອງປະຊຸມຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄໍາຄິດເຫັນໃສ່ເນື້ອໃນບົດສະຫຼຸບ, ເຫັນດີເປັນເອກະພາບຕໍ່ທິດທາງແຜນການ ແລະ
ພ້ອມກັນຄົ້ນຄວ້າປຶກສາຫາລືກ່ຽວກັບວຽກງານກໍ່ສ້າງກໍາລັງທາງດ້ານການຈັດຕັ້ງ ແລະ ການປະກອບຈໍານວນພົນ ເພື່ອໃຫ້ສອດຄ່ອງກັບແຜນຍຸດທະສາດ
ຂອງກອງທັບໃນແຕ່ລະໄລຍະ.

     ໂອກາດນີ້, ສະຫາຍ ພົນຕີ ຄໍາເພັດ ສີຊານົນ ໄດ້ມີຄໍາເຫັນຫຼາຍບັນຫາສໍາຄັນທີ່ພົວພັນເຖິງວຽກງານກໍ່ສ້າງກໍາລັງດ້ານການຈັດຕັ້ງ ແລະ ການປະກອບ
ຈໍານວນພົນ ເພື່ອເປັນພື້ນຖານບ່ອນອີງໃຫ້ແກ່ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ, ແຕ່ລະກົມກອງນໍາໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງສອດຄ່ອງກັບໜ້າທີ່
ການເມືອງຂອງຕົນ, ສົ່ງເສີມດ້ານຕັ້ງໜ້າ ແລະ ພ້ອມກັນຊອກວິທີການປັບປຸງແກ້ໄຂບັນຫາທີ່ຍັງຄົງຄ້າງໃຫ້ຂາດຕົວ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຜນ
ຍຸດທະສາດການ ກໍ່ສ້າງກໍາລັງດ້ານການຈັດຕັ້ງ ແລະ ການປະກອບຈໍານວນພົນ ຢູ່ ກົມໃຫຍ່ພະລາທິການ ກອງທັບ ໃນຕໍ່ໜ້າຮັບປະກັນທາງດ້ານປະລິມານ
ແລະ ຄຸນນະພາບສູງ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 03/09/2021