ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະພັກ ກມທ ຕີລາຄາການນຳພາປະຈຳໄຕມາດ III

     ວັນທີ 2 ຕຸລາ 2018 ນີ້, ຄະນະພັກກົມໃຫຍ່ການເມືອງກອງທັບໄດ້ຈັດຕັ້ງກອງປະຊຸມເພື່ອສະຫຼຸບຕີລາຄາການນຳພາຂອງຕົນ ປະຈຳໄຕມາດ III
ປີ 2018 ຂຶ້ນ. ໂດຍການເປັນປະທານຂອງສະຫາຍ ພົນໂທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າ
ກົມໃຫຍ່ການເມືອງກອງທັບ, ພ້ອມດ້ວຍບັນດາສະຫາຍໃນຄະນະພັກກົມໃຫຍ່ການເມືອງກອງທັບເຂົ້າຮ່ວມ.


ພົນໂທ ວິໄລ ຫຼ້າຄຳຟອງ ເປັນປະທານກອງປະຊຸມສະຫຼຸບຕີລາຄາການນຳພາ
ຂອງຄະນະພັກກົມໃຫຍ່ການເມືອງກອງທັບປະຈຳໄຕມາດ III ປີ 2018

     ໂອກາດນີ້, ສະຫາຍ ພົນໂທ ວິໄລ ຫຼ້າຄຳຟອງ ໄດ້ກ່າວເປີດກອງປະຊຸມວຽກງານການນຳພາປະຈຳໄຕມາດ III ແລະ ວາງທິດທາງແຜນການຕໍ່ໜ້າວ່າ:
ພາຍໃຕ້ການຊີ້ນຳ-ນຳພາຂອງຄະນະບໍລິຫານງານພັກກະຊວງ, ກໍຄືຄະນະພັກກົມໃຫຍ່ການເມືອງກອງທັບ ໃນການຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍ
ຂອງພັກ ແລະ ວຽກງານຈຸດສຸມຂອງກົມໃຫຍ່ການເມືອງກອງທັບໃນຫຼາຍດ້ານ ເປັນຕົ້ນແມ່ນຈະຕ້ອງໄດ້ອອກແຮງສຸມໃສ່ການສຶກສາອົບຮົມການເມືອງນຳ
ພາແນວຄິດໃນຫຼາຍຮູບແບບ, ຫຼາຍວິທີການ ແລະ ເຮັດໃຫ້ຫຼາຍກວ່າເກົ່າ, ເພື່ອແນໃສ່ເຮັດໃຫ້ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດຂອງນາຍ
ແລະ ພົນທະຫານມີແບບແຜນວິ ທີການຊີ້ນຳ-ນຳພາດີຂຶ້ນ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດວາງອອກເຂົ້າ
ສູ່ຊີວິດຕົວຈິງຂອງພະນັກງານ-ນັກຮົບ, ໂດຍຕິດພັນກັບໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປະເທດຊາດມີຄວາມສະຫງົບ, ສະຖຽນລະພາບດ້ານ
ການເມືອງມີຄວາມໝັ້ນຄົງໜັກແໜ້ນ, ການຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍຂອງພັກກ່ຽວກັບການພັດທະນາເສດຖະກິດ-ສັງຄົມໄດ້ຮັບການຂະ
ຫຍາຍ ຕົວຢ່າງຕໍ່ເນື່ອງຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການແກ້ໄຂດີຂຶ້ນ, ການປັບປຸງກໍ່ສ້າງກອງທັບໃຫ້ກາຍ ເປັນກອງທັບທີ່ມີແບບແຜນທັນສະໄໝ,
ຊອກໃຫ້ເຫັນບັນຫາທີ່ອັດຕັນທ່ວງດືງຕໍ່ກັບການພັດທະນາກົມໃຫຍ່ການເມືອງກອງທັບໃຫ້ເຂັ້ມແຂງ, ຫຼີກລ້ຽງແນວຄິດຈູມເຈື້ອເຫັນຜົນປະໂຫຍດສ່ວນ
ຕົວເປັນສ່ວນໃຫຍ່, ສະນັ້ນມັນຮຽກຮ້ອງເຖິງຄະນະນຳກົມໃຫຍ່ພວກເຮົາຕ້ອງພ້ອມກັນສຸມໃສ່ແຕ່ລະຂົງເຂດວຽກງານຮັບຜິດຊອບ ເປັນຕົ້ນແມ່ນການກໍ່
ສ້າງຮາກຖານການເມືອງ, ວຽກງານພັກ-ພະນັກງານ, ປ້ອງກັນ-ກວດກາ, ໂຄສະນາ-ນະໂຍບາຍ, ສານ-ໄອຍາການ ແລະ ຂະແໜງການອື່ນ ເພື່ອເຮັດໃຫ້ການ
ສ້າງຂະບວນການຕ້ອນຮັບວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ໃຫ້ມີບັນຍາກາດຟົດຟື້ນ ແລະ ດຳເນີນໄປຖືກທິດຂອງຂັ້ນເທິງ.

     ໃນກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນສຸມໃສ່ສະຫຼຸບຕີລາຄາການນໍາພາຂອງຄະນະພັກປະຈຳໄຕມາດ III ແລະ ກໍານົດທິດທາງຈຸດສຸມໃນການນຳພາປະ
ຈຳໄຕມາດ IV ປີ 2018, ເປັນເອກະພາບໃນການຕີລາຄາສະພາບການຈັດຕັ້ງຊີ້ນຳ-ນຳພາມີຄວາມຮັບຜິດຊອບຂົງເຂດວຽກງານການເມືອງແນວຄິດ ໃນ
ການເບິ່ງບັນຫາໃຫ້ຖືກກັບຄວາມເປັນຈິງຍົກໃຫ້ເຫັນອັນທີ່ເຮັດໄດ້, ອັນພົ້ນເດັ່ນ, ອັນທີ່ເປັນບົດຮຽນ ແລະ ສິ່ງຫຍໍ້ທໍ້, ບັນຫາອັດຕັນ, ສິ່ງທີ່ຄົງຄ້າງຕ່າງໆ
ແລະ ພ້ອມກັນຮິບຮ້ອນແກ້ໄຂບັນຫາໃນວຽກງານຕົວຈິງໃຫ້ຖືກຕ້ອງທັນສະພາບການ

     ໃນໂອກາດດັ່ງກ່າວ ປະທານກອງປະຊຸມໄດ້ຮຽກຮ້ອງໃຫ້ບັນດາສະຫາຍໃນຄະນະພັກຍົກສູງຄວາມຮັບຜິດຊອບ, ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ
ແລະ ປະກອບຄຳຄິດຄຳເຫັນໃສ່ເນື້ອໃນຕ່າງໆຂອງກອງປະຊຸມເທື່ອນີ້ໃຫ້ມີຜົນສຳເລັດເປັນຢ່າງດີ ເພື່ອພ້ອມກັນສ້າງກອງທັບໃຫ້ ປອດໃສ ເຂັ້ມແຂງ ໜັກ
ແໜ້ນ ກາຍເປັນກອງທັບປະຕິວັດທີ່ມີແບບແຜນທັນສະໄໝ.