ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຕ້ອນຮັບການເຂົ້າຢ້ຽມຂຳ່ນັບອຳລາ
ຂອງຜູ້ຊ່ວຍທູດຝ່າຍທະຫານໄທ ປະຈໍາສປປ ລາວ


     ວັນທີ 2 ຕຸລາ ນີ້, ທ່ານ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂຳ່ນັບອຳລາຂອງ ທ່ານ ພັນເອກ ສົມຊາຍ ໂກ
ລາຕີ ຜູ້ຊ່ວຍທູດຝ່າຍທະຫານໄທ ປະຈໍາ ສປປ ລາວ. ໃນໂອກາດສຳເລັດໜ້າທີ່ຜູ້ຊ່ວຍທູດຝ່າຍທະຫານໄທ ປະຈຳ ສປປ ລາວ.

     ທ່ານ ພັນເອກ ສົມຊາຍ ໂກລາຕີ ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ ກະຊວງປ້ອງກັນປະເທດ ທີ່ໄດ້ອຳນວຍຄວາມສະດວກ ແລະ ໃຫ້ການຮ່ວມມືທີ່ດີຕະຫຼອດໄລຍະທີ່ປະ
ຕິບັດໜ້າທີ່ ເປັນຜູ້ຊ່ວຍທູດຝ່າຍທະຫານ ໄທ ປະຈໍາລາວ ອັນເປັນການປະກອບສ່ວນ ອັນສໍາຄັນເຂົ້າໃນການພົວພັນຮ່ວມມື, ຊ່ວຍເຫຼືອລະຫວ່າງສອງ ກອງທັບ ລາວ-ໄທ
ໃນດ້ານຕ່າງໆ ດ້ວຍດີຕະຫຼອດມາ.

     ທ່ານ ພົນຕີ ອ່ອນສີ ແສນສຸກ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜູ້ຊ່ວຍທູດ ຝ່າຍທະຫານໄທ ປະຈຳລາວ ທີ່ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ ທາງ
ການທູດທະຫານໃນຕະຫຼອດໄລຍະ 3 ປີ ຜ່ານມາ ເຊິ່ງໄດ້ປະສົບຜົນສໍາເລັດ ໃນຫຼາຍດ້ານປະກອບສ່ວນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ ຖານບ້ານໃກ້ເຮືອນ
ຄຽງທີ່ມີມາແຕ່ຍາວນານລະຫວ່າງສອງກອງທັບ ແລະ ປະຊາຊົນທັງສອງຊາດ ລາວ-ໄທ ໃຫ້ນັບມື້ຂະຫຍາຍຕົວ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

     ໃນວັນດຽວກັນນີ້, ທ່ານ ພັນເອກ ສົມຊາຍ ໂກລາຕີ ຜູ້ຊ່ວຍທູດຝ່າຍທະຫານໄທ ປະຈໍາ ສປປ ລາວ ຍັງໄດ້ເຂົ້າຢ້ຽມຂໍ່ານັບອຳລາ ທ່ານ ພົນຈັດຕະວາ ແກ່ນຈັນ ນັນ
ທະລັງສີ ຫົວໜ້າ ກົມພົວພັນ ຕ່າງປະເທດ ກະຊວງປ້ອງກັນປະເທດ ໃນໂອກາດດັ່ງກ່າວ, ທ່ານ ຫົວໜ້າກົມພົວພັນຕ່າງປະເທດ ໄດ້ຕາງໜ້າໃຫ້ ກະຊວງປ້ອງກັນປະເທດ ປະ
ດັບຫຼຽນກາມິດຕະພາບ ກອງທັບປະຊາຊົນລາວ ໃຫ້ແກ່ ທ່ານ ພັນເອກ ສົມຊາຍໂກ ລາຕີ ໃນໂອກາດທີ່ສໍາເລັດໜ້າທີ່ ຜູ້ຊ່ວຍທູດຝ່າຍທະຫານໄທ ຢູ່ ສປປ ລາວ ຕື່ມອີກ.