ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈັດພິທີປະກາດການຈັດຕັ້ງຮັກສາການ
ຫົວໜ້າການທະຫານກອງບັນຊາການທະຫານແຂວງຜົ້ງສາລີ

     ວັນທີ 31 ຕຸລາ 2017 ນີ້, ຢູ່ກອງບັນຊາການທະຫານແຂວງຜົ້ງສາລີ ໄດ້ຈັດພິທີປະກາດການຈັດຕັ້ງຮັກສາການຫົວໜ້າການທະຫານກອງບັນຊາການ
ທະຫານແຂວງຜົ້ງສາລີຂຶ້ນ ພາຍໃຕ້ການເປັນປະທານຂອງ ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ເລຂາສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ,
ຫົວໜ້າກົມໃຫຍ່ການເມືອງກອງທັບ. ເຂົ້າຮ່ວມມີທ່ານ ພົນຈັດຕະວາ ທອງເສັດ ແສນວົງ ຮອງເລຂາພັກແຂວງ, ຮອງປະທານປ້ອງກັນຊາດ-ປ້ອງກັນຄວາມ
ສະຫງົບແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງກອງບັນຊາການທະຫານແຂວງຜົ້ງສາລີ, ມີຄະນະພັກ-ຄະນະບັນຊາກອງບັນຊາການອົງການ 5 ຫ້ອງ,
ຕະຫຼອດຮອດພະນັກງານຫຼັກ ແຫຼ່ງທົ່ວກອງບັນຊາການເຂົ້າຮ່ວມ.


ພົນໂທ ວິໄລ ຫຼ້າຄຳຟອງ ເປັນປະທານພິທີປະກາດການຈັດຕັ້ງຮັກສາການຫົວໜ້າການທະຫານກອງບັນຊາການທະຫານແຂວງຜົ້ງສາລີ

     ໂອກາດດັ່ງກ່າວ ທ່ານ ພົນຈັດຕະວາ ສອນເຫຼົາ ໄຊຍະບຸດ ຫົວໜ້າກົມພະນັກງານ, ກົມໃຫຍ່ການ ເມືອງກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນ
ຕີກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸຍາດໃຫ້ນາຍທະຫານຢູ່ກອງບັນຊາການທະຫານແຂວງຜົ້ງສາລີ ພັກການປິ່ນປົວສຸຂະພາບ ແລະ ຂໍ້ຕົກລົງຂອງ
ລັດຖະມົນຕີກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຮັກສາການ ຫົວໜ້າການທະຫານ ແລະ ຮອງການທະຫານກອງ ບັນຊາການທະຫານແຂວງຜົ້ງສາ
ລີ. ກະຊວງປ້ອງກັນປະເທດຕົກລົງອະນຸຍາດໃຫ້ ພັນເອກ ວັນສຸກ ຫັດສະພອນ ຫົວໜ້າການທະຫານກອງບັນຊາການທະຫານແຂວງຜົ້ງສາລີ ພັກການປິ່ນ
ປົວສຸຂະພາບ, ແຕ່ງຕັ້ງ ພັນໂທ ບຸນເຮືອງ ຈັນທະວົງ ຮັກສາການ ຫົວໜ້າການທະຫານ ແລະ ພັນໂທ ຄຳພອນ ແສນສິວົງສາ ຮັກສາການຮອງການທະຫານ.

     ໃນພິທີ ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງຜົ້ງສາລີ ທີ່ໄດ້ເຮັດ
ສຳເລັດໜ້າທີ່ໃນໄລຍະທີ່ຜ່ານມາ ເປັນຕົ້ນແມ່ນແຂວງມີຄວາມສະຫງົບດີ ມີຄວາມເປັນລະບຽບຮຽບຮ້ອຍ, ພື້ນຖານໂຄງລ່າງຂອງແຂວງກໍໄດ້ມີການພັດ
ທະນາດີຂຶ້ນເປັນລຳດັບ. ນອກຈາກນີ້ ທ່ານຍັງໄດ້ເນັ້ນໜັກໃຫ້ບັນດາສະຫາຍທີ່ໄດ້ລຸລວງໃຫ້ປິ່ນປົວສຸຂະພາບ ແລະ ບັນດາສະຫາຍທີ່ໄດ້ຮັບໜ້າທີ່ໃໝ່ນັ້ນ
ຕ້ອງໄດ້ເອົາໃຈໃສ່ຕື່ມ, ເປັນຕົ້ນຄະນະພັກ-ຄະນະບັນຊາຕ້ອງມີຄວາມສາມັກຄີພາຍໃນ, ປະຕິບັດແບບແຜນວິທີເຮັດວຽກ ປະຕິບັດຕາມຫຼັກການລວມສູນ
ປະຊາທິປະໄຕ ນຳພາເປັນໝູ່ຄະນະ, ຈິງໃຈຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຖອດຖອນບົດຮຽນນຳກັນ, ຕ້ອງກ້າຕັດສິນບັນຫາດ້ວຍຕົນເອງ, ໂດຍຖືກຕ້ອງ
ຕາມແນວທາງ, ຕ້ອງໄດ້ເອົາໃຈໃສ່ລົງຮາກຖານການເມືອງ, ຕິດພັນກັບການພັດທະນາຊົນນະບົດຮອບດ້ານ, ປະຕິບັດຕາມ 4 ເນື້ອໃນ 4 ຄາດໝາຍຂອງ
ສູນກາງພັກວາງອອກ ແລະ ຕິດພັນກັບວຽກງານສາມ ສ້າງໃຫ້ປາກົດຜົນເປັນຈິງ, ສືບຕໍ່ສຶກສາອົບຮົມການເມືອງນຳພາແນວຄິດໃຫ້ອ້າຍນ້ອງພາຍໃນກົມ
ກອງ, ລົງສູ່ພື້ນຖານປະຊາຊົນ, ໃຫ້ກຳໄດ້ແນວຄິດຂອງເຂົາເຈົ້າ, ໃນການສຶກສາອົບຮົມນັ້ນຕ້ອງໃຫ້ຖືກທິດ, ເອົາໃຈໃສ່ ປົກປັກຮັກສາເຂດນໍ້າແດນດິນສິດ
ຂອບເຂດທີ່ຕົນເອງຮັບຜິດຊອບ, ສ້າງຄວາມສາມັກຄີກັບເພື່ອນມິດຍຸດທະສາດໃຫ້ດີຕາມແຕ່ລະບາດກ້າວ ແລະ ຮັກສາທິດໜຶ່ງຂອງປະເທດໄວ້ໄດ້ຢ່າງ
ໝັ້ນຄົງ ແລະ ມີຄວາມສະຫງົບປອດໄພໂດຍພື້ນຖານ.