ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດແຕ່ງຕັ້ງພະນັກງານ​ນຳພາ-ບັນ​ຊາ​ຂັ​້ນຕ່າງໆທີ່ຂຶ້ນກັບ ກົມໃຫຍ່ເສນາທິການກອງທັບ


ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ຫົວໜ້າ ກົມໃຫຍ່ເສນາທິການກອງທັບ ​ເປັນ​ປະທານ

     ວັນທີ 30 ຕຸລາ 2020 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ຈັດພິທີປະກາດແຕ່ງຕັ້ງ ຫົວໜ້າກົມ-ຮອງກົມ, ຫົວໜ້າ ການທະຫານໂຮງຮຽນ 303
ແລະ ບັນດາພະແນນ, ຂະແໜງການ ທີ່ຂຶ້ນກັບ ກົມໃຫຍ່ເສ ນາທິການກອງທັບ, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ຫົວໜ້າ
ກົມໃຫຍ່ເສນາທິການກອງທັບ, ມີບັນດາຄະນະກົມ, ຫ້ອງການ, ພະແນກການ, ຂະແໜງການ, ຄະນະພັກ-ຄະນະບັນຊາກອງ ຮາກຖານເຂົ້າຮ່ວມ.

     ສະຫາຍ ພັນເອກ ກອງແກ້ວ ວໍລະຈິດ ຄະນະພັກ, ຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການ ກອງທັບໄດ້ຂຶ້ນຜ່ານຂໍຕົກລົງຂອງ ກະຊວງປ້ອງກັນ
ປະເທດ ແລະ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານມີຄື: ຍົກຍ້າຍ ພັນໂທ ຄໍາແສງ ແກ້ວດວງດີ ຫົວໜ້າ ການ
ທະຫານໂຮງຮຽນ 303 ໄປໃຫ້ ກົມ 49 ເພື່ອໄປຮັບໜ້າທີ່ໃໝ່; ແຕ່ງຕັ້ງ ພັນເອກ ອຸດອນ ອ້ວນສັກດາ ເປັນຫົວໜ້າ ກົມ 49, ພັນໂທ ຄໍາແສງແກ້ວ ດວງ
ດີ ເປັນຮອງຫົວໜ້າກົມ ແລະ ພັນໂທ ທອງດໍາ ດວງມາລາ ເປັນຮອງຫົວໜ້າກົມ; ຍົກຍ້າຍ ພັນເອກ ດາວໄກ ເລີດລີວັນ ສໍາເລັດໜ້າທີ່ເປັນທີ່ປຶກສາທູດ
ປ້ອງກັນຊາດລາວປະຈໍາປະເທດ ໄທ ເປັນຮອງຫົວໜ້າ ກົມທະຫານຊາຍແດນ; ແຕ່ງຕັ້ງ ພັນໂທ ກົມພັນ ຈັນທະວົງ ເປັນຮອງຫົວໜ້າ ກົມສູ້ຮົບ; ແຕ່ງຕັ້ງ
ພັນໂທ ພູເງິນ ພົມເມືອງ ເປັນຮອງຫົວໜ້າ ກົມອົບຮົມ; ແຕ່ງຕັ້ງ ພັນໂທ ໄຊພອນ ນະຄອນໄຊ ເປັນ ຫົວໜ້າ ການທະຫານໂຮງຮຽນ 303; ແຕ່ງຕັ້ງ ພັນ
ໂທ ພົງສະຫວັດ ຄໍາຜຸຍ ເປັນຮອງຫົວໜ້າ ພະແນກຍຸດທະວິທີ ແລະ ພັນໂທ ລັດສະໝີ ແສງດາວັນ ເປັນຮອງຫົວໜ້າ ພະແນກສິລະປະຍຸດ; ແຕ່ງ ຕັ້ງພັນຕີ
ຄໍາປ່ຽນ ວິໄລສານ ເປັນຮອງຫົວໜ້າ ພະແນກຈັດຕັ້ງປະກອບຂອງກົມກອງທ້ອງຖິ່ນ; ແຕ່ງຕັ້ງ ພັນຕີ ໄກ່ແກ້ວ ວົງພະຈັນ ເປັນຫົວໜ້າ ພະແນກຫ້ອງການ
ແລະ ບໍລິຫານຂອງກອງກີລາ ແລະ ແຕ່ງຕັ້ງ ຮ້ອຍໂທ ດົ່ງພອນ ເພັດລາທັນ ເປັນຫົວໜ້າ ຂະແໜງປະກັນສັງຄົມຂອງໂຮງງານແຜ່ນທີ່ກອງທັບ.

     ໂອກາດນີ້ ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກໍໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່, ທຸກສະຫາຍ ຕັ້ງໜ້າປະຕິບັດໜ້າທີ່ວຽກງານ
ທີ່ຂັ້ນເທິງມອບໝາຍໃຫ້ຢ່າງຕັ້ງໜ້າເພາະການທີ່ໄດ້ໄດ້ຮັບໜ້າທີ  ໃໝ່ນີ້ເປັນການໄວ້ເນື້ອເຊື່ອໃຈຈາກຂັ້ນເທິງ ພ້ອມທັງເປັນອີກບາດກ້າວໜຶ່ງຂອງໜ້າທີ່
ການເມືອງ ຂອງບັນດາສະຫາຍ, ເຮັດວຽກຢ່າງມີສະຕິ ແລະ ມີຄວາມຮັບຜິດຊອບສູງ, ເປັນແບບຢ່າງໃຫ້ພະນັກງານ-ນັກຮົບ, ເຮັດວຽກຕ້ອງມີແບບແຜນ
ແລະ ຕ້ອງມີຄວາມສາມັກຄີເປັນປຶກແຜ່ນ.