ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ການນຳພັກ-ລັດ ວາງ​ພວງມາລາ ​ແລະ ວາງ​ກະຕ່າ​ດອກ​ໄມ້​ລະນຶກ​ເຖິງ​ນັກຮົບ​ປະຕິວັດ
ທີ່​ເສຍສະຫຼະຊີວິດ​ເພື່ອ​ຊາດ​ໃນ​ໂອກາດ ​ວັນຊາດ ທີ 2 ທັນວາ ປີ 2019


     ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 44 ປີ (2/12/1975-2/12 /2019), ໃນວັນທີ 2 ທັນວາ 2019 ນີ້, ການນຳພັກ-ລັດ ນໍາໂດຍສະ
ຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ສະ
ຫາຍ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສະຫາຍ ປອ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ, ສະຫາຍ ພົນເອກ ຈັນສະໝອນ
ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ, ສະຫາຍ ພົນຕີ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງປ້ອງກັນ ຄວາມສະຫງົບ, ສະຫາຍ ສີຫຸນ ສິດທິລືໄຊ ຮອງ
ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ເຂົ້າວາງພວງມາລາຢູ່ອະນຸສາວະລີ ນັກຮົບນິລະນາມ (ດາວແດງ) ແລະ ວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບປັ້ນ ປະທານ ໄກສອນ ພົມວິຫານ
ເນື່ອງໃນໂອກາດສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 44 ປີ.

     ການວາງພວງມາລາຄັ້ງນີ້, ແມ່ນເພື່ອເປັນການສະແດງຄວາມເຄົາຮົບຮັກ, ຄວາມກະຕັນຍູຮູ້ບຸນຄຸນຢ່າງລົ້ນເຫຼືອເຖິງຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ຢ່າງພິລາດອາດຫານ
ແລະ ບໍ່ຍອມຈໍານົນຂອງບັນພະບູລຸດລາວ ກໍຄື ບັນດານັກຮົບປະຕິວັດທີ່ໄດ້ເສຍສະຫຼະຊີວິດ, ເລືອດເນື້ອເພື່ອພາລະກິດປະຕິວັດຢ່າງອົງອາດກ້າຫານພາຍໃຕ້ການຊີ້ນຳ-ນຳ
ພາ ຂອງພັກປະຊາຊົນປະຕິວັດລາວ ຈົນສາມາດກອບກູ້ເອົາເອກະລາດ ແລະ ຜືນແຜ່ນດິນອັນຄົບ ຖ້ວນມາສູ່ປະຊາຊົນລາວບັນດາເຜົ່າ ໃຫ້ມີຄວາມຈະເລີນຮຸ່ງເຮືອງສີວິໄລ
ເປັນກ້າວໆ ແລະ ປະກາດ ເອກະລາດ, ສະຖາປະນາ ເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.

     ພາຍຫຼັງສຳເລັດການວາງພວງມາລາ ທີ່ອະນຸສາວະລີ ນັກຮົບນິລະນາມແລ້ວ, ການນຳພັກ-ລັດ ໄດ້ສືບຕໍ່ໄປວາງກະຕ່າດອກໄມ້ ຢູ່ຕໍ່ໜ້າຮູບປັ້ນປະທານ ໄກສອນ ພົມ
ວິຫານ ອະດີດຜູ້ນໍາ ທີ່ແສນເຄົາຮົບຮັກ ຂອງປວງຊົນລາວທັງຊາດ, ຢູ່ທີ່ຫໍພິພິຕະພັນ ໄກສອນ ພົມວິຫານ ເພື່ອສະແດງຄວາມກະຕັນຍູຮູ້ບຸນຄຸນທີ່ໄດ້ສຸມສະຕິປັນຍາເຂົ້າ
ໃນການນຳພາຂະບວນການຕໍ່ສູ້ຕ້ານການ ຮຸກຮານຂອງພວກຕ່າງດ້າວຈົນສາມາດຍາດໄດ້ໄຊຊະນະ ແລະ ນໍາເອົາຄວາມຢູ່ເຢັນເປັນສຸກມາສູ່ປະຊາຊົນລາວບັນດາເຜົ່າ, ເຊິ່ງ
ຜົນງານ ແລະ ຄຸນງາມຄວາມດີຂອງທ່ານ ແລະ ຜູ້ນຳການປະຕິວັດຄົນອຶ່ນໆ ແມ່ນໄດ້ຈາລຶກໃນຄວາມຊົງຈຳຂອງປະຊາຊົນລາວ ບັນດາເຜົ່າຕະຫຼອດກາລະນານ.