ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ປາຖະກະຖາ 2 ວັນປະຫວັດສາດ ຂອງຊາດ


ສະຫາຍ ພົ.ວ ວຽງໄຊ ສົມວິຈິດ ຫົວໜ້າ ກົມ ວສ-ປສ ການທະຫານ

     ໃນຕອນເຊົ້າຂອງວັນທີ 1 ທັນວາ 2020 ນີ້, ກົມ ວສ-ປສ ການທະຫານ ໄດ້ຈັດຕັ້ງປາຖະກະຖາ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະ
ຊາຊົນລາວ ຄົບຮອບ 45 ປີ ( 2 ທັນວາ 1975–2 ທັນວາ 2020 ) ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ( 13 ທັນ
ວາ 1920–13 ທັນວາ 2020 ) ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພົ.ວ ວຽງໄຊ ສົມວິຈິດ ຫົວໜ້າ ກົມ ວສ-ປສ ການທະຫານ ແລະ ພະນັກ
ງານນັກຮົບເຂົ້າຮ່ວມ.

     ​ໃນ​ກອງ​ປະຊຸມ ທ່ານ​ປະທານ​ໄດ້​ຜ່ານ​ເອກ​ສະ​ສານ​ມູນ​ເຊື້ອ ​ແລະ ຄວາມໝາຍຄວາມ​ສຳຄັນ​ຂອງ​ ວັນຊາດ 2 ທັນວາ ​ແລະ ຜົນງານ​ທີ່​ຜົ້ນ​ເດັ່ນ​ໃນ​​ບາງ
ໄລຍະ​ໃນ​ການສ້າງສາ​ພັດທະນາ​ປະ​ເທດ​ຊາດ ​ແລະ ການ​ເຕີບ​​ໃຫ່ຍຂະຫຍາຍຕົວ​ຂອງເສດຖະກິດ​ມະຫາ​ພາກ ​ໃນ​ຂົງ​ເຂດ​ຕ່າງໆຂອງ​ຊາດ​ ເຊິ່ງ​ໄດ້​ມີ​ບາດກ້າວ
​ໃໝ່​ເປັນ​ກ້າວໆ.


ສະຫາຍ ພັ.ອ ວິຊຽນ ສີສະອາດ ຮອງກົມ ວສ-ປສ ການທະຫານ

     ໃນໂອກາດນີ້ ສະຫາຍ ພັ.ອ ວິຊຽນ ສີສະອາດ ຮອງກົມ ວສ-ປສ ການທະຫານ, ໄດ້ຫວນຄືນ ວັນຄ້າຍວັນເກີດ ປະທານໄກສອນ ພົມວິຫານ ຜູ້ນຳທີ່
ແສນເຄົາຮົບຮັກຂອງປວງຊົນລາວ ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງຊີວິດ ແລະ ການເຄື່ອນໄຫວປະຕິວັດຂອງ ປະທານໄກສອນ ພົມວິຫານ ໃນໄລຍະຜ່ານມາ
​ໂດຍ​ຫຍໍ້ປະທານ ໄກສອນ ພົມວິຫານ ໄດ້ເຂົ້າຮ່ວມເຄື່ອນໄຫວປະຕິວັດຕັ້ງແຕ່ເຍົາໄວ, ໄດ້ຜ່ານການຝຶກຟົນທົດສອບໃນຂະບວນການຕົວຈິງ ແລະ ຮັບ
ຜິດຊອບວຽກງານສຳຄັນແຕ່ນ້ອຍຫາໃຫຍ່ກ້າວຂື້ນເປັນຜູ້ນຳສູງສຸດຂອງພັກ ແລະ ລັດເຮົາ, ​ໃນ​ປີ 1944 ເພີ່ນໄດ້ເຂົ້າຮ່ວມເປັນສະມາຊີກສະມາຄົມຊາວ
ໜຸ່ມກູ້ຊາດຫວຽດນາມ ເຊິ່ງເປັນບາດກ້າວທຳອິດຂອງການເຂົ້າສູ່ເສັ້ນທາງເຄື່ອນໄຫວປະຕິວັດ. ເພີ່ນໄດ້ປະສ່ວນຢ່າງຫ້າວຫັນໃນຂະບວນການຫວຽດມິງ,
ຕໍ່ມາໄດ້ເຂົ້າຮ່ວມໃນຂະບວນການຢຶດອຳນາດການປົກຄອງ ຈາກກຳມືຂອງພວກຟາດ​ຊິດຢີ່ປຸ່ນຢູ່ ສະຫວັນນະເຂດ ໃນວັນທີ 23 ສິງຫາ 1945, ເດຶອນ
3-12/1946 ປະທານໄກສອນ ໄດ້ເຂົ້າຮ່ວມເຮັດວຽກໃນຄະນະຕິດຕໍ່ລາວ-ຫວຽດນາມ ປີ 1947-1948 ໄດ້ເລີ່ມຊີວິດຂອງນັກປະຕິວັດໜຸ່ມ, ເພີ່ນໄດ້
ເຮັດວຽກຢູ່ໃນອົງການໂຄສະນາຂອງເຂດ 12 ພາກເໜືອຫວຽດນາມ, ໄດ້ຄົ້ນຄ້ວາເອກະສານ, ບົດຄວາມເຫັນ, ຂຽນບົດຕ່າງໆ ຂອງບັນດາຜູ້ນຳການປະ
ຕິວັດ ເປັນຕົ້ນແມ່ນຂອງປະທານ ໂຮ່ຈິ່ມິ່ງ, ທ່ານ ເຈືອງຈິງ, ທ່ານ ຟາມວັນດົງ, ທ່ານ ພົນ​ເອກ ຫວໍຫງວຽນຢ່າບ, ໄດ້ອ່ານປຶ້ມກ່ຽວກັບ ລັດທິມາກ-ເລນິນ
ແລະ ບົດນິພົນ ທິດສະດີອື່ນໆ ເຊິ່ງໄດ້ກາຍເປັນຟຶ້ນຖານດ້ານແນວຄິດ ເປັນອາວຸດອັນແຫຼມຄົມທາງດ້ານຄວາມຮູ້ ເພື່ອກ້າວສູ່ຄວາມເປັນຜູ້ນຳຂະບວນ
ການຕໍ່ສູ້ຂອງປະຊາຊົນເຮົາ, ຜົນງານ ແລະ ຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ. ທ່ານແມ່ນລູກຮັກຫຼານແພງຂອງປະຊາຊົນບັນດາເຜົ່າ, ແມ່ນ
ຜູ້ຮັກຊາດ, ​ເປັນນັກ​ປະຕິວັດທີ່ຍິງໃຫຍ່ຂອງຊາດ, ວິລະບູລຸດ, ຜູ້ນຳຂອງພັກ-ລັດ ທີ່ປີຊາສາມາດ, ສະຫຼາດຊ່ອງໄສ. ເພີ່ນ​ເປັນນັກທິດສະດີ ແລະ ພຶດຕິກຳ
ທັງເປັນນັກປຸກລະດົມຂົນຂວາຍ ແລະ ເປັນນັກໂຄສະນາປາຖະກະຖາທີ່ດີເລີດ ນັກອອກແບບຍຸດໂທບາຍ, ທ່ານເປັນສັນຍາລັກ ແລະ ເປັນແກ່ນສານຂອງ
ຄວາມສາມັກຄີພາຍໃນພັກ ແລະ ໃນທົ່ວ​ປວງ​ຊົນ​ລາວ.

     ​ໃນ​ຕອນ​ທ້າຍ ທ່ານ​ປະທານ ​ໄດ້​ໃຫ້​ຄຳ​ເຫັນ​ໂອ້​ລົມ ​ຕໍ່ພະນັກງານ​-ນັກຮົບ ​​ຮຽກຮ້ອງ​ໃຫ້​ສະມາຊິກ​ພັກ​ເປັນແບບຢ່າງ​ໃຫ້​ແກ່​ມະຫາຊົນ ບໍ່​ໃຫ້​ມີ​ປະກົດ
​ການ​ຫຍໍ້​ທໍ້​ຕໍ່​ສັງຄົມ ຮັບປະກັນ​ກົມ​ກອງ​ໃຫ້​ມີ​ຄວາມ​ສະຫງົບ​ປອດ​ໄພ ​ໃຫ້​ເປັນ​ເຈົ້າ​ຕົນ​ເອງຈົ່ງ ​ພ້ອມ​ກັນ​ສຶກສາ​ຄົ້ນຄວ້າ ​ແລະ ​ກຳ​ໃຫ້​​ໄດ້​ທາດ​ແທ້​ມູນ​ເຊື້ອ,
ຄວາມ​ສາມັກຄີເຮັດສຳ​ເລັດໜ້າທີ່​.