ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນໂທ ສຸວອນ ເລືອງບຸນມີ ລົງຊຸກຍູ້
ໂຄງການກໍ່ສ້າງກອງພັນ 414 ແລະ ສະໜາມຫັດແອບ 70 ປີ

     ໃນວັນທີ 27 ທັນວາ 2017 ແລ້ວນີ້, ທ່ານ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວ
ໜ້າກົມໃຫຍ່ເສນາທິການກອງທັບ ໄດ້ລົງຊຸກຍູ້ ແລະ ຕິດຕາມກວດກາໂຄງການກໍ່ສ້າງກອງພັນ 414 ທີ່ຂື້ນກັບກອງບັນຊາການທະຫານແຂວງຫຼວງພະ
ບາງ ໂດຍການໃຫ້ກຽດຕ້ອນຮັບຂອງ ພັນໂທ ຖາວອນ ວິລະສັກ ຫົວໜ້າການເມືອງກອງພັນ 414 ພ້ອມດ້ວຍພະນັກງານ-ນັກຮົບຢ່າງອົບອຸ່ນ.


ພົນໂທ ສຸວອນ ເລືອງບຸນມີ ລົງຊຸກຍູ້ແລະຕິດຕາມກວດກາໂຄງການກໍ່ສ້າງກອງພັນ 414 ແລະ ສະໜາມຫັດແອບ 70 ປ

     ພັນໂທ ຖາວອນ ວິລະສັກ ຫົວໜ້າການເມືອງກອງພັນ 414 ທີ່ຂຶ້ນກັບກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ລາຍງານສະພາບໃນການຈັດ
ຕັ້ງປະຕິບັດໜ້າທີ່ວິຊາສະເພາະປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນໄລຍະຜ່ານມາເຮັດໃຫ້ສະພາບມີຄວາມສະຫງົບໂດຍພື້ນຖານ ແລະ ຕິດຕາມກວດ
ກາສະພາບຂອງພວກກຸ່ມຄົນບໍ່ຫວັງດີທີ່ຈະມາກໍ່ຄວາມບໍ່ສະຫງົບ, ຮັບປະກັນໃຫ້ໄດ້ໃນການສັນຈອນໄປມາຫາສູ່ຂອງພໍ່ແມ່ປະຊາຊົນບັນດາເຜົ່າທີ່ຈະເດີນ
ທາງໄປພາກເໜືອໃຫ້ມີຄວາມສະຫງົບປອດໄພດີ ແລະ ຍູ້ແຮງຂົງເຂດການຜະລິດຂອງພໍ່ແມ່ປະຊາຊົນບັນດາເຜົ່າໃນການທຳມາຫາກິນເຮັດໃຫ້ສັງຄົມມີ
ຄວາມເປັນລະບຽບຮຽບຮ້ອຍ, ພ້ອມທັງເອົາພະນັກງານລົງຕິດຕາມກວດກາຢູ່ບັນດາຈຸດສຸມກຸ່ມບ້ານ, ສົມທົບແໜ້ນກັບອຳນາດການປົກຄອງທ້ອງຖິ່ນ
ຕ້ານໃຫ້ໄດ້ປາກົດການຫຍໍ້ທໍ້ພາຍໃນບ້ານຕ່າງໆທີ່ຈະເກີດຂຶ້ນ, ຈາກນັ້ນ ສະຫາຍກໍໄດ້ລາຍງານການກໍ່ສ້າງຫ້ອງການຫຼັງໃໝ່ ເຊິ່ງມາຮອດປັດຈຸບັນນີ້
ແມ່ນປະຕິບັດໄດ້ແລ້ວ 90% ຂອງໜ້າວຽກ, ສ່ວນວຽກທີ່ຈະສືບຕໍ່ແມ່ນກໍ່ສ້າງເຮືອນນອນກອງຮ້ອຍຕື່ມອີກ 2 ຫຼັງ, ເຮືອນຄົວລວມ, ລະບົບສາງ, ຫ້ອງ
ນ້ຳ ແລະ ອື່ນໆອີກ, ພ້ອມນີ້, ທ່ານກໍລົງກວດກາເບິ່ງຫ້ອງການ, ເຮືອນຂອງກອງຮ້ອຍ ແລະ ສະໂມສອນ.

     ໂອກາດນີ້ ທ່ານ ພົນໂທ ສຸວອນ ເລືອງບຸນມີ ກໍໄດ້ເນັ້ນໜັກໃຫ້ສືບຕໍ່ຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະຂອງກົມກອງ, ເອົາໃຈໃສ່ກວດກາເບິ່ງແບບ
ແຜນໃນການກໍ່ສ້າງສະໂມສອນວ່າຖືກຕ້ອງກັບແຜນຜັງແລ້ວບໍ່, ຖ້າບໍ່ຖືກຕ້ອງແກ້ໄຂໃຫ້ຖືກກັບເປົ້າໝາຍທີ່ຂັ້ນເທິງກຳນົດໄວ້, ສືບຕໍ່ຕິດຕາມກວດກາ
ແລະ ເປັນເຈົ້າການກໍ່ ສ້າງໄປຕາມແບບແຜນທີ່ການຈັດຕັ້ງຂັ້ນເທິງກຳນົດໄວ້, ເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດໃຫ້ພະນັກງານ-ນັກຮົບ
ຢ່າງເປັນປົກກະຕິ, ກຳແໜ້ນສະພາບສັດຕູ, ບຸກຄົນບໍ່ຫວັງດີຈະເຂົ້າມາຕັດໄມ້ທຳລາຍປ່າ, ກວດກາສາລະເວຕິດຕາມພໍ່ແມ່ປະຊາຊົນບັນດາເຜົ່າທີ່ຈະເຂົ້າ
ມາຈັບຈອງດິນຢູ່ໃນຂົງເຂດທີ່ຫວງຫ້າມ ກວດກາລາດຕະເວນທັງເວັນ ແລະ ຄືນ ເຮັດໃຫ້ສະພາບຢູ່ຕາມເສັ້ນທາງມີຄວາມສະຫງົບໂດຍພື້ນຖານ, ໂອ
ກາດດຽວກັນຢູ່ແຕ່ລະປ້ອມ ກໍໄດ້ລາຍງານສະພາບລວມໂດຍຫຍໍ້ຂອງແຕ່ລະສະຫາຍໃນການປ້ອງກັນເວນຍາມ ແລະ ປົກປັກຮັກສາເຂດນ້ຳແດນດິນໃນ
ການສັນຈອນໄປມາຫາສູ່ຂອງພໍ່ແມ່ປະຊາຊົນທີ່ຈະເດີນທາງໄປສູ່ພາກເໜືອໃຫ້ມີຄວາມສະຫງົບ-ປອດໄພດີ ໂດຍສະເພາະປະຊາຊົນທັງສອງຊາຍແດນເສັ້ນ
ທາງເລກທີ 4K (ລະຫວ່າງກາສີ-ເມືອງນານ) ໃນການທຳມາຫາກິນມີຄວາມສະຫງົບ, ພ້ອມດຽວກັນນັ້ນທ່ານໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ທິດ ເຍືອງທາງ
ໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບທີ່ປະຈຳຢູ່ແຕ່ລະປ້ອມຈົ່ງສືບຕໍ່ເອົາໃຈໃສ່ໃນການສຶກສາອົບຮົມການເມືອງນຳພາແນວຄິດໃຫ້ອ້າຍນ້ອງໃນ
ການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງວຽກງານໃຫ້ສຳເລັດຜົນ, ພ້ອມທັງສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີ, ເອົາໃຈໃສ່ຕໍ່ວຽກງານປ້ອງກັນ
ຊາດ-ປ້ອງກັນຄວາມສະຫງົບ ພ້ອມທັງເອົາໃຈໃສ່ຕິດຕາມກວດກາກຸ່ມຄົນບໍ່ຫວັງດີທີ່ຈະມາກໍ່ຄວາມບໍ່ສະຫງົບເອົາໃຈໃສ່ລົງສົມທົບແໜ້ນກັບອຳນາດ
ການປົກຄອງທ້ອງຖິ່ນຂັ້ນຕ່າງໆທີ່ກົມກອງຕັ້ງທັບຢູ່ ເພື່ອໃຫ້ທ່ວງທັນກັບສະພາບການທີ່ຈະເກີດຂຶ້ນ.

     ໃນວັນທີ 29 ທັນວາ 2017 ຜ່ານມານີ້, ຢູ່ຫ້ອງປະຊຸມວິທະຍາຄານກົມມະດຳ ໄດ້ຈັດກອງປະຊຸມຄົ້ນຄວ້າຜ່ານຮ່າງໂຄງການກໍ່ສ້າງສວນສະໜາມ
ຫັດແອບ 70 ປີ ທີ່ຈະມາເຖິງ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງ
ປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ເຊິ່ງມີບັນດາທ່ານຄະນະນຳກະຊວງປ້ອງກັນປະເທດ, ບັນດາກົມກໍ່ສ້າງ, ແລະ ບັນດາບໍລິສັດຜູ້
ຮັບເໝົາຕ່າງໆ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

     ໃນພິທີ ທ່ານ ພຶດສະພາ ພູມສະຫວັນ ປະທານບໍລິສັດ ເອເຊຍລົງທຶນພັດທະນາ ແລະ ກໍ່ສ້າງຈຳກັດຜູ້ດຽວ ໄດ້ຕາງໜ້າໃຫ້ບໍລິສັດ ນໍລິໂກ ລາຍ
ງານຄວາມຄືບໜ້າຂອງບັນດາໜ້າວຽກໂດຍຫຍໍ້ວ່າ ພາຍຫຼັງເຊັນສັນຍາໂຄງການກໍ່ສ້າງໃນວັນທີ 13 ພະຈິກ 2017 ທາງບໍລິສັດ ກໍສຸມໃສ່ວຽກເປັນ
ຕົ້ນແມ່ນລົງເກັບຂໍ້ມູນ, ສຳຫຼວດອອກແບບ, ວຽກອະນາໄມທັບມ້າງອາຄານຜາມໄຊເກົ່າ, ວຽກປັບປຸງພື້ນທີ່ຈະກໍ່ສ້າງ, ວຽກປັກແລວໃຫ້ອະນຸກຳມະ
ການໄປກວດກາ, ວຽກຈັດວາງກຳລັງ-ພາຫະນະ, ວຽກກໍ່ສ້າງອອກແບບຜາມໄຊ, ວຽກຈັດສັນວາງກຳລັງສວນສະໜາມ, ກ້ອນຢືນ, ຈັດບ່ອນຈອດລົດ
ແລະ ກໍ່ສ້າງທາງເປຕົງ, ນອກນັ້ນບໍລິສັດຍັງໄດ້ກໍ່ສ້າງທົດແທນຄືນໃຫ້ວິທະຍາຄານຄື: ກໍ່ສ້າງສະໂມສອນມາຮອດປັດຈຸບັນນີ້ໄດ້ 10%, ກໍ່ສ້າງເຮືອນ
ນອນປ້ອງກັນຈຳນວນ 2 ຫຼັງ, ສາງອຸປະໂພກ, ສາງຍຸດໂທ, ອານຸສາວະລີ, ຫ້ອງນ້ຳສາທາລະນະຈຳນວນ 5 ຫ້ອງ, ເຮືອນຄົວ ແລະ ອື່ນໆອີກ, ຫຼັງຈາກ
ນັ້ນກົມກອງກໍພ້ອມກັນປະກອບຄຳຄິດຄຳເຫັນໃສ່ບົດລາຍງານ ເພື່ອພ້ອມກັນປະຕິບັດເນື້ອໃນດັ່ງກ່າວໄປຕາມແຜນການທີ່ໄດ້ກຳນົດໄວ້ໃນເບື້ອງຕົ້ນ.

     ໂອກາດນີ້, ທ່ານ ພົນໂທ ສຸວອນ ເລືອງບຸນມີ ກໍໄດ້ຮຽກຮ້ອງ ແລະ ເນັ້ນໜັກໃຫ້ບັນດາຄະນະນຳທີ່ກ່ຽວຂ້ອງ, ບັນດາກົມກອງ ແລະ ບໍລິສັດຜູ້ຮັບ
ເໝົາ, ຈົ່ງພ້ອມກັນສືບຕໍ່ຈັດຕັ້ງປະຕິບັດໂຄງການດັ່ງກ່າວໃຫ້ບັນລຸຕາມຈຸດປະສົງຄາດໝາຍໃຫ້ໄດ້ສຳເລັດ 100%, ໂດຍເນັ້ນໜັກບາງຈຸດຕື່ມອີກຄື
ກ່ຽວກັບຄວາມທົນທານຂອງສະໜາມວ່າຈະຮັບນ້ຳໜັກໄດ້ຫຼາຍປານໃດ, ຕ້ອງຄິດໄລ່ເປັນອັນລະອຽດຄັກແນ່, ບັນດາອາຄານຜາມໄຊ ສະຖານທີ່ ຫຼື
ຫ້ອງເຄື່ອງສຽງຢູ່ລຸ່ມຜາມໄຊຕ້ອງເຮັດໃຫ້ຖືກກັບແບບແຜນໄດ້ມາດຖານຄື ຫ້ອງນ້ຳ, ຫ້ອງຖ່າຍທອດສົດ, ຫ້ອງຮັບແຂກ, ຫ້ອງເຕັກນິກ, ຫ້ອງວິຊາ
ການ, ຫ້ອງປະຊຸມ ແລະ ຫ້ອງອື່ນໆ, ສົມທົບກັບບັນດາກົມກອງທີ່ກ່ຽວຂ້ອງຈັດວາງເປັນລະບົບບໍ່ໃຫ້ມີຄວາມຜິດພາດ ເພື່ອຮັບປະກັນໃຫ້ໄດ້, ເຮັດ
ຕ້ອງໄປຕາມແບບແຜນທີ່ກຳນົດອອກແບບຢ່າງຈະແຈ້ງເປັນອັນລະອຽດປອດໄພ 100%, ບັນດາວຽກທີ່ມີການພົວພັນກັບພາກສ່ວນທີ່ກ່ຽວຂ້ອງລະ
ຫວ່າງບໍລິສັດ, ກົມກໍ່ສ້າງ, ກົມຊ່າງແສງ, ວິທະຍາຄານ, ຜາມໄຊ, ສະໂມສອນ, ໄຟຟ້າອື່ນໆ, ຄາດໝາຍໃຫ້ສຳເລັດຕ້ອງຮັບປະກັນໄປພ້ອມ, ສ່ວນວຽກ
ງານຈຳນວນ 8 ລາຍການແມ່ນມອບໃຫ້ບໍລິສັດຜູ້ຮັບເໝົາເປັນຜູ້ເຮັດ ແລະ ສຸມໃສ່ໃຫ້ສຳເລັດກ່ອນມື້ທີ່ໄດ້ກຳນົດໄວ້ ແລະ ຮຽກຮ້ອງໃຫ້ວິທະຍາຄານ
ຈົ່ງອຳນວຍຄວາມສະດວກທຸກຢ່າງໃຫ້ແກ່ບໍລິສັດຜູ້ຮັບເໝົາ ຫຼັງຈາກນັ້ນທ່ານຮອງລັດຖະມົນຕີພ້ອມດ້ວຍຄະນະນຳບໍລິສັດ ແລະ ພາກສ່ວນທີ່ກ່ຽວຂ້ອງ
ລົງກວດກາເບິ່ງພື້ນທີ່ຕົວຈິງໃນການກໍ່ສ້າງສະໜາມຫັດແອບຄື ສະໂມສອນ, ຈຸດວາງກ້ອນຢືນ ແລະ ຈຸດວາງພາຫະນະ, ກຳລັງຄົນປະກອບອື່ນໆອີກ.