ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍຮອງຫົວໜ້າ ກມທ ຕ້ອນຮັບຄະນະສິລະປະກອນ
ທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ


ພົນຕີ ສອນທອງ ພົມລາວົງ ຕ້ອນຮັບຄະນະສິລະປະກອນ ທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ

     ສະຫາຍ ພົນຕີ ສອນທອງ ພົມລາວົງ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ
ຄະນະສິລະປະກອນ ທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ ນຳໂດຍສະຫາຍ ພັນເອກ ຫງວຽນ ວັນ ແທັງ ຫົວໜ້າການເມືອງຄະນະສິລະປະກອນທະຫານເຂດ 5
ໃນວັນທີ 3 ມັງກອນ 2019 ນີ້, ຢູ່ທີ່ຫ້ອງຮັບແຂກກົມພົວພັນຕ່າງປະເທດເນື່ອງໂອກາດທີ່ຄະນະໄດ້ມາເຄື່ອນໄຫວຢ້ຽມຢາມ ແລະ ສະແດງມິດຕະພາບຢູ່ ສປປ ລາວ ໃນ
ລະຫວ່າງວັນທີ 1-10 ມັງກອນນີ້.

     ສະຫາຍ ພົນຕີ ສອນທອງ ພົມລາວົງ ໄດ້ຕີລາຄາສູງ ແລະ ສະແດງຄວາມຕ້ອນຮັບຢ່າງອົບອຸ່ນຕໍ່ຄະນະສິປະລະກອນດັ່ງກ່າວໄດ້ມາເຄື່ອນໄຫວຢ້ຽມຢາມ ແລະ ສະແດງ
ມິດຕະພາບຢູ່ ສປປ ລາວ ໃນໂອກາດສະເຫຼີມ ສະຫຼອງວັນສ້າງຕັ້ງກອງກັບປະຊາຊົນລາວຄົບຮອບ 70 ປີ ເຊິ່ງເປັນເຫດການທີ່ມີຄວາມໝາຍຄວາມສຳຄັນປະກອບສ່ວນ
ຮັດແໜ້ນສາຍພົວພັນມິດຕະພາບຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດ, ສອງກອງທັບລາວ-ຫວຽດນາມໃຫ້ແໜ້ນແຟ້ນ ແລະ ເລິກເຊິ່ງ
ພ້ອມກັນນັ້ນກໍຍັງເປັນການປະກອບສ່ວນອັນສຳຄັນເຂົ້າໃນການສ້າງບັນຍາກາດຟົດຟື້ນມ່ວນຊື່ນ ແລະ ປຸກລະດົມກຳລັງໃຈຢ່າງໃຫຍ່ຫຼວງໃຫ້ແກ່ພະນັກ ງານ-ນັກຮົບ ໃນ
ກອງທັບ ແລະ ປະຊາຊົນລາວບັນດາເຜົ່າປະກອບສ່ວນເຂົ້າໃນການແຂ່ງຂັນກັນສ້າງຜົນງານຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆຂອງຊາດ ຂອງກອງທັບ ແລະ ພ້ອມດຽວກັນ
ນີ້ຍັງເປັນການໂຄສະນາມູນເຊື້ອຮີດຄອງປະເພນີ ແລະ ແລກປ່ຽນບົດຮຽນທາງດ້ານສິລະປະ-ວັດທະນະທຳເຊິ່ງກັນ ແລະ ກັນອີກດ້ວຍ.

     ໂອກາດນີ້, ສະຫາຍ ພັນເອກ ຫງວຽນ ວັນ ແທັງ ກໍໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບຖານມິດ
ສະຫາຍອ້າຍນ້ອງຂອງສະຫາຍຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ພ້ອມທັງສະແດງຄວາມດີໃຈທີ່ໄດ້ນຳພາຄະນະສິລະປະກອນມາເຄື່ອນໄຫວສະແດງມິດຕະພາບ
ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ຢູ່ ສປປ ລາວ ພ້ອມທັງໄດ້ແຈ້ງລາຍການເຄື່ອນໄຫວສະແດງຮັບໃຊ້ຢູ່ບັນດາກົມກອງຕ່າງໆ
ຕໍ່ສະຫາຍຮອງຫົວໜ້າກົມໃຫຍ່ການເມືອງກອງທັບຊາບ.