ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເສນາທິການກອງທັບ ສະຫຼຸບວຽກງານຮອບດ້ານປະຈໍາປີ 2020


ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າ ກົມໃຫຍ່ເສນາທິການກອງທັບ ​ເປັນ​ປະທານ

     ກົມໃຫຍ່ເສນາທິການກອງທັບໄດ້ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານປະຈໍາປີ 2020, ໃນ ວັນທີ 30 ທັນວາ 2020 ຜ່ານມາ, ໂດຍການເປັນ
ປະທານຂອງ ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກຳມະການ ສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າ ກົມໃຫຍ່ເສນາທິການກອງ
ທັບ, ມີບັນດາສະຫາຍຫົວໜ້າກົມ, ຮອງຫົວໜ້າກົມ, ຫ້ອງການ, ພະນັກງານຫຼັກແຫຼ່ງ ແລະ ແຂກຖືກເຊີນເຂົ້າຮ່ວມ.

     ສະຫາຍ ພັນເອກ ອຸ່ນທອງ ບຸດສຸວັນ ກໍາມະການຄະນະພັກກົມໃຫຍ່ ຫົວໜ້າຫ້ອງການ ກົມໃຫຍ່ເສນາທິການ ກອງທັບ ໄດ້ຜ່ານບົດສະຫຼຸບສະພາບ
ວຽກງານທີ່ໄດ້ຈັດຕັ້ງປະຕິບັດໃນປີ 2020 ແລະ ທິດທາງແຜນການປີ 2021, ເຊິ່ງໄດ້ຍົກໃຫ້ເຫັນການຊີ້ນຳ-ນຳພາ ຂອງການຈັດຕັ້ງເຄື່ອນໄຫວ ຂອງ ຄະ
ນະພັກກົມໃຫຍ່ເສນາທິການກອງທັບ, ເປັນຕົ້ນແມ່ນໄດ້ສຸມໃສ່ວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດ ກັບກົມກອງກຳລັງຫຼວງ-ກຳລັງ
ທ້ອງຖິ່ນ ເຮັດໜ້າທີ່ປັບປຸງກໍ່ສ້າງຮາກຖານການເມືອງ ຢູ່ບັນດາແຂວງຂອບເຂດໃຈກາງບໍລິເວນ ແຂວງ ໄຊສົມບູນ, ຫຼວງພະບາງ, ຊຽງຂວາງ, ປະສານສົມ
ທົບແໜ້ນກັບອຳນາດການປົກຄອງທ້ອງຖິ່ນຫັນເອົາພະນັກງານຫຼັກແຫຼ່ງລົງກໍ່ສ້າງຮາກຖານການເມືອງແບບມູນເຊື້ອຢູ່ບັນດາກົມກອງຕັ້ງທັບຢູ່.

     ໃນໄລຍະ 1 ປີ ຜ່ານມາເຫັນວ່າສະພາບແນວຄິດຢູ່ຮາກຖານການເມືອງໄດ້ມີຄວາມໜັກແໜ້ນ, ໄດ້ຊີ້ນຳວຽກງານພັດທະນາຊົນນະບົດຕາມການມອບ
ໝາຍ ຂອງຂັ້ນເທິງເປັນຕົ້ນແມ່ນຈຸດສຸມຄັງວຽງ ພ້ອມກັນຊີ້ນຳໂຄງການກິດຈະການ ປ້ອງກັນຊາດ, ເສັ້ນທາງຍຸດທະສາດຢ່າງມີຜົນສຳເລັດຕາມແຜນການ,
ຊີ້ນຳວຽກງານຄຸ້ມຄອງຍຸດທະສາດ ການທະຫານ, ເຂດຍຸດທະສາດ ແນວຫຼັງການລັກລອບຂຸດຄົ້ນຊັບພະຍາກອນທຳມະຊາດ ຢ່າງມີປະສິດທິຜົນສົມຄວນ,
ວຽກງານແກ້ໄຂໝໍ່ແໜງຄວາມບໍ່ສະຫງົບຢູ່ເຂດໃຈກາງ, ເຂດທີ່ມີຄວາມຫຼໍ່ແຫຼມ, ຈັດຕັ້ງກຳລັງສະກັດປ່ອງລອຍຂ້າມ​ຂອງຄົນບໍ່ດີນອກຊາຍແດນ, ການ
ເຄື່ອນໄຫວຍົກຍ້າຍພູມລຳເນົາແບບບໍ່ຖືກຕ້ອງ, ການຄ້າຂາຍເຖື່ອນ, ຄ້າຂາຍຢາເສບຕິດແກ້ໄຂບັນຫາຂໍ້ຂັດແຍ່ງດ້ານເຂດແດນທີ່ຍັງຄົງຄ້າງຢູ່ບໍລິເວນຊາຍ
ແດນທິດຕາເວັນຕົກ ແລະ ທິດໃຕ້ ຂອງປະເທດຕາມການຊີ້ນຳ ຂອງຂັ້ນເທິງເຮັດໃຫ້ສະພາບ ບໍລິເວນຊາຍແດນມີຄວາມສະຫງົບ ໂດຍພື້ນຖານ, ຈັດຕັ້ງ
ລະບົບປະຈຳການກຽມພ້ອມສູ້ຮົບນັບແຕ່ຂັ້ນກະຊວງລົງຮອດກົມກອງທ້ອງຖິ່ນ, ການຈັດຊ້ອມຮົບກະກຽມຄວາມພ້ອມຂອງກຳລັງແຕ່ລະເຫຼົ່າຮົບ, ກວດກາ
ການກຽມພ້ອມສູ້ຮົບ, ຈັດຕັ້ງ ແລະ ກະກຽມກຳລັງຊ່ວຍເຫຼືອ ກອບກູ້ຜົນກະທົບຈາກໄພພິບັດທຳມະຊາດຢູ່ແຂວງພາກກາງ ຢ່າງມີປະສິດທິຜົນ, ສະເພາະ
ກົມກອງທີ່ຂຶ້ນກັບກົມໃຫຍ່ເສນາທິການກອງທັບ ກໍໄດ້ຈັດຕັ້ງກຳລັງຊ່າງແສງເຂົ້າຮ່ວມເຮັດໜ້າທີ່, ຊີ້ນໍາການຈັດຕັ້ງເປົ້າໝາຍທີ່ສຳຄັນ ດ້ານຍຸດທະສາດ
ໂດຍສະເພາະຈັດຕັ້ງປ້ອງກັນການສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 45 ປີ ຮັບປະກັນຄວາມສະຫງົບໄດ້ 100%.

     ກອງປະຊຸມຍັງໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນການຢ່າງກົງໄປກົງມາ ແລະ ມີເນື້ອໃນຄົບຖ້ວນກອງປະຊຸມໄດ້ດໍາ
ເນີນໄປເປັນເວລາ 2 ວັນ ຈຶ່ງອັດລົງ.