ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ບໍລິສັດ ເປໂຕຣລາວ ຈຳກັດ ຮັບສະໜອງນ້ຳມັນເຊື້ອໄຟໃຫ້ກອງທັບ

     ຕອນແລງວັນທີ 27 ກຸມພາ 2017 ນີ້, ຢູ່ທີ່ຫ້ອງຮັບແຂກກົມໃຫຍ່ພະລາທິການກອງທັບ ໄດ້ຈັດພິທີເຊັນສັນຍາສະໜອງນໍ້າມັນເຊື້ອໄຟໃຫ້ກອງທັບ
ລະຫວ່າງບໍລິສັດ ເປໂຕຣລາວ ຈຳກັດ ກັບກົມນໍ້າມັນເຊື້ອໄຟ ກົມໃຫຍ່ພະລາທິການກອງທັບ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພົນຈັດຕະວາ
ປອ ວົງສັກ ພັນທະວົງ ກຳມະການຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະພັກອົງການກົມໃຫຍ່, ຄະນະນຳຫ້ອງການ, ວິຊາ
ການກວດກາ ແລະປະທານບໍລິສັດ ເປໂຕຣລາວ ຈຳກັດ ພ້ອມດ້ວຍຄະນະເຂົ້າຮ່ວມ.

                            
                                        ພິທີເຊັນສັນຍາສະໜອງນໍ້າມັນເຊື້ອໄຟໃຫ້ກອງທັບລະຫວ່າງບໍລິສັດເປໂຕຣລາວຈຳກັດ ກັບກົມນໍ້າມັນເຊື້ອໄຟກົມໃຫຍ່ພະລາທິການກອງທັບ

     ອີງຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນປະເທດ ສະບັບເລກທີ 653/ກປທ, ລົງວັນທີ 10/2/2017, ທັງສອງຝ່າຍໄດ້ປຶກສາຫາລືກັນ ແລະ
ເຫັນດີເປັນເອກະພາບໃນເງື່ອນໄຂຕ່າງໆ ເພື່ອສະໜອງນໍ້າມັນເຊື້ອໄຟໃຫ້ແກ່ກອງທັບຕາມເປົ້າໝາຍທີ່ໄດ້ກຳນົດ.

     ຈຸດປະສົງຂອງສັນຍາບໍລິສັດຍິນດີສະໜອງນໍ້າມັນເຊື້ອໄຟ ເຊິ່ງປະກອບດ້ວຍຊະນິດນໍ້າມັນ ຄື: ແອັດຊັງທຳມະດາ ແລະກາຊວນທຳມະດາ ໃຫ້ແກ່ກົມ
ນໍ້າມັນເຊື້ອໄຟກອງທັບ ສະໜອງໃຫ້ກອງບັນຊາການທະຫານນະຄອນຫຼວງ ແລະບັນດາກອງບັນຊາການທະຫານແຂວງ ຕາມການຕົກລົງຂອງກະຊວງປ້ອງ
ກັນປະເທດ.