ທະຫານນະຄອນຫຼວງວຽງຈັນ ສຳເລັດການອົບຮົມວຽກງານປັບປຸງແບບແຜນວິທີເຮັດວຽກ
ໃນຕອນເຊົ້າຂອງວັນທີ 27 ກຸມພາ 2017 ນີ້, ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ຈັດຕັ້ງອົບຮົມວຽກງານປັບປຸງແບບແຜນວິທີເຮັດ
ວຽກໃຫ້ນາຍທະຫານນຳພາ-ບັນຊາ ໂດຍການເປັນປະທານຂອງ ພັນເອກ ສີພອນ ຈັນສົມວົງ ຫົວໜ້າການເມືອງທະຫານນະຄອນຫຼວງວຽງຈັນ, ມີຄະນະ
ພັກ-ຄະນະບັນຊາແຕ່ລະຂັ້ນໃນອົງການ 5 ຫ້ອງ ກົມກອງຮາກຖານ ພ້ອມພະນັກງານຂັ້ນບັນຊາທົ່ວກອງບັນຊາການທະຫານນະຄອນຫຼວງວຽງຈັນເຂົ້າຮ່ວມ.
ພັນເອກ ສີພອນ ຈັນສົມວົງ ເປັນປະທານຈັດຕັ້ງອົບຮົມວຽກງານປັບປຸງແບບແຜນ ວິທີເຮັດວຽກໃຫ້ນາຍທະຫານນຳພາ-ບັນຊາ ຢູ່ກອງບັນຊາການທະຫານນະຄອນຫຼວງວຽງຈັນ
ໂອກາດນີ້, ສະຫາຍຫົວໜ້າການເມືອງທະຫານນະຄອນຫຼວງວຽງຈັນ ກໍໄດ້ຜ່ານຂໍ້ຕົກລົງວ່າດ້ວຍພາລະບົດບາດໜ້າທີ່, ທີ່ຕັ້ງການເຄື່ອນໄຫວລະບອບ
ສອງຫົວໜ້າການເມືອງ ແລະການທະຫານ, ວ່າດ້ວຍໜ້າທີ່ລະບອບຫົວໜ້າຂັ້ນກອງພັນນ້ອຍ, ກອງຮ້ອຍ, ໝວດ ພ້ອມທັງໄດ້ຍົກໃຫ້ເຫັນເຖິງບັນຫາຫຼັກ
ການລວມຂອງລະ ບອບຄະນະບັນຊາສອງຫົວໜ້າທີ່ຄະນະບັນຊາແຕ່ລະຂັ້ນທີ່ມີຄວາມຮັບຜິດຊອບຮອບດ້ານ ນັບທັງດ້ານການເມືອງ, ການທະຫານ ແລະ
ພະລາທິການທີ່ຕິດພັນກັບພາລະບົດບາດໜ້າທີ່ລວມຂອງຄະນະບັນຊາສອງຫົວໜ້າ.