ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ບົ່ງຕົວແຕ່ງຕັ້ງເລຂາ, ຮອງເລຂາ, ກຳມະການປະຈຳພັກ ແລະ
ກຳມະການຄະນະພັກອົງການຫ້ອງວ່າການກະຊວງປ້ອງກັນປະເທດ

     ວັນທີ 1 ມີນາ 2017 ນີ້, ຢູ່ທີ່ຫ້ອງປະຊຸມກະຊວງປ້ອງກັນປະເທດ ໄດ້ປະກາດບົ່ງຕົວແຕ່ງຕັ້ງເລຂາ, ຮອງເລຂາ, ກຳມະການປະຈຳພັກ ແລະກຳມະ
ການຄະນະພັກອົງການຫ້ອງວ່າການກະຊວງປ້ອງກັນປະເທດ ໂດຍການເປັນປະທານຂອງ ທ່ານ ພົນຕີ ວິໄລ ຫລ້າຄຳຟອງ ເລຂາທິການສູນກາງພັກ ຮອງ
ລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະປະຈຳພັກກະຊວງ, ຫ້ອງການ, ກົມກອງອ້ອມຂ້າງຫ້ອງວ່າການກະ
ຊວງເຂົ້າຮ່ວມ.

                        
                             ພົນຕີ ວິໄລ ຫລ້າຄຳຟອງ ເປັນປະທານປະກາດບົ່ງຕົວແຕ່ງຕັ້ງເລຂາ, ຮອງເລຂາກຳມະການປະຈຳພັກແລະກຳມະການຄະນະພັກອົງການຫ້ອງວ່າການກະຊວງປ້ອງກັນປະເທດ

     ພັນໂທ ທອງສີ ວິຈິດວົງສາ ຮອງຫົວໜ້າກົມຈັດຕັ້ງພັກກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານມະຕິຕົກລົງວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາ, ຮອງ
ເລຂາ, ກຳມະການປະຈຳພັກ ແລະກຳມະການຄະນະພັກອົງການ ຫ້ອງວ່າການກະຊວງປ້ອງກັນປະເທດ ອີງຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວ
ສະໄໝທີ X ໝວດທີ II ມາດຕາ 13 ວ່າດ້ວຍການບົ່ງຕົວແຕ່ງຕັ້ງກຳມະການຄະນະພັກ, ອີງຕາມໜັງສືສະເໜີສະບັບເລກທີ 23/ຄພຫວກ, ລົງວັນທີ
31/1/2017 ຂອງຄະນະພັກອົງການຫ້ອງວ່າການກະຊວງປ້ອງກັນປະເທດ ກ່ຽວກັບການສະເໜີບົ່ງຕົວແຕ່ງຕັ້ງເລຂາ, ຮອງເລຂາ, ຄະນະພັກກະຊວງປ້ອງ
ກັນປະເທດ ຕົກລົງບົ່ງຕົວແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ຄຳສີ ວົງຄຳຊາວ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ເປັນເລຂາຄະນະພັກອົງການຫ້ອງ
ວ່າ ການກະຊວງ (ປ່ຽນແທນ ສະຫາຍ ພົນຕີ ອ່ອນສີ ແສນສຸກ ຍົກຍ້າຍຮັບໜ້າທີ່ໃໝ່) ສະຫາຍ ພົນຈັດຕະວາ ອາລຸນໄຊ ວົງຄຳວິຈິດ ຮອງຫົວໜ້າຫ້ອງ
ວ່າການກະຊວງເປັນຮອງເລຂາຄະນະພັກ, ສະຫາຍ ພັນເອກ ຄຳມ່ວນ ເລືອງວັນຫລ້າ ເປັນກຳມະການປະຈຳພັກ ອົງການຫ້ອງວ່າການກະຊວງ ແລະສະຫາຍ
ພັນເອກ ບຸນທອນ ສິດສຸວົງ ເປັນກຳມະການຄະນະພັກ ທັງເປັນກຳມະການປະຈຳພັກອົງການຫ້ອງວ່າການກະຊວງປ້ອງກັນປະເທດ.

     ໂອກາດດັ່ງກ່າວ ສະຫາຍ ພົນຕີ ວິໄລ ຫລ້າຄຳຟອງ ກໍໄດ້ໂອ້ລົມ ແລະເນັ້ນຫຼາຍບັນຫາສຳຄັນຂົງເຂດວຽກງານທີ່ຫ້ອງວ່າການຮັບຜິດຊອບ ເປັນຕົ້ນ
ແມ່ນວຽກງານສຶກສາອົບຮົມການເມືອງນຳພາແນວຄິດໃນຖັນ ແຖວພະນັກງານສະມາຊິກພັກ, ສາມາດເປັນເສນາທິການໃຫ້ແກ່ຄະນະພັກຂັ້ນເທິງທາງດ້ານ
ວຽກງານຮັບປະກັນໃນການປັບປຸງແບບແຜນວິທີເຮັດວຽກອັນໃໝ່ ໄປຄຽງຄູ່ກັບການສ້າງຈິນຕະນາການອັນໃໝ່, ຕິດພັນກັບການແກ້ໄຂປາກົດການຫຍໍ້
ທໍ້ຕ່າງໆທີ່ເປັນສິ່ງອຸດຕັນຕໍ່ການພັດທະນາກົມກອງ, ຍົກສູງແບບແຜນການຊີ້ນຳ-ນຳພາກົງຈັກການຈັດຕັ້ງ, ກ້າເຮັດກ້າຮັບຜິດຊອບ ແລະກ້າປ່ຽນແປງຕົນ
ເອງໄປສູ່ສິ່ງໃໝ່ທີ່ຖືກຕ້ອງ, ຍົກສູງຄວາມ ຮັບຜິດຊອບຊ່ວຍເປັນເສນາທິການຮັບໃຊ້ການນຳກະຊວງຢ່າງລະອຽດຖືກຕ້ອງຊັດເຈນ, ຄົບຖ້ວນ, ກຳໄດ້ຂໍ້
ມູນຂ່າວສານອັນໃໝ່, ເປັນເຈົ້າການພັດທະນາກົມກອງ ແລະການຈັດຕັ້ງໂດຍຖື 5 ຫຼັກການ 3 ທິດນຳຂອງພັກ ເປັນໄມ້ຫລາວັດແທກຄຸນທາດການ
ເມືອງເພື່ອນຳພາກອງທັບເຮົາກ້າວຂຶ້ນເປັນກອງທັບແບບແຜນທັນສະ ໄໝເປັນກ້າວໆ.