ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຊາວໜຸ່ມກົມ ວສ-ປສ ການທະຫານ ສະຫຼຸບ
ວຽກງານຮອບດ້ານປີ 2016 ແລະ ທິດທາງແຜນການປີ 2017


ຜູ້ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານຮອບດ້ານປີ 2016 ແລະ ທິດທາງແຜນການປີ 2017

     ຕອນແລງວັນທີ 2 ມີນາ 2017 ນີ້, ຊາວໜຸ່ມກົມ ວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານ ປີ 2016
ແລະວາງທິດທາງແຜນການ ປີ 2017 ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພັນໂທ ສຸລິຍົງ ໄຊຍະວົງ ຮອງຫົວໜ້າພະແນກການເມືອງ, ຜູ້ຊີ້ນຳວຽກ
ງານອົງການຈັດຕັ້ງມະຫາຊົນ, ມີຕາງໜ້າພະແນກການ, ແມ່ຍິງ ພ້ອມດ້ວຍສະມາຊິກຊາວໜຸ່ມທົ່ວກົມເຂົ້າຮ່ວມຢ່າງພ້ອມພຽງ.

                            
                          ຮ້ອຍເອກ ຄອນສະໄໝ ທະວີເພັດ ຂຶ້ນຜ່ານບົດສະຫຼຸບວຽກງານ ຮອບດ້ານຂອງໜ່ວຍຊາວໜຸ່ມ ປີ 2016 ແລະ ວາງທິດທາງແຜນການ ປະຈຳປີ 2017

     ໂອກາດນີ້, ສະຫາຍ ຮ້ອຍເອກ ຄອນສະໄໝ ທະວີເພັດ ຄະນະໜ່ວຍຊາວໜຸ່ມກົມ ວິທະຍາສາດ-ປະ ຫວັດສາດ ການທະຫານ ກໍ່ໄດ້ຂຶ້ນຜ່ານບົດສະ
ຫຼຸບການເຄື່ອນໄຫວວຽກງານຮອບດ້ານຂອງໜ່ວຍຊາວໜຸ່ມ ປະຈຳສົກປີ 2016 ແລະວາງທິດທາງແຜນການ ປະຈຳປີ 2017. ເຊິ່ງໜ່ວຍຊາວໜຸ່ມປະ
ກອບມີ 5 ສະຫາຍເປັນຄະນະໜ່ວຍ ແລະມີ 8 ຈຸຂຶ້ນກັບ ໃນໄລຍະຜ່ານມາຊາວໜຸ່ມໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານສ້າງຂະບວນການ
ຢ່າງເປັນປົກກະຕິ ແລະເປັນກຳລັງແຮງອັນສຳຄັນໃນການສ້າງຂະບວນການຕ່າງໆ ກໍ່ຄືຂະບວນການຂອງກົມ ແລະຂັ້ນເທິງໄດ້ຈັດຕັ້ງຂຶ້ນ ເປັນຕົ້ນແມ່ນ
ເຂົ້າຮ່ວມກອງປະຊຸມ ແລະປາຖະກະຖາມູນເຊື້ອວັນສຳຄັນຕ່າງໆ, ການເຄື່ອນໄຫວວຽກງານຂະບວນການ, ການເຄື່ອນໄຫວທາງດ້ານກີລາ, ສິລະປະວັນ
ນະຄະດີ ແລະວຽກງານອື່ນໆ. ສຳລັບທິດທາງແຜນການປີ 2017 ສືບຕໍ່ສຶກສາອົບຮົມດ້ານການເມືອງແນວຄິດໃຫ້ສະມາຊິກຊາວໜຸ່ມມີຄວາມອຸ່ນອ່ຽງ
ທຸ່ນທ່ຽງ ແລະເປັນປົກະຕິ, ສືບຕໍ່ສູ້ຊົນໃນການຍົກລະດັບຄວາມຮູ້ຄວາມສາມາດທາງດ້ານພາສາຕ່າງປະເທດ, ເຂົ້າຮ່ວມຮັບຝັງການເຜີຍແຜ່ວຽກງານ
ຕ່າງໆຂອງກົມຈັດຂຶ້ນ, ສະເໜີຍ້ອງຍໍສະມາຊິກຊາວໜຸ່ມຜູ້ທີ່ມີຄວາມຫ້າວຫັນ ດຸໝັ່ນ, ປະກອບສ່ວນເຂົ້າໃນຂະບວນການຕ່າງໆຕໍ່ຫ້ອງການຊາວໜຸ່ມ,
ກະກຽມສ້າງຂະບວນການເພື່ອຂ່ຳນັບຮັບຕ້ອນວັນສຳຄັນຕ່າງໆຂອງຊາດ, ຂອງກອງທັບ, ເຜີຍແຜ່ບັນດາເອກະສານສຳຄັນຕ່າງໆໃຫ້ສະມາຊິກຊາວໜຸ່ມ
ພາຍໃນໜ່ວຍທີ່ທາງຂັ້ນເທິງ ແລະຫ້ອງການຊາວໜຸ່ມກະຊວງມອບໝາຍໃຫ້.


ພັນໂທ ສຸລິຍົງ ໄຊຍະວົງ ໂອ້ລົມຕໍ່ກອງປະຊຸມສະຫຼຸບວຽກງານຮອບດ້ານປີ 2016 ແລະ ທິດທາງແຜນການປີ 2017

     ຕ້ອນທ້າຍ ພັນໂທ ສຸລິຍົງ ໄຊຍະວົງ ກໍ່ໄດ້ໂອ້ລົມຕໍ່ກອງປະຊຸມ ກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍໍໍຊົມເຊີຍຕໍ່ຜົນງານດັ່ງກ່າວທີ່ບັນດາສະຫາຍ
ເຮັດໄດ້ໃນໄລຍະຜ່ານມາ ພ້ອມທັງເນັ້ນໜັກບາງບັນຫາທີ່ສຳຄັນກ່ຽວກັບວຽກງານດັ່ງກ່າວ ພ້ອມກັນຫ້າວຫັນສ້າງຜົນງານ ແລະເອົາໃຈໃສ່ຕັ້ງໜ້າປະຕິບັດ
ໜ້າທີ່ ຕາມຄຳຂວັນ 4 ບຸກ ທີ່ຂັ້ນເທິງວາງອອກໃຫ້ປະກົດຜົນເປັນຈິງ.