ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທະຫານແຂວງຊຽງຂວາງ ສຳເລັດບັ້ນດຳເນີນຊີວິດການເມືອງ

     ໃນວັນທີ 27 ກຸມພາ 2017 ນີ້, ກອງບັນຊາການທະຫານແຂວງຊຽງຂວາງໄດ້ສຳເລັດບັ້ນດຳເນີນຊີ ວິດການເມືອງ ພາຍຫຼັງທີ່ໄດ້ດຳເນີນມາເປັນເວລາ
4 ວັນ (24-27 ກຸມພາ 2017) ໂດຍການເປັນປະທານ ຂອງ ພັນເອກ ບຸນຊູ ໄຊລາສີ ຄະນະປະຈຳພັກແຂວງ ເລຂາພັກ ຫົວໜ້າການທະຫານກອງບັນຊາ
ການທະຫານແຂວງຊຽງຂວາງ ເປັນກຽດເຂົ້າຮ່ວມຂອງ ທ່ານ ສີທອນ ສໍບົວລະພາ ຫົວໜ້າພະແນກພາຍໃນຜູ້ຊີ້ນໍາບັ້ນດຳ ເນີນຊີວິດການເມືອງ, ມີບັນດາ
ສະຫາຍຄະນະພັກ-ຄະນະບັນຊາອົງການ 5 ຫ້ອງ ກອງບັນຊາການ, ກອງພັນນ້ອຍ, ກອງຮ້ອຍເອກະລາດທີ່ຂຶ້ນກັບເຂົ້າຮ່ວມ.

                            
                                                      ພັນເອກ ບຸນຊູ ໄຊລາສີ ເປັນປະທານສຳເລັດບັ້ນດຳເນີນຊີວິດການເມືອງ ຢູ່ກອງບັນຊາການທະຫານແຂວງຊຽງຂວາງ

     ແຜນການເຄື່ອນໄຫວດຳເນີນຊີວິດການເມືອງຂອງຄະນະພັກກອງບັນຊາການ, ຄະນະພັກຮາກຖານທີ່ຂື້ນກັບອົງຄະນະພັກກອງບັນຊາການທະຫານ
ແຂວງຊຽງຂວາງປະຈຳປີ 2017, ເຊື່ອມຊຶມກົດລະບຽບຂອງພັກສະໄໝທີ X, ເຊື່ອມຊຶມກົດໝາຍນາຍທະຫານ, ເຊື່ອມຊຶມກົດໝາຍປ່າໄມ້ ແລະເຜີຍແຜ່
ຄຳສັ່ງເລກທີ 15 ລົງວັນທີ 13 ພຶດສະພາ 2016 ຂອງນາຍົກລັດຖະມົນຕີແຫ່ງ ສປປ ລາວ. ຜູ້ແທນກອງປະຊຸມກໍໄດ້ຜັດປ່ຽນກັນຂຶ້ນຜ່ານບົດສຳຫຼວດ
ຂອງບຸກຄົນໃນຄະນະພັກຜູ້ຊີ້ນຳວຽກງານຊາຍແດນ, ໃນຂົງເຂດວຽກງານການເມືອງທາງດ້ານເສດຖະກິດ ຈາກນັ້ນກໍໄດ້ປະກອບຄຳຄິດເຫັນໃສ່ບົດສຳ
ຫຼວດແບບກົງໄປກົງມາ ໂດຍສະເພາະແມ່ນໃນຂົງ ເຂດວຽກງານຊີ້ນຳ-ນຳພາ, ວິຊາສະເພາະ ແລະວຽກງານອື່ນໆ ເອົາໃຈໃສ່ປັບປຸງແບບແຜນວິທີເຮັດ
ວຽກໃຫ້ສອດຄ່ອງກັບສະພາບພາຍໃນກົມກອງ. ໂດຍສະເພາະບັນດາຂໍ້ຄົງຄ້າງ ເພື່ອພ້ອມກັນນຳໄປແກ້ໄຂໃຫ້ດີຂຶ້ນກວ່າເກົ່າ.

     ໂອກາດນີ້ ພັນເອກ ບຸນຊູ ໄຊລາສີ ໄດ້ສະຫຼຸບຕີລາຄາສັງຮວມ ພ້ອມທັງສະແດງຄວາມຊົມເຊີຍຕໍ່ຄະນະພັກ-ຄະນະບັນຊາແຕ່ລະກົມກອງ ທີ່ໄດ້ເອົາໃຈ
ໃສ່ຊີ້ນຳ-ນຳພາປະຕິບັດໜ້າທີ່ການເມືອງຂອງຕົນທີ່ຂັ້ນເທິງມອບໝາຍໃຫ້ ແລະຮຽກຮ້ອງໃຫ້ບັນດາສະຫາຍຄະນະພັກ-ຄະນະບັນຊາກົມກອງ ຈົ່ງນຳເອົາເນື້ອ
ໃນຈິດໃຈຂອງກອງປະຊຸມບັ້ນດຳເນີນຊີວິດການເມືອງໃນຄັ້ງນີ້ ໄປຈັດຕັ້ງເຜີຍແຜ່ໃຫ້ພະນັກງານ-ນັກຮົບຢູ່ໃນກົມກອງຂອງຕົນທາງດ້ານການເມືອງແນວ
ຄິດ ເພື່ອພັດທະນາກົມກອງຕົນໃຫ້ມີບາດກ້າວຂະຫຍາຍຕົວດີຂຶ້ນເລື້ອຍໆ.