ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫົວໜ້າກົມຊ່າງແສງ ຕ້ອນຮັບຜູ້ແທນອະດີດທະຫານຊ່າງແສງສາຍພູຫຼວງ

     ໃນວັນທີ 1 ມີນານີ້, ຄະນະຜູ້ແທນອະດີດທະຫານສາຍພູຫຼວງທະຫານອາສາສະໝັກຊ່າງແສງກອງທັບປະຊາຊົນຫວຽດນາມ ນຳໂດຍ ສະຫາຍ ພົນຈັດ
ຕະວາ ຫ່ວງ ກ່ຽນ ອະດີດຫົວໜ້າກົມບັນຊາການທະຫານຊ່າງ ແສງກອງທັບປະຊາຊົນຫວຽດນາມ (ວີລະຊົນແຫ່ງຊາດ) ໄດ້ເຂົ້າຢ້ຽມຢາມຄະນະນຳກົມຊ່າງ
ແສງກົມໃຫຍ່ເສ ນາທິການກອງທັບ ໂດຍແມ່ນ ສະຫາຍ ພັນເອກ ວຽງໄຊ ໄຊສະໝອນ ຫົວໜ້າກົມຊ່າງແສງກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍ
ຄະນະ, ການຕ້ອນຮັບອັນອົບອຸ່ນຕໍ່ຄະນະດັ່ງກ່າວ ໃນໂອກາດເດີນທາງມາຢ້ຽມຢາມແລະ ທ່ອງທຽວຢູ່ ສປປ ລາວເຮົາ ໃນລະຫວ່າງວັນທີ 27 ກຸມພາ ຫາ 2
ມີນາ 2017 ນີ້.

                            
                                       ພັນເອກ ວຽງໄຊ ໄຊສະໝອນ ຕ້ອນຮັບຄະນະຜູ້ແທນອະດີດທະຫານສາຍພູຫຼວງ ທະຫານອາສາສະໝັກຊ່າງແສງກອງທັບປະຊາຊົນຫວຽດນາມ

     ໃນໂອກາດນີ້ ສອງຝ່າຍພ້ອມກັນທົບທວນຫວນຄືນຕີລາຄາໝາກຜົນແຫ່ງການພົວພັນຊ່ວຍເຫຼືອເຊິ່ງກັນ ແລະກັນ ລະຫວ່າງເຫຼົ່າຮົບຊ່າງແສງຫວຽດ
ນາມ-ລາວ ໃນໄລຍະຜ່ານມາ ໂດຍສະເພາະແມ່ນພາລະກິດຕໍ່ສູ້ກູ້ຊາດ, ການບຸກເບີກກໍ່ສ້າງເສັ້ນທາງໂຮ່ຈິມິນຕາມສາຍພູຫຼວງເບື້ອງລາວ, ບົນຈິດໃຈສາ
ມັກຄີພິເສດຮ່ວມເປັນຮ່ວມຕາຍຕ້ານສັດຕູຕົວດຽວກັນ, ພ້ອມນີ້ທັງສອງຝ່າຍຍັງໄດ້ອວຍພອນມິດຕະພາບຄວາມສາມັກຄີພິເສດ ແລະພົວພັນຮ່ວມມື
ຮອບດ້ານລະຫວ່າງເຫຼົ່າຮົບຊ່າງແສງຫວຽດນາມ-ລາວ, ລາວ-ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນໄດ້ຮັບການເສີມຂະຫຍາຍກ້າວສູ່ລ່ວງເລີກ ແລະມີປະ
ສິດທິຜົນດີ ຍິ່ງໆຂຶ້ນ.