ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງຫົວໜ້າ ກມທ ເນັ້ນໃຫ້ຄະນະນຳທະຫານ
ແຂວງໄຊສົມບູນ ຮັກສາຄວາມສະຫງົບໃຫ້ໜັກແໜ້ນ

     ໃນວັນທີ 24 ກຸມພາ 2017 ຜ່ານມານີ້, ທ່ານ ພົນຈັດຕະວາ ຜາລົມ ລິນທອງ ກຳມະການຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ການເມືອງກອງ
ທັບ ລົງຢ້ຽມຢາມພົບປະນາຍ ແລະພົນທະຫານ ຢູ່ກອງບັນຊາການທະຫານແຂວງໄຊສົມບູນ ເພື່ອຊີ້ນຳວຽກງານການປັບປຸງກໍ່ສ້າງກົມກອງໃນຮອບດ້ານ
ໂດຍໃຫ້ກຽດຕ້ອນ ຮັບຂອງ ພັນເອກ ບຸນວຽງ ໄຊເສົາຢາ ຄະນະປະຈໍາພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງ
ໄຊສົມບູນ.

                            
                                                                        ຄະນະນຳທະຫານແຂວງໄຊສົມບູນມອບກະຕ່າຂອງຂວັນໃຫ້ທ່ານພົນຈັດຕະວາ ຜາລົມ ລິນທອງ

     ພັນເອກ ບຸນວຽງ ໄຊເສົາຢາ ໄດ້ລາຍງານສະພາບໂດຍຫຍໍ້ຂອງກົມກອງໄລຍະຜ່ານມາ ຄະນະພັກ-ຄະນະບັນຊາ ກໍໄດ້ເອົາໃຈໃສ່ສຶກສາ-ອົບຮົມການ
ເມືອງແນວຄິດໃຫ້ພະນັກງານ-ນັກຮົບໃນທົ່ວກອງບັນຊາການທະຫານແຂວງໄດ້ຮັບຮູ້ເຊື່ອມຊຶມຕໍ່ແນວທາງແຜນນະໂຍບາຍຂອງພັກ-ລັດ ໂດຍສະເພາະບັນ
ດາເອກະສານນິຕິກໍາ, ມະຕິ, ຄໍາສັ່ງຕ່າງໆຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ, ພະນັກງານ-ນັກຮົບພາຍໃນກົມ ກອງມີແນວຄິດອຸ່ນອຽນທຸ່ນ
ທ່ຽງເຊື້ອໝັ້ນຕໍ່ການຊີ້ນໍາ-ນໍາພາ, ມີຄຸນທາດການເມືອງໜັກແໜ້ນ, ມີຄວາມອົດ ທົນຜ່ານຜາຄວາມຫຍຸ້ງຍາກຫຼາຍດ້ານ ເພື່ອເຮັດສໍາເລັດໜ້າທີ່-ທີ່ຂັ້ນ
ເທິງມອບໝາຍໃຫ້.

     ໃນໂອກາດດັ່ງກ່າວ ທ່ານ ພົນຈັດຕະວາ ຜາລົມ ລິນທອງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ນາຍ
ແລະພົນທະຫານໃນທົ່ວກອງບັນຊາການທະຫານແຂວງໄຊສົມບູນຍາດມາໄດ້ຕະຫຼອດໄລຍະຜ່ານມາ, ພ້ອມທັງຮຽກຮ້ອງນາຍ ແລະພົນທະຫານທຸກຄົນ ຈົ່ງ
ພ້ອມກັນອົດທົນບຸກບືນຜ່ານຜາຕໍ່ອຸປະສັກຂໍ້ຫຍຸ້ງຍາກ ໂດຍສະເພາະແມ່ນວຽກງານແກ້ໄຂເຮັດໃຫ້ສະພາບມີຄວາມສະຫງົບຢູ່ພາຍໃນແຂວງໄຊສົມບູນ, ສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ-ນັກຮົບໄດ້ຮັບຮູ້ເຊື່ອມຊຶມເຂົ້າ ໃຈຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ມີຄວາມສາມັກຄີໜັກແໜ້ນ
ເປັນໝູ່ຄະນະ.