ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ 213 ສະຫຼຸບວຽກງານຮອບດ້ານປະຈຳປີ 2018
ແລະ ວາງທິດທາງວຽກງານຈຸດສຸມປະຈຳປີ 2019

     ກົມ 213 ໄດ້ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານປະຈຳປີ 2018 ແລະ ວາງທິດທາງວຽກງານຈຸດສຸມປະຈຳປີ 2019, ໃນວັນທີ 31 ມັງກອນ 2019 ນີ້, ໂດຍ
ການເຂົ້າຮ່ວມເປັນປະທານຂອງສະຫາຍ ພົນຕີ ປອ ທອງວັນ ຈັນທະວົງ ເລຂາຄະນະພັກ, ຫົວໜ້າກົມ 213, ມີຄະນະພັກ-ຄະນະບັນຊາ, ຫ້ອງການ, ກອງພັນ, ສູນ, ໂຮງ
ຮຽນ, ພະນັກງານ-ນັກຮົບພາຍໃນກົມ 213 ເຂົ້າຮ່ວມ.


ພົນຕີ ປອ ທອງວັນ ຈັນທະວົງ ໃນນີ້ມີຫຼຽນໄຊອິດສະຫຼະໃຫ້ແກ່ນາຍແລະ ພົນທະຫານກົມ 213

     ພັນໂທ ເຜີຍເພັດ ພົມສີຈັນ ຫົວໜ້າຫ້ອງການບໍລິຫານກົມ 213 ໄດ້ຂຶ້ນຜ່ານບົດສະຫຼຸບໃນໄລຍະ 1 ປີຜ່ານມາ, ໂດຍໄດ້ຮັບການຊີ້ນຳຕິດແທດຈາກຂ້ັນເທິງ ແລະ
ຄວາມເປັນເຈົ້າການຂອງຄະນະພັກ-ຄະນະບັນຊາ ກົມ 213, ໄດ້ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກ
ກະຊວງປ້ອງກັນປະເທດ ແລະ ກອງປະຊຸມໃຫຍ່ຄັ້ງທີ IV ຂອງຄະນະພັກອົງການກົມ 213, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ປັບປຸງຄວາມສາມັກຄີ
ພາຍໃນເປັນປຶກແຜ່ນ ແລະ ປັບປຸງແບບແຜນວິທີເຮັດວຽກ, ຈັດຕັ້ງຊີ້ນຳແຕ່ລະໜ້າວຽກຢ່າງມີປະສິດທິພາບ, ຍ້ອນພະນັກງານ-ນັກຮົບໄດ້ຮັບການສຶກສາອົບຮົມການເມືອງ
ນຳພາແນວຄິດຢ່າງຕໍ່ເນື່ອງເຮັດໃຫ້ມີຄວາມຕື່ນຕົວປະຕິບັດໜ້າທີ່, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ເຮັດສຳເລັດໜ້າທີ່ການເມືອງຂອງຕົນເປັນຢ່າງດີ ເຮັດໃຫ້ນາຍ ແລະ ພົນ
ທະຫານມີແນວຄິດການເມືອງໜັກແໜ້ນ, ມີຄວາມສະຫງົບ, ອຸ່ນອຽນຕໍ່ໜ້າທີ່ການເມືອງຂອງຕົນຖືເອົາການຈັດຕັ້ງປະຕິບັດວຽກງານຕົວຈິງເປັນບ່ອນສຶກສາຍົກລະດັບ
ຄວາມຮູ້, ສະສົມປະສົບການ ແລະ ຄວາມສາມາດໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກໄດ້ຢ່າງຖືກຕ້ອງສອດຄ່ອງກັບສະພາບ ແລະ ເງື່ອນໄຂຕົວຈິງ
ຂອງກົມກອງ. ໃນນີ້ກົມ213 ມີຄະນະພັກຮາກຖານແຂງຮອບດ້ານ ມີ 42 ຫົວໜ່ວຍ, ແຂງມີ 6 ຫົວໜ່ວຍ, ໜ່ວຍພັກຮາກຖານຂຶ້ນກັບຄະນະພັກອົງການກົມ 213 ແຂງ
ຮອບດ້ານມີ 10 ຫົວໜ່ວຍ, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານແຂງຮອບດ້ານມີ 26 ຫົວໜ່ວຍ ແລະ ແຂງມີ 6 ຫົວໜ່ວຍ, ລວມທັງໝົດ 90 ຫົວໜ່ວຍ.

     ພັນໂທ ໄກສອນ ພິລາວົງ ຫົວໜ້າຫ້ອງການເມືອງກົມ 213 ໄດ້ຂຶ້ນຜ່ານດຳລັດຂອງປະທານປະເທດ, ດຳລັດຂອງນາຍົກລັດຖະມົນຕີ ແລະ ຂໍ້ຕົກລົງວ່າດ້ວຍການຍ້ອງ
ຍໍສັນລະເສີນຜົນງານ 5 ປີ ເພື່ອຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ໃຫ້ແກ່ນາຍ ແລະ ພົນທະຫານກົມ 213 ໃນນີ້
ມີຫຼຽນໄຊອິດສະຫຼະຊັ້ນ II ໃຫ້ 1 ສະຫາຍ ແລະ 1 ກົມກອງ, ຫຼຽນໄຊອິດສະຫຼະຊັ້ນ III ໃຫ້ 6 ສະຫາຍ ແລະ 6 ກົມກອງ, ປະດັບຫຼຽນໄຊແຮງງານຊັ້ນ 2 ໃຫ້ 63 ສະຫາຍ
ແລະ 3 ກົມກອງ, ປະດັບຫຼຽນໄຊແຮງງານຊັ້ນ 3 ໃຫ້ 182 ສະຫາຍ ແລະ 16 ກົມກອງ, ປະດັບຫຼຽນກາແຮງງານໃຫ້ 666 ສະຫາຍ, ມອບໃບຍ້ອງຍໍລັດຖະບານຈຳນວນ
194 ສະຫາຍ ແລະ 16 ກົມກອງ, ແລະ ມອບໃບຍ້ອງຍໍກົມໃຫຍ່ການເມືອງກອງທັບຈຳນວນ 112 ສະຫາຍ.