ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ຈັດຕັ້ງພິທີມອບໄຊ, ຫຼຽນກາ ແລະ ໃບຍ້ອງຍໍໃຫ້ພະນັກງານ-ນັກຮົບ

     ວັນທີ 22 ມັງກອນ 2019 ນີ້, ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຈັດຕັ້ງພິທີມອບຫຼຽນໄອອິດສະຫຼະ, ຫຼຽນໄຊແຮງງານ ແລະ ໃບຍ້ອງຍໍຂັ້ນຕ່າງໆ
ໃຫ້ພະນັກງານ-ນັກຮົບທີ່ມີຜົນງານດີເດັ່ນປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເນື່ອງໃນວັນສ້າງຕັ້ງກອງທັບ ປະຊາຊົນລາວ
ຄົບຮອບ 70 ປີ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພົນຈັດຕະວາ ວຽງໄຊ ສົມວິຈິດ ເລຂາຄະນະພັກຮາກຖານ, ຫົວໜ້າກົມວິທະຍາສາດ-ປະຫວັດສາດ ການ
ທະຫານ, ມີຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບເຂົ້າຮ່ວມ.


ພົນຈັດຕະວາ ວຽງໄຊ ສົມວິຈິດ ມອບຫຼຽນໄຊອິດສະຫຼະໃຫ້ແກ່ນາຍ ແລະ ພົນທະຫານກົມ ວສ-ປສ ການທະຫານ

     ພັນໂທ ອຳພອນ ພົມມາລາ ຫົວໜ້າພະແນກການເມືອງ ໄດ້ຂຶ້ນຜ່ານລັດຖະດຳລັດຂອງປະທານປະເທດແຫ່ງ ສປປ ລາວ ວ່າດ້ວຍການມອບຫຼຽນໄຊອິດສະຫຼະຊັ້ນ III
ຈຳນວນ 16 ໜ່ວຍ, ຫຼຽນໄຊແຮງງານຊັ້ນ III ຈຳນວນ 46 ສະຫາຍ, ຫຼຽນກາແຮງງານ 47 ສະຫາຍ, ໃບຍ້ອງຍໍລັດຖະບານ 15 ສະຫາຍ, ໃບຍ້ອງຍໍກະຊວງປ້ອງກັນປະ
ເທດ 9 ສະຫາຍ ແລະ ໃບຍ້ອງຍໍຂອງກົມໃຫຍ່ການເມືອງກອງທັບອີກຈຳນວນໜຶ່ງ.

     ທ່ານ ພົນຈັດຕະວາ ວຽງໄຊ ສົມວິຈິດ ຍັງໄດ້ໂອ້ລົມຕໍ່ພິທີ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ບັນດາສະຫາຍຍາດມາໄດ້ໃນຕະຫຼອດໄລຍະ
ຜ່ານມາ ແລະ ຮຽກຮ້ອງໃຫ້ພະນັກງານ-ນັກຮົບພ້ອມກັນເສີມຂະຫຍາຍຜົນງານຂອງຕົນໃຫ້ສູງເດັ່ນຂຶ້ນ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານທີ່ໄດ້ຮັບການມອບ
ໝາຍສືບຕໍ່ຍົກລະດັບຄວາມຮູ້ຄວາມສາມາດໃຫ້ສູງຂຶ້ນ, ອອກແຮງປັບປຸງຖັນແຖວສະມາຊິກພັກພະນັກງານໃຫ້ມີຄຸນທາດການເມືອງໜັກແໜ້ນ ເປັນແບບຢ່າງນຳໜ້າ
ເຂົ້າໃນຂົງເຂດວຽກງານເສີມຂະຫຍາຍແບບແຜນວິທີເຮັດວຽກຂອງຕົນໃຫ້ສູງເດັ່ນປັບປຸງຕົນເອງ ແລະ ປັບປຸງກົມກອງໃຫ້ເປັນກົມກອງປອດໃສ ເຂັ້ມແຂງ ແລະ ໜັກ
ແໜ້ນ.