ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ພົນເອກ ຄຳໄຕ ສີພັນດອນ ໂອ້ລົມຄະນະນຳ
ແລະ ພະນັກງານຫຼັກແຫຼ່ງກະຊວງປ້ອງກັນປະເທດ


ພົນເອກ ຄຳໄຕ ສີພັນດອນ ໂອ້ລົມຄະນະພັກ-ຄະນະນຳແລະພະນັກງານຫຼັກແຫຼ່ງກະຊວງປ້ອງກັນປະເທດ

     ສະຫາຍ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານພັກ, ປະທານປະເທດແຫ່ງ ສປປ ລາວ ໄດ້ເຂົ້າຢ້ຽມຢາມ ແລະ ໂອ້ລົມຄະນະພັກ-ຄະນະນຳ ແລະ ພະນັກງານຫຼັກ
ແຫຼ່ງກະຊວງປ້ອງກັນປະເທດ ໃນວັນທີ 1 ມີນາ 2019 ນີ້, ຢູ່ທີ່ສະໂມສອນຫ້ອງວ່າການກະຊວງປ້ອງກັນປະເທດ, ເຊິ່ງມີສະຫາຍ ພົນຕີ ທອງລອຍ ສີລິວົງ ກຳມະການ
ສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາຄະນະພັກ-ຄະນະນຳກະຊວງປ້ອງກັນປະເທດ, ບັນດາຄະນະນຳກົມ
ໃຫຍ່, ຫ້ອງວ່າການ, ຄະນະພັກ-ຄະນະບັນຊາຈາກບັນດາກົມ, ຫ້ອງການ, ໂຮງຮຽນ, ກົມກອງອ້ອມຂ້າງກະຊວງປ້ອງກັນປະເທດເຂົ້າຮ່ວມຮັບຟັງ.

     ໂອກາດພົບປະໂອ້ລົມຄັ້ງນີ້, ສະຫາຍ ພົນເອກ ຄຳໄຕ ສີພັນດອນ ໄດ້ຍົກໃຫ້ເຫັນສະພາບການຂອງໂລກ, ສະພາບແວດລ້ອມຂອງສາກົນ ແລະ ບັນດາປັດໄຈຂອງການ
ກໍ່ສ້າງ ແລະ ກ້າວຂຶ້ນສັງຄົມນິຍົມແຕ່ຮາກຖານຂຶ້ນມາ, ກ່ອນອື່ນຕ້ອງກຳນົດໃນມະຕິກອງປະຊຸມໃຫຍ່ຂອງພັກ ເພື່ອເປັນທິດຊີ້ນໍາໃຫ້ແກ່ຄະນະພັກຂັ້ນຕ່າງໆ ທັງເປັນທິດຊີ້
ນຳໃຫ້ແກ່ລັດຫັນເປັນນິຕິກຳ, ເປັນລະບອບລະບຽບການ ແລະ ເປັນຍຸດທະສາດການພັດທະນາ, ທັງເປັນບ່ອນອີງໃຫ້ແກ່ການຄຸ້ມຄອງ ແລະ ຕິດຕາມກວດກາການຈັດຕັ້ງ
ປະຕິບັດ, ພວກເຮົາສືບຕໍ່ສ້າງ ແລະ ຂະຫຍາຍລະບອບປະຊາທິປະໄຕ ປະຊາຊົນ, ສ້າງບັນດາປະຖົມປັດໄຈໃຫ້ແກ່ການກ້າວຂຶ້ນສັງຄົມນິຍົມເທື່ອລະກ້າວ ໂດຍເລີ່ມແຕ່ຮາກ
ຖານຂຶ້ນມາຕົ້ນຕໍແມ່ນສ້າງໃຫ້ເກີດການພົວພັນການຜະລິດ ແລະ ກໍາລັງການຜະລິດສັງຄົມນິຍົມ ໂດຍອີງໃສ່ 2 ແຫຼ່ງຊັບພະຍາກອນທີ່ມີຢູ່ກັບທີ່ເປັນຫຼັກຄືຊັບພະຍາກອນ
ທຳມະຊາດ ແລະ ສະຕິປັນຍາເຫື່ອແຮງຂອງປະຊາຊົນສົມທົບກັບທຶນຮອນ, ເຕັກນິກ, ເຕັກໂນໂລຊີ ແລະ ການຕະຫຼາດຈາກພາຍນອກ ເຮັດໄດ້ຄືດັ່ງກ່າວບໍ່ພຽງແຕ່ສາມາດ
ແກ້ໄຂຄວາມແຕກຕ່າງດ້ານຄວາມຮັ່ງມີຢູ່ຮາກຖານ, ຫາກຍັງສາມາດແກ້ໄຂຄວາມແຕກຕ່າງດ້ານການພັດທະນາລະຫວ່າງຊົນນະບົດກັບຕົວເມືອງ, ຕ້ອງສ້າງໃຫ້ທ້ອງຖິ່ນ
-ຮາກຖານ ໂດຍສະເພາະຂັ້ນບ້ານມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງໃນລະບົບການເມືອງ, ມີຄວາມຮັ່ງມີທາງດ້ານເສດຖະ
ກິດ-ການເງິນ ແລະ ຈະເລີນກ້າວໜ້າທາງດ້ານສັງຄົມ-ວັດທະນະທຳ, ສ້າງຄວາມເຂັ້ມແຂງໃນດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ເພື່ອສາ
ມາດປະກອບສ່ວນເຂົ້າໃນການປົກປັກຮັກສາອະທິປະໄຕ ແລະ ເຂດນໍ້າແດນດິນຂອງຊາດ, ປົກປັກຮັກສາຄວາມສະຫງົບໃຫ້ແກ່ບ້ານຊ່ອງ, ປົກປັກຮັກສາຊີວິດຊັບສິນຂອງ
ປະຊາຊົນ. ພ້ອມດຽວກັນທ່ານຍັງໄດ້ຮຽກຮ້ອງໃຫ້ການນໍາກະຊວງປ້ອງກັນປະເທດທຸກພາກສ່ວນ ຈົ່ງພ້ອມກັນສືບຕໍ່ປັບປຸງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,
ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ຂຸດຄົ້ນກໍາລັງແຮງເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຮັກສາໄດ້ເຂດນໍ້າແດນດິນ, ຮັກສາໃຫ້
ໄດ້ຄວາມສະຫງົບ ແລະ ສືບຕໍ່ຮັກສາການພົວພັນຮ່ວມມືຮອບດ້ານແບບພິເສດກັບ ສສ ຫວຽດນາມ, ເປັນຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານກັບ ສປ
ຈີນ, ພົວພັນຮ່ວມມືຢ່າງເປັນປົກກະຕິກັບເພື່ອນມິດຍຸດທະສາດ ແລະ ປະເທດເພື່ອນມິດອື່ນໆ, ພ້ອມກັນຕ້ານ ແລະ ສະກັດກັ້ນປາກົດການຫຍໍ້ທໍ້ໃນສັງຄົມ ແລະ ການສໍ້
ລາດບັງຫຼວງໃຫ້ໝົດໄປຈາກສັງຄົມ, ເອົາໃຈໃສ່ສຶກສາອົບຮົມ ແລະ ຍົກລະດັບຄວາມຮູ້, ຄວາມເຂົ້າໃຈໃຫ້ແກ່ພະນັກງານສະມາຊິກພັກ, ພະນັກງານ ແລະ ປະຊາຊົນບັນ
ດາເຜົ່າກ່ຽວກັບການສ້າງບັນດາປະຖົມປັດໄຈກ້າວຂຶ້ນສັງຄົມນິຍົມ, ເອົາໃຈໃສ່ປັບປຸງຮາກຖານພັກໜ່ວຍພັກໃຫ້ກາຍເປັນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ.