ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທາບທາມບຸກລະກອນ​ເຂົ້າ ​ຄະນະ​ບໍລິຫານ​ງານ​ພັກ​
ອົງການກົມ​ໃຫ່ຍ​ເສນາ​ທິການ​ກອງທັບ ສະ​ໄໝທີ VI ຮອບທີ 2


ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນ ກະຊວງປ້ອງກັນປະເທດ,
ເລຂາຄະນະພັກ, ຫົວໜ້າ ກົມໃຫຍ່ເສນາທິການກອງທັບເປັນປະທານ

     ທ້າຍເດືອນ ກຸມພາ ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ຈັດກອງປະຊຸມທາບທາມບຸກລະກອນເຂົ້າສະໜັກເລືອກຕັ້ງ ຄະນະບໍລິຫານງານພັກອົງການກົມໃຫຍ່ເສນາ
ທິການກອງທັບສະໄໝທີ VI ຮອບທີ 2 ໂດຍການເປັນປະທານຂອງ ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກຳມະການ ສູນກາງພັກ, ຮອງລັດຖະມົນ ກະຊວງປ້ອງກັນປະ
ເທດ, ເລຂາຄະນະພັກ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ສະຫາຍຮອງເລຂາ ຄະນະພັກ, ກຳມະການ ຄະນະປະຈຳພັກກົມໃຫຍ່, ມີຄະນະກົມ, ຫ້ອງການ ແລະ ພະ
ແນກການເຂົ້າຮ່ວມ.

     ສະຫາຍ ພັນໂທ ໄຊພອນ ສອນມະນີ ຮອງຫົວໜ້າ ຫ້ອງການເມືອງກົມໃຫຍ່ເສນາທິການກອງທັບ ໄດ້ຂື້ນຜ່ານມາດຖານເງື່ອນໄຂຜູ້ສະໜັກຮັບເລືອກຕັ້ງເຂົ້າ ຄະນະ
ບໍລິຫານງານພັກອົງການ, ເລຂາ, ຮອງເລຂາ, ປະ ທານກວດກາ ແລະ ຮອງປະທານກວດກາພັກ ເຊິ່ງການເລືອກເຟັ້ນບຸກລະກອນເຂົ້າໃນ ຄະນະບໍລິຫານງານພັກແຕ່ລະຂັ້ນ
ຕ້ອງຮັບປະກັນໃຫ້ຖືກຕ້ອງຕາມມາດຖານເງື່ອນໄຂທີ່ໄດ້ກຳນົດໄວ້ຕ້ອງເປັນໝູ່ຄະນະ, ສຽງສ່ວນໜ້ອຍຕ້ອງປະຕິບັດຕາມສຽງສ່ວນຫຼາຍ, ຮັບປະກັນການເສີມຂະຫຍາຍ
ປະຊາທິປະໄຕ ຢ່າງກວ້າງຂວາງພາຍໃນພັກ ແລະ ມາດຖານສະເພາະຂອງ ຄະນະບໍລິຫານງານພັກທີ່ໄດ້ກຳນົດໄວ້ໃນມາດຕາ 12 ຂໍ້ 2 ກົດລະບຽບ ຂອງພັກສະໄໝທີ X
ແລະ ມາດຕາ 3,5,7,10, ມາດຕາ 12 ຂອງມະຕິກົມການເມືອງສູນກາງພັກ ສະບັບເລກທີ 030/ກມສພ ລົງວັນທີ 30 ມັງກອນ 2018 ແລະ ຄຳສັ່ງແນະນຳຂອງ ຄະນະ
ພັກກະຊວງປ້ອງກັນ ປະເທດ ສະບັບເລກທີ 2381/ຄພກປທ ລົງວັນທີ 20/6/2019.

     ໂອກາດນີ້, ສະຫາຍພົນໂທ ສຸວອນ ເລືອງບຸນມີ ໄດ້ເນັ້ນໃຫ້ແຕ່ລະ ສະຫາຍ ໃຊ້ສິດປະຊາທິປະໄຕ ໃຫ້ຖືກຕ້ອງຮັດກຸມ ແລະ ມີເນື້ອໃນ, ຮູ້ໃຈແຍກໃຫ້ເຫັນກວ້າງເບິ່ງ
ໃກ, ຕ້ອງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນເຂົ້າໃນການທາບທາມໃນຄັ້ງນີ້ ໃຫ້ບັນລຸຕາມຈຸດປະສົງຄາດໝາຍທີ່ວາງ​ໄວ້, ຈາກນັ້ນຜູ້ແທນ ກອງປະຊຸມ
ກໍໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ຂອງຕົນບ່ອນບັດຄັດເລືອກເອົາບຸກລະກອນທີ່ຈະສະໜັກເຂົ້າໃນຄະນະບໍລິຫານງານ ພັກອົງການກົມໃຫຍ່ເສນາທິການກອງທັບສະໄໝ
ທີ VI ຮອບທີ 2.