ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ແຂ່ງຂັນກີລາເຕະບານຍິງມິດຕະພາບ ລະຫວ່າງ ສະຫະພັນແມ່ຍິງ
ກປທ ກັບ ສະຫະພັນ​ແມ່ຍິງ 10 ກະຊວງ


ສະຫາຍ ພົນຈັດຕະວາ ວໍລະສານ ວິລັດດາວົງ ຄະນະປະຈໍາພັກກະຊວງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ​ເປັນ​ປະທານ

     ການແຂ່ງຂັນກີລາເຕະບານຍິງມິດຕະພາບລະຫວ່າງ ສະຫະພັນແມ່ຍິງ ກະຊວງປ້ອງກັນປະເທດ ກັບ ສະຫະພັນແມ່ຍິງ 10 ກະຊວງຊີງຂັນປະທານຜູ້ຊີ້
ນໍາອົງການຈັດຕັ້ງມະຫານຊົນ ກະຊວງປ້ອງກັນປະເທດ ໄດ້ຈັດຂຶ້ນໃນ ວັນທີ 3 ມີນາ 2021 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວໍລະ
ສານ ວິລັດດາວົງຄະນະປະຈໍາພັກກະຊວງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ ກະຊວງປ້ອງກັນປະເທດ, ມີ ສະຫາຍ
ພັນເອກ ນາງ ໄພວອນ ອິນທະບຸດ ຫົວໜ້າ ຫ້ອງການສະຫະພັນແມ່ຍິງ ກະຊວງປ້ອງກັນປະເທດ, ມີປະທານ, ຮອງປະທານສະຫະພັນແມ່ຍິງ ຈາກ 10 ກະ
ຊວງ, ມີບັນດາຄອບຄົວການນໍາ, ຄະນະພັກ-ຄະນະບັນຊາ, ຕາງໜ້າອົງການ, ກົມ, ຫ້ອງການອ້ອມຂ້າງ ກະຊວງປ້ອງກັນປະເທດ ພ້ອມດ້ວຍສະມາຊິກສະ
ຫະພັນແມ່ຍິງ ແລະ ນັກກີລາຈາກ 10 ກະຊວງເຂົ້າຮ່ວມ.

     ການດໍາເນີນການແຂ່ງຂັນກີລາ ໄດ້ສໍາເລັດລົງດ້ວຍບັນຍາກາດຄຶກຄື້ນມ່ວນຊື່ນທັງນີ້ກໍ ເພື່ອເປັນການສ້າງບັນຍາກາດ ຟົດຟື້ນມ່ວນຊື່ນຂໍ່ານັບຮັບ
ຕ້ອນວັນປະຫວັດສາດຂອງຊາດ ຂອງພັກຂອງກອງທັບ ເວົ້າລວມ, ເວົ້າສະເພາະຂໍ່ານັບຮັບຕ້ອນວັນແມ່ຍິງສາກົນ ຄົບຮອບ 111 ປີ ທີ່ຈະມາເຖິງໃນມໍ່ໆນີ້
ໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ ແລະ ມີຄວາມໝາຍເລິກເຊິ່ງ ທັງເປັນການເຝິກຝົນກໍາລັງແຮງກາຍໃຫ້ມີສຸຂະພາບແຂງແຮງປະກອບສ່ວນ ເຂົ້າໃນການ
ປັບປຸງກໍ່ສ້າງກົມກອງ ໃຫ້ເຕີບໃຫຍ່ເຂັ້ມແຂງໜັກແໜ້ນໄປເທື່ອລະກ້າວ. ຜ່ານການແຂ່ງຂັນຕົວຈິງ ສາມາດສະຫຼຸບຜົນການແຂ່ງຂັນໄດ້ ອັນດັບທີ 1 ໄດ້
ແກ່ທີມ ກະຊວງສຶກສາທິການ ແລະ ກີລາ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 700.000 ກີບ, ອັນດັບທີ 2 ກະຊວງປ້ອງກັນຄວາມສະຫງົບ ໄດ້ຮັບຂັນ 1
ໜ່ວຍພ້ອມເງິນສົດ 500.000 ກີບ, ອັນດັບທີ 3 ກະຊວງປ້ອງກັນປະເທດ, ແລະ ທີມກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຮັບເງິນສົດທີມລະ 300.000
ກີບ ແລະ ອັນດັບທີ 4 ທີມ ກະຊວງກະສິກໍາປ່າໄມ້, ກະຊວງການຕ່າງປະເທດ, ທະນາຄານ ແຫ່ງ ສປປ ລາວ, ກະຊວງສາທາລະນະສຸກ, ກະຊວງຖະແຫຼງ
ຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ກະຊວງການເງິນ ໄດ້ຮັບເງິນສົດທີມລະ 200.000 ກີບ.