ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສ່ອງແສງວຽກງານຮອບດ້ານປະຈຳໄຕມາດ I ປີ 2019 ເຂດພາກເໜືອ


ພົນຕີ ປອ ທອງລອຍ ສີລິວົງ ເປັນປະທານກອງປະຊຸມສ່ອງແສງວຽກງານຮອບດ້ານ
ປະຈຳໄຕມາດ I ປີ 2019 ຂອງ 4 ແຂວງພາກເໜືອແລະ 1 ກອງພົນ

     ຫວ່າງມໍ່ໆນີ້, ຢູ່ທີ່ສະໂມສອນກອງບັນຊາການທະຫານແຂວງຜົ້ງສາລີ ໄດ້ເປີດກອງປະຊຸມສ່ອງແສງວຽກງານຮອບດ້ານ ປະຈຳໄຕມາດ I ປີ 2019 ຂອງ 4 ແຂວງ
ພາກເໜືອ ແລະ 1 ກອງພົນ ໂດຍແມ່ນກອງບັນຊາການທະຫານແຂວງຜົ້ງສາລີເປັນເຈົ້າພາບ. ພາຍໃຕ້ການເປັນປະທານຂອງ ສະຫາຍ ພົນຕີ ປອ ທອງລອຍ ສີລິວົງ ກຳ
ມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ຄຳເຈນ ວົງໂພສີ ກໍາມະການ
ສູນກາງພັກ, ເລຂາພັກແຂວງ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ເຈົ້າແຂວງຜົ້ງສາລີ, ມີສະຫາຍ ພົນຈັດຕະວາ ສອນເຫຼົາ ໄຊຍະບຸດ ຫົວໜ້າກົມ
ພະນັກງານ ກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.

     ໃນກອງປະຊຸມ ສະຫາຍ ພົນຕີ ປອ ທອງລອຍ ສີລິວົງ ໄດ້ກ່າວເປີດກອງປະຊຸມຄັ້ງນີ້ຢ່າງເປັນທາງການຈາກນັ້ນຕາງໜ້າຄະນະພັກ-ຄະນະບັນຊາ, ຜູ້ແທນກອງປະຊຸມ
ແຕ່ລະສະຫາຍໄດ້ຜັດປ່ຽນກັນຂຶ້ນລາຍງານສະ ພາບການໃນການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ, ເຊິ່ງແຕ່ລະສະຫາຍໄດ້ຍົກໃຫ້ເຫັນສະພາບການດຳລົງຊີວິດ
ຂອງປະຊາຊົນບັນດາເຜົ່າທີ່ອາໄສຢູ່ລຽບຕາມຊາຍແດນລະຫວ່າງແຂວງຕໍ່ແຂວງ ແລະ ເສັ້ນຊາຍແດນລະຫວ່າງປະເທດແມ່ນມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີ
ຄວາມສະຫງົບໂດຍພື້ນຖານ, ວຽກງານສຶກສາອົບຮົມການເມືອງນຳພາແນວຄິດໃຫ້ແກ່ນາຍ ແລະ ພົນທະຫານຢູ່ກົມກອງຮາກຖານເປັນປົກກະຕິ ເພື່ອຮັບປະກັນໃຫ້ມີ
ຄວາມປອດໄສ, ເຂັ້ມແຂງ ແລະ ໜັກແໜ້ນໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ-ກົດໝາຍຂອງລັດ, ຂໍ້ກຳນົດກົດລະບຽບຂອງກອງທັບ, ເຮັດສຳເລັດ
ທຸກໜ້າທີ່ວຽກງານຕາມການມອບໝາຍໃຫ້ ກັບສະພາບການ, ປົກປັກຮັກສາເຂດນໍ້າແດນດິນ, ຊັບພະຍາກອນທຳມະຊາດ ແລະ ອະທິປະໄຕຂອງຊາດຕາມບໍລິເວນຊາຍ
ແດນ ລາວ-ຈີນ, ລາວ-ຫວຽດນາມ ແລະ ລາວ-ໄທ ລະຫວ່າງແຂວງຕໍ່ແຂວງໃຫ້ມີຄວາມສະຫງົບໝັ້ນຄົງ ນອກຈາກນັ້ນກໍ່ຍັງມີຫຼາຍບັນຫາເຊິ່ງເປັນປາກົດການຫຍໍ້ທໍ້ທີ່
ມັກກ່ໍໃຫ້ເກີດຄວາມບໍ່ສະຫງົບເປັນຕົ້ນມີປະຊາຊົນບັນດາເຜົ່າບາງຈຳນວນທີ່ອາໄສຢູ່ລຽບຕາມຊາຍແດນລັກແຕ່ງງານ, ຍົກຍ້າຍຕັ້ງພູມລຳເນົາແບບຊະຊາຍ, ຂ້າຂາຍ
ເຖື່ອນ, ຂົນສົ່ງສິ່ງເສບຕິດ, ຂຸດຄົ້ນເຄື່ອງປ່າຂອງດົງຂ້າມຊາຍແດນທີ່ຜິດຕໍ່ລະບຽບຊາຍແດນລະຫວ່າງຊາດ. ກອງປະຊຸມຍັງໄດ້ວາງທິດທາງ ແລະ ແຜນການໃນຊຸມປີຕໍ່
ໜ້າ ໂດຍສືບຕໍ່ຊີ້ນໍາ-ນໍາພາບັນຊາສຳ ນັກງານ, ອົງການ ແລະ ກົມກອງໃນທົ່ວທະຫານແຂວງ ແລະ ກົມກອງທີ່ຂຶ້ນກັບກໍາລັງຫຼວງໃຫ້ມີສະຕິກຽມ ພ້ອມສູ້ຮົບ, ຕ້ານ ແລະ
ສະກັດກັ້ນການເຄື່ອນໄຫວແກ້ໄຂກວດກາບັນດາບັນຫາທີ່ມັກກ່ໍໃຫ້ເກີດຄວາມບໍ່ສະຫງົບຢູ່ຂອບເຂດເສັ້ນຊາຍແດນ, ເສັ້ນທາງຫຼວງ, ເສັ້ນທາງຍຸດທະສາດໃຫ້ເປັນປົກ
ກະຕິໃຫ້ມີຄວາມປອດໄພ ແລະ ຮັບປະກັນຄວາມສະຫງົບໃຫ້ໄດ້100%.

     ໂອກາດທີ່ມີຄວາມໝາຍສຳຄັນດັ່ງກ່າວ ສະຫາຍ ພົນຕີ ປອ ທອງລອຍ ສີລິວົງ ກໍໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ພ້ອມທັງເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ
ແຕ່ລະຂັ້ນຕ້ອງໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງນໍາພາແນວຄິດໃຫ້ແກ່ນາຍ ແລະ ພົນທະຫານໃນກົມກອງຢ່າງເປັນປົກກະຕິ, ສືບຕໍ່ຊີ້ນໍາ-ນໍາພາປັບປຸງລະບຽບແບບ
ແຜນໃນການຈັດຕັ້ງປະຕິບັດວຽກງານ, ສືບຕໍ່ການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງພາຍໃນ ແລະ ຕ່າງປະເທດໃຫ້ເຂັ້ມແຂງໜັກແໜ້ນ, ແກ້ໄຂ້ບັນດາ
ບັນຫາປາກົດການຫຍໍ້ທໍ້ທີ່ມັກກໍ່ໃຫ້ເກີດຄວາມບໍ່ສະຫງົບຢູ່ລຽບຕາມຊາຍແດນ ເພື່ອສ້າງຊາຍແດນມິດຕະພາບ ແລະ ສັນຕິພາບດ້ວຍກັນ.