ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະນຳກະຊວງປ້ອງກັນປະເທດອວຍພອນ ຄະນະນຳກະຊວງປ້ອງກັນຄວາມສະຫງົບ


ພົນຕີ ອ່ອນສີ ແສນສຸກ ພ້ອມດ້ວຍຄະນະອວຍພອນຄະນະນຳກະຊວງປ້ອງກັນຄວາມສະຫງົບ

     ໃນຕອນເຊົ້າຂອງວັນທີ 3 ເມສາ 2019 ນີ້, ຄະນະນຳກະຊວງປ້ອງກັນປະເທດ ນຳໂດຍສະຫາຍ ພົນຕີ ອ່ອນສີ ແສນສຸກ ກຳມະການຄະນະປະຈຳພັກກະຊວງ, ຮອງ
ລັດ ຖະມົນຕີກະຊວງປ້ອງກັນປະເທດ ໄດ້ນຳເອົາກະຕ່າດອກໄມ້ ແລະກະຕ່າຂອງຂວັນເຂົ້າອວຍພອນຄະນະນຳກະຊວງ ປກສ, ຕ້ອນຮັບໂດຍ ສະຫາຍ ພົນຈັດ ຕະວາ ສີສະ
ຫວາດ ແກ້ວມາລາວົງ ຫົວໜ້າຫ້ອງວ່າການກະຊວງ ປກສ ເນື່ອງໃນໂອກາດວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 58 ປີ (5 ເມສາ 1961-5 ເມສາ 2019).

     ສະຫາຍ ພົນຕີ ອ່ອນສີ ແສນສຸກ ຕາງໜ້າການນຳກະຊວງປ້ອງກັນປະເທດ ໄດ້ກ່າວອວຍພອນ ແລະ ຝາກຄວາມຍື້ຢາມຖາມຂ່າວທີ່ເຕັມໄປດ້ວຍຄວາມສາມັກຄີຮັກ
ແພງ ພ້ອມທັງຕີລາຄາສູງຕໍ່ຜົນງານເຄື່ອນໄຫວເຮັດສຳເລັດໜ້າທີ່ການເມືອງ ແລະການປັບປຸງກຳລັງໃນທຸກດ້ານເຕີບໃຫຍ່ຂະຫຍາຍຕົວ ແລະເຂັ້ມແຂງຕະຫຼອດໄລຍະ 58
ປີທີ່ຜ່ານມາ ຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນໄດ້ຮັບຄວາມເຊື່ອໝັ້ນ ແລະໄວ້ເນື້ອເຊື່ອໃຈຈາກພັກ-ລັດປະຊາຊົນລາວບັນດາເຜົ່າ. ທັງມີຄວາມເອກອ້າງ ແລະສູງ
ເດັ່ນໃນເວທີສາກົນ ແລະພາກພື້ນຢ່າງໜ້າເພິ່ງພໍໃຈ.

     ໃນໂອກາດອັນມີຄວາມໝາຍສຳຄັນນີ້ ສະຫາຍ ພົນຈັດຕະວາ ສີສະຫວາດ ແກ້ວມາລາວົງ ຕາງໜ້າໃຫ້ຄະນະນຳກະຊວງປ້ອງກັນຄວາມສະຫງົບ ກໍໄດ້ກ່າວສະແດງ
ຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງຍິ່ງຕໍ່ຄະນະນຳກະຊວງປ້ອງກັນປະເທດ ທີ່ເຫັນໄດ້ຄວາມສຳຄັນຂອງວັນດັ່ງກ່າວມາອວຍພອນໄຊອັນປະເສີດແກ່ຄະນະນຳກະຊວງປ້ອງ
ກັນຄວາມສະຫງົບ ເວົ້າສະເພາະ ແລະທົ່ວກຳລັງປ້ອງກັນຄວາມສະຫງົບ ພ້ອມທັງກ່າວອວຍພອນ ໃຫ້ການພົວພັນເວົ້າສະເພາະຮ່ວມມືໃນດ້ານຕ່າງໆລະຫວ່າງສອງກອງ
ກຳລັງຈົ່ງແໜ້ນແຟ້ນ ແລະໄດ້ຮັບການປັບປຸງເສີມຂະຫຍາຍດີຂຶ້ນເລື້ອຍໆ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ທີ່ພັກ-ລັດ ແລະປະຊາຊົນມອບໝາຍໃຫ້ຢ່າງດີງາມ.