ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສ້າງກອງທັບໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ


ທ່ານ ບຸນຍັງ ວໍລະຈິດ ເຂົ້າຮ່ວມເປັນປະທານກອງປະຊຸມດໍາເນີນຊີວິດ
ການເມືອງປັບປຸງປົວແປງພາຍໃນພັກທົ່ວອົງຄະນະພັກກະຊວງປ້ອງກັນປະເທດ

     ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ກ່າວວ່າ: ອົງຄະນະພັກກະຊວງປ້ອງ
ກັນປະເທດຕ້ອງເຮັດໃຫ້ການດໍາເນີນຊີວິດການເມືອງປັບປຸງປົວແປງພາຍໃນພັກທົ່ວກອງທັບຕິດພັນກັບການສ້າງເງື່ອນໄຂ ແລະປັດໄຈຕ່າງໆເພື່ອໃຫ້ບັນລຸ
ຄາດໝາຍໃຫຍ່ 5 ປະການຄື: ເອົາໃຈໃສ່ນໍາພາການກໍ່ສ້າງກອງທັບປະຊາຊົນລາວ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງທາງການເມືອງ, ມີຄວາມຈົງຮັກພັກ
ດີມີຄວາມບໍລິສຸດຜຸດຜ່ອງຕໍ່ພັກ, ປະເທດຊາດ ແລະປະຊາຊົນຢ່າງສະເໝີຕົ້ນສະເໝີປາຍ, ສ້າງກອງທັບໃຫ້ເປັນກອງທັບທີ່ມີຄວາມສາມັກຄີ ເອກະພາບ
ຢ່າງໜັກແໜ້ນເປັນປຶກແຜນແໜ້ນໜາ,ເປັນກອງທັບທີ່ມີລະບົບການຈັດຕັ້ງກົງຈັກເຂັ້ມແຂງການປະກອບເຫຼົ່າຮົບ ແລະໜ່ວຍປະກອບອາວຸດແຕ່ລະຂັ້ນ
ໃຫ້ແທດເໝາະກັບສະພາບຕົວຈິງ, ສ້າງກອງທັບເຮົາໃຫ້ເປັນກອງທັບທີ່ມີລະບຽບແບບແຜນ ແລະທັນສະໄໝ ພ້ອມກັນນັ້ນຢືນຢູ່ຕໍ່ໜ້າເງື່ອນໄຂໃໝ່ກໍ
ຄືການເລັ່ງທວງຂອງສະພາບການໃໝ່ ກອງທັບເຮົາກໍຕ້ອງປັບປຸງ ແລະມີແບບແຜນນໍາພາ-ບັນຊາສູ້ຮົບຢ່າງມີວິທະຍາສາດແທດເໝາະກັບຕົວຈິງ, ທັນສະ
ໄໝ ແລະສືບຕໍ່ສ້າງກອງທັບເຮົາໃຫ້ເປັນກອງທັບທີ່ມີຄວາມປອດໃສເຂັ້ມແຂງ ແລະໜັກແໜ້ນ ສາມາດຍົກກໍາລັງແຮງສູ້ຮົບສູງຂຶ້ນຢ່າງບໍ່ຢຸດຢັ້ງ.

     ທ່ານ ບຸນຍັງ ວໍລະຈິດ ກ່າວເຊັ່ນນັ້ນໃນໂອກາດເຂົ້າຮ່ວມເປັນປະທານກອງປະຊຸມດໍາເນີນຊີວິດການ ເມືອງປັບປຸງປົວແປງພາຍໃນພັກທົ່ວອົງຄະນະ
ພັກກະຊວງປ້ອງກັນປະເທດ ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 03-11 ພຶດສະພາ 2017 ນີ້, ຢູ່ທີ່ສະໂມສອນກົມໃຫຍ່ການເມືອງກອງທັບໂດຍມີ ພົນໂທ
ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ມີຮອງລັດຖະມົນຕີ, ຄະນະນໍາກະຊວງ, ບັນດາ
ຄະນະພັກ-ຄະນະບັນຊາທີ່ມາຈາກກົມໃຫຍ່, ກົມນ້ອຍ, ຫ້ອງການ ແລະບັນດາຄະນະພັກ-ຄະນະບັນຊາກົມກອງກໍາລັງຫຼວງເຂົ້າຮ່ວມ.

     ສະຫາຍເລຂາທິການໃຫຍ່ຍັງໄດ້ກ່າວຕື່ມອີກວ່າ: ໃນການດໍາເນີນຊີວິດການເມືອງປັບປຸງປົວແປງພາຍໃນພັກອົງຄະນະພັກກະຊວງປ້ອງກັນປະເທດ
ກໍຄືໃນທົ່ວກອງທັບຕ້ອງເຮັດດ້ວຍຈິດໃຈບຸກທະລຸກ້າເບິ່ງຄວາມຈິງກ້າເວົ້າຄວາມຈິງກ້າຫານຮັບເອົາຄວາມຈິງ ແລະກ້າປ່ຽນແປງຕົນເອງໃຫ້ສົມກັບເປັນ
ກຳລັງຫຼັກແຫຼ່ງຂອງພັກ.

     ໃນກອງປະຊຸມທີ່ມີຄວາມໝາຍສໍາຄັນນີ້ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ໄດ້ກ່າວມີຄໍາເຫັນເປີດກອງປະຊຸມ ເຊິ່ງໃນບາງຕອນທ່ານໄດ້ກ່າວ
ວ່າ: ກອງປະຊຸມທີ່ມີຄວາມໝາຍສຳຄັນຄັ້ງນີ້ຈະໄດ້ດໍາເນີນເປັນເວລາ 7 ວັນ, ໃນວາລະກອງປະຊຸມໃນຖານະເປັນຄະນະພັກ, ພະນັກງານຫຼັກແຫຼ່ງ ທັງເປັນຜູ້
ຈັດຕັ້ງປະຕິບັດໂດຍກົງແນວທາງນະໂຍບາຍຂອງພັກ ເຊິ່ງຈະໄດ້ທົບທວນຄືນບັນຫາດັ່ງກ່າວ ເຊິ່ງມີເນື້ອໃນດັ່ງນີ້: ເອກະສານສະຫຼຸບຕີລາຄາການນໍາພາ-ຈັດ
ຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ຂອງຄະນະພັກກະຊວງປ້ອງກັນປະເທດ, ມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກະຊວງປ້ອງ
ກັນປະເທດໃນປີຜ່ານມາ ເພື່ອຄົ້ນໃຫ້ເຫັນຈຸດດີ, ຈຸດອ່ອນແນວໃດ ແລະສາເຫດດ້ານດີ-ອ່ອນ, ເອກະສານເດັດດ່ຽວປັບປຸງປົວແປງພັກໃຫ້ປອດໃສເຂັ້ມ
ແຂງໜັກແໜ້ນ, ມະຕິວ່າດ້ວຍການແກ້ໄຂພະຍາດອາດຍາສິດ ສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງ. ດັ່ງນັ້ນ ເພື່ອເຮັດໃຫ້ກອງປະຊຸມບັນລຸຕາມຈຸດ
ປະສົງ ແລະຄາດໝາຍທີ່ກ່າວມານັ້ນຮຽກຮ້ອງໃຫ້ບັນດາສະຫາຍ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ບັ້ນດໍາເນີນຊີວິດການເມືອງເທື່ອນີ້ໃຫ້ດີທີ່ສຸດ.