ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ພົບປະໂອ້ລົມພະນັກງານ-ນັກຮົບກົມກອງຕ່າງໆ

     ໃນທ້າຍເດືອນ ເມສາ ຜ່ານມາ, ທ່ານ ພົນຈັດຕະວາ ຜາລົມ ລິນທອງ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງ
ກອງທັບ ໄດ້ລົງເຄື່ອນໄຫວຢ້ຽມຢາມພົບປະໂອ້ລົມຕໍ່ນາຍ ແລະພົນທະຫານບັນດາກົມກອງທ້ອງຖິ່ນ ໃນນີ້ມີກອງພົນທີ 2, ກອງພົນທີ 1 ແລະກອງບັນຊາ
ການທະຫານແຂວງວຽງຈັນ ເຊິ່ງແຕ່ລະກົມກອງມີຄະນະພັກຄະນະບັນຊາພະນັກງານຫຼັກແຫຼ່ງໃຫ້ການຕ້ອນຮັບຢ່າງອົບອຸ່ນ.


ພົນຈັດຕະວາ ຜາລົມ ລິນທອງ ລົງເຄື່ອນໄຫວຢ້ຽມຢາມພົບປະໂອ້ລົມນາຍ ແລະ ພົນທະຫານບັນດາກົມກອງທ້ອງຖິ່ນ

     ໂອກາດດັ່ງກ່າວ ທ່ານຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ກໍໄດ້ໂອ້ລົມຕໍ່ພະນັກງານຫຼັກແຫຼ່ງຂັ້ນນຳ-ຂັ້ນບັນຊາແຕ່ລະກົມກອງ ເຊິ່ງກ່ອນອື່ນ
ທ່ານໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະໄຊຊະນະທີ່ຄະນະພັກ-ຄະນະບັນຊາ ແລະພະນັກງານ-ນັກຮົບພາຍໃນກົມກອງຍາດມາໄດ້ໃນໄລ
ຍະທີ່ຜ່ານມາ ພ້ອມນັ້ນກໍໄດ້ເນັ້ນໜັກໃຫ້ຄະນະນຳ-ຄະນະບັນຊາທຸກຂັ້ນສືບຕໍ່ເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເອົາໃຈໃສ່ສືບຕໍ່ເສີມ
ຂະຫຍາຍມູນເຊື້ອ ເຮັດວຽກງານຫັນລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົນຮອບດ້ານ ແລະສືບຕໍ່ເຮັດວຽກງານສຶກສາອົບຮົມການເມືອງ, ນຳ
ພາແນວຄິດໃຫ້ພະນັກງານ-ນັກຮົບພາຍໃນກົມກອງ ພ້ອມກັນນັ້ນກໍເອົາໃຈໃສ່ເພີ່ມທະວີຄວາມສາມັກຄີພາຍໃນພັກໃຫ້ເປັນປຶກແຜ່ນແໜ້ນໜາປັບປຸງ
ແບບແຜນວິທີເຮັດວຽກບົນພື້ນຖານຫຼັກການລວມສູນປະຊາທິປະໄຕເຮັດວຽກເປັນໝູ່ຄະນະແບ່ງບຸກຄົນຮັບຜິດຊອບ ໄປພ້ອມໆກັບການປັບປຸງກໍ່ສ້າງ
ພັກໃຫ້ປອດໃສໜັກແໜ້ນ ແລະເຂັ້ມແຂງທາງດ້ານຈຳນວນ ແລະຄຸນນະພາບສືບຕໍ່ຍົກສູງຈິດໃຈເພິ່ງຕົນ, ກຸ້ມຕົນເອງ ແລະສ້າງຄວາມເຂັ້ມແຂງດ້ວຍ
ຕົນເອງໄປພ້ອມໆກັບວຽກງານອົບຮົມຫັດແອບ ປັບປຸງລະບຽບແບບແຜນໃຫ້ມີຄວາມເຂັ້ມແຂງກາຍເປັນກົມກອງທີ່ມີລະບຽບແບບແຜນ ແລະທັນສະ
ໄໝ, ເອົາໃຈໃສ່ຍົກສູງນ້ຳໃຈຟົດຟື້ນປະຕິວັດ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ມີແນວຄິດການເມືອງຫຼັກໝັ້ນ, ເປັນເຈົ້າການຕີຖອຍ
ປາກົດຫຍໍ້ທໍ້ຕ່າງໆໃນສັງຄົມ, ພ້ອມກັນຊີ້ນຳ-ນຳພາກົມກອງຂອງຕົນກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.