ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວປກ ຈັດຕັ້ງພິທີປ້ອງກັນບົດວິທະຍານິພົນປະລິນຍາໂທຊຸດທີ IX ສົກປີ 2017-2018

     ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ໄດ້ຈັດຕັ້ງພິທີປ້ອງກັນບົດວິທະຍານິພົນໃຫ້ນັກສຶກສາປະລິນຍາໂທການເມືອງຊຸດທີ IX ປະຈຳສົກ
ປີ 2017-2018 ຂຶ້ນ ໃນວັນທີ 30 ເມສາ 2018 ນີ້, ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພັນເອກ ປອ ວິລະພັນ ດວງມະນີ ຮອງຫົວໜ້າວິທະ
ຍາຄານ, ຫົວໜ້າກົມຄົ້ນຄວ້າວິທະຍາສາດການທະຫານ-ການເມືອງ ວປກ, ມີພັນເອກ ປອ ສົມພອນ ສີສຸວັນນະ ຫົວໜ້າຄະນະວິຊາຄູປັດຊະຍາ, ຄູການ
ເມືອງ ວປກ ພ້ອມດ້ວຍຄະນະອະນຸກຳມະການວຽກງານປ້ອງກັນບົດ, ຄະນະຄູທີ່ປືກສາ, ຕະຫຼອດຮອດບັນດານັກສຶກສາສາຍຮຽນດັ່ງກ່າວເຂົ້າຮ່ວມ.


ພັນເອກ ປອ ວິລະພັນ ດວງມະນີ ເປັນປະທານພິທີປ້ອງກັນບົດວິທະຍານິພົນ
ໃຫ້ນັກສຶກສາປະລິນຍາໂທການເມືອງຊຸດທີ IX ປະຈຳສົກປີ 2017-2018

     ການປ້ອງກັນບົດວິທະຍານິພົນຂອງນັກສຶກສາປະລິນຍາໂທການເມືອງ: ມີທັງໝົດ: 03 ສາຂາວິຊາ, ມີສາຂາວິຊາເສດຖະສາດ, ສາຂາວິຊາປັດຊະຍາ
ມາກ-ເລນິນ ແລະ ສາຂາວິຊາວຽກງານພັກ-ວຽກງານການເມືອງ. ໃນນັ້ນສາຂາວິຊາປັດສະຍາ ມາກ-ເລນິນ ມີຈຳນວນພົນທັງໝົດ: 04 ສະຫາຍ 04 ຫົວ
ບົດຄື: ໝູນໃຊ້ສາຍພົວພັນລະຫວ່າງປະລິມານ-ຄຸນນະພາບ ໃນການກໍ່ສ້າງບຳລຸງຖັນແຖວຄູສອນຢູ່ວິທະຍາຄານກົມມະດຳໃນປັດຈຸບັນ. ໝູນໃຊ້ວິທີສັດ
ຈະວິພາກວັດຖຸນິຍົມເຂົ້າໃນການກໍ່ສ້າງພະນັກງານ, ນັກຮົບຢູ່ກອງພົນທະຫານຮາບທີ 1. ໝູນໃຊ້ສາຍກ່ຽວພັນທົ່ວໄປເຂົ້າໃນການຍົກສູງສະຕິຄຸນສົມບັດ
ປະຕິວັດໃຫ້ພະນັກງານ, ນັກຮົບຢູ່ກອງບັນຊາການທະຫານແຂວງຄຳມ່ວນ ແລະ ຫົວບົດ: ຍົກສູງຄຸນສົມບັດສິນທຳປະຕິວັດຂອງພະນັກງານຫຼັກແຫຼ່ງຢູ່ກອງ
ພົນທະຫານຮາບທີ 3 ໃນປັດຈຸບັນ.

     ເຊິ່ງຈຸດປະສົງຂອງການປ້ອງກັນບົດວິທະຍານິພົນໃນຄັ້ງນີ້: ກໍເພື່ອເປັນການກວດກາຕີລາຄາຜົນໄດ້ຮັບຈາກການຈັດຕັ້ງປະຕິບັດໂຄງການຫຼັກສູດ ແລະ
ແຜນການອົບຮົມ, ເພື່ອສັງເກດໃຫ້ເຫັນດ້ານດີ-ດ້ານອ່ອນຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດແຜນການອົບຮົມຕະຫຼອດຊຸດຮຽນ ແລະ ເພື່ອເອົາຄະແນນເຂົ້າ
ໃສ່ໃບປະກາສະນິຍະບັດ. ຄາດໝາຍດັ່ງກ່າວແມ່ນເພື່ອເລັ່ງໃສ່ການກຳແໜ້ນຄວາມຮູ້ຢ່າງເປັນລະບົບ, ຮູ້ນຳໃຊ້ທິດສະດີຫຼັກການທີ່ໄດ້ຮຽນມາຢ່າງຖືກຕ້ອງ
ແລະ ມີຫົວຄິດປະດິດສ້າງຂອງນັກສຶກສາ. ນອກຈາກນີ້ການສອບເສັງດັ່ງກ່າວຕ້ອງຮັບປະກັນໃຫ້ໄດ້ຄຸນນະພາບ, ຖືກຕ້ອງຕາມຫຼັກການ ແລະ ລະບຽບການ
ປ້ອງກັນບົດຂອງ ວປກ ກໍຄືກະຊວງສຶກສາວາງອອກຢ່າງເຕັມຮູບແບບ ແລະ ມີປະສິດທິຜົນສູງ.