ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພິທີມອບ-ຮັບ ອຸປະກອນເຄື່ອງມືການແພດ
ລະຫວ່າງ ກອງທັບ ປະຊາຊົນຫວຽດນາມ ແລະ ກອງທັບປະຊາຊົນລາວ


     ວັນທີ 3 ພຶດສະພາ 2021 ນີ້ຢູ່ ດ່ານສາກົນ ນໍ້າພາວ-ເກົາແຈ່ວ ໄດ້ມີພິທີມອບ-ຮັບ ອຸປະກອນເຄື່ອງມືການແພດ ລະຫວ່າງ ກອງທັບ ປະຊາຊົນຫວຽດ
ນາມ ແລະ ກອງທັບປະຊາຊົນລາວ ກ່າວມອບໂດຍ ສະຫາຍ ພົນຈັດຕະວາ ຫງວຽນ ຮຸ່ງ ຖັງ ຮອງຫົວໜ້າຄະນະສະເພາະກິດ, ເສນາທິການ ຫົວໜ້າກົມໃຫຍ່
ພະລາທິການ. ກ່າວຮັບໂດຍ ສະຫາຍ ພົນຕີ ຄໍາເພັດ ສີຊານົນ ກໍາມະການຄະນະປະຈຳພັກກະຊວງ ຫົວໜ້າກົມໃຫຍ່ ພະລາທິການກອງທັບ ມີພາກສ່ວນ
ກ່ຽວຂ້ອງສອງຝາຍເຂົ້າຮ່ວມ.

     ໂດຍອີງຕາມການຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດ ລາວ-ຫວຽດນາມ ເພື່ອຊ່ວຍເຫຼືອປ້ອງກັນ ແລະ ສະກັດກັ້ນຕ້ານການແຜ່ລະບາດ ຂອງ
ພະຍາດໂຄວິດ-19 ດັ່ງນັ້ນກະຊວງປ້ອງກັນປະເທດຫວຽດນາມ ໄດ້ສົ່ງຄະນະຊ່ຽວຊານທາງການແພດ ຈໍານວນ 4 ສະຫາຍ ພ້ອມອຸປະກອນເຄື່ອງມືທາງການ
ແພດຈໍານວນ 12 ໂຕນ ປະກອບມີ: ຜົງ ໂຄຣລາມິນບີ ( cloamin b ) 500 ກິໂລ. ຜ້າອັດປາກ N95: 5.000 ອັນ. ຜ້າອັດປາກແພ 100.000 ອັນ.
ເຄື່ອງນຸ່ງປ້ອງກັນ PCD ລະດັບ4: 5.000 ຊຸດ. ນໍ້າຢາລ້າງມື 1.000 ຂວດ.ຊຸດກວດຕົວຢ່າງຫາເຊື້ອພະຍາດ 1.000 ອັນ ແລະ ເຄື່ອງວັດແທກອຸນຫະພູມ
100 ອັນ. ການມອບເຄື່ອງມືອຸປະກອນການແພດໃນຄັ້ງນີ້ ເປັນການສະແດງໃຫ້ເຫັນເຖິງສາຍພົວພັບຮ່ວມມືພິເສດ, ຄວາມສາມັກຄີພິເສດລະຫວ່າງສອງ
ຊາດ ລາວ-ຫວຽດນາມ ອ້າຍນ້ອງ.

     ສະຫາຍພົນຕີ ຄໍາເພັດ ສີຊານົນ ຕ່າງໜ້າໃຫ້ລັດຖະບານກໍ່ຄືປະຊາຊົນລາວບັນດາເຜົ່າ ໄດ້ກ່າວສະແດງຄວາມຂອບອົກ ຂອບໃຈ ມາຍັງ ລັດຖະບານກໍ່
ຄືກະຊວງປ້ອງກັນປະເທດ ຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອ ອຸປະກອນເຄື່ອງມືທາງການແພດ ແລະ ຄະນະຊ່ຽວຊານທາງການແພດ ເພື່ອຊ່ວຍເຫຼືອປ້ອງ
ກັນ ແລະ ສະກັດກັ້ນຕ້ານການແຜ່ລະບາດ ຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ໃນຄັ້ງນີ້.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 04/05/2021