ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສປປ ລາວ ຍັງມີຜູ້ຕິດເຊື້ອເພີ່ມຂຶ້ນອີກ 33 ຄົນ


     ໃນວັນທີ 3 ພຶດສະພາ ປີ 2021ທ່ານ. ຮສ. ດຣ. ພູທອນ ເມືອງປາກ ຫົວໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການ
ລະບາດຂອງພະຍາດ COVID-19 ຮອງລັດຖະມົນຕີ, ກະຊວງສາທາລະນະສຸກ ພ້ອມດ້ວຍ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະ
ຍາດຕິດຕໍ່ກະຊວງສາທາລະນະສຸກ,ຕາງໜ້າກອງເລຂາ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19,
ໄດ້ລາຍງານໃຫ້ຮູ້ວ່າ: ສປປ ລາວ ມາຮອດປະຈຸບັນ ມີລາຍງານ ຜູ້ຕິດເຊື້ອທັງໝົດ 966 ຄົນ ( ໃໝ່ 33) ບໍ່ມີຜູ້ເສຍຊີວີດ, ໃນຈຳນວນຜູ້ຕິດເຊື້ອທັງໝົດ
ແມ່ນໄດ້ຮັບການ ປິ່ນປົວຫາຍດີ 60 ຄົນ, ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ ຄະນະສະເພາະກິດກຳນົດໄວ້ ໃນຕ່ລະແຂວງ ຈຳນວນ 907 ຄົນ ເຊັ່ນ: -
ນະຄອນຫຼວງວຽງຈັນ 599 ຄົນ (ໃໝ່ 16) - ແຂວງ ຈຳປາສັກ 121 ຄົນ (ໃໝ່ 4), ສຳລັບຄົນເຈັບແຂວງ ເຊກອງ ແມ່ນ ນອນປິ່ນປົວຢູ່ແຂວງ ຈຳປາສັກ
- ແຂວງ ບໍ່ແກ້ວ 98 ຄົນ (ໃໝ່ 7) - ແຂວງ ສະຫວັນນະເຂດ 31 ຄົນ (ໃໝ່ 3) - ແຂວງ ຫຼວງພະບາງ 13 ຄົນ - ແຂວງ ວຽງຈັນ 13 ຄົນ - ແຂວງ ສາ
ລະວັນ 7 ຄົນ - ແຂວງ ຫຼວງນ້ຳທາ 6 ຄົນ - ແຂວງ ອຸດົມໄຊ 8 ຄົນ (ໃໝ່ 3) - ແຂວງ ຜົ້ງສາລີ 3 ຄົນ - ແຂວງ ໄຊຍະບູລີ 3 ຄົນ - ແຂວງ ບໍລິຄຳໄຊ 3
ຄົນ - ແຂວງ ຄຳມ່ວນ 1 ຄົນ - ແຂວງ ຊຽງຂວາງ 1 ຄົນ ຄົນເຈັບທຸກຄົນ ແມ່ນມີສຸຂະພາບຮ່າງກາຍ ແລະ ສຸຂະພາບຈິດ ສົມບຸນ ປົກກະຕິ ແລະ ທຸກຄົນ
ແຂງແຮງດີ.

     ການຕິດຕາມ ຜູ້ເດີນທາງເຂົ້າມາ ສປປ ລາວ ໃນວັນທີ 2 ພຶດສະພາ 2021 ທົ່ວປະເທດມີຜູ້ເດີນທາງເຂົ້າມາ ທັງໝົດ 552 ຄົນ: - ຈຸດຜ່ານດ່ານ
ລາວ - ໄທ ທັງໝົດ 437 ຄົນ; - ຜ່ານດ່ານສະໜາມບີນວັດໄຕສາກົນ 115 ຄົນ ວຽກງານການຈຳກັດບໍລິເວນ ຢູ່ສູນຈຳກັດບໍລິເວນ ປະຈຸບັນ ທົ່ວປະເທດ
ມີສູນຈໍາກັດບໍລິເວນທີ່ເປີດນຳໃຊ້ຢູ່ ທັງໝົດ 57 ສູນ, ມີຜູ້ຈຳກັດບໍລິເວນທັງໝົດ 3,584 ຄົນ, ທຸກຄົນແມ່ນໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະ
ຍາດ COVID-19. + ສຳລັບລາຍລະອຽດ ຂອງຜູ້ຕິດເຊື້ອໃໝ່ 33 ຄົນ (ກໍລະນີຢັ້ງຢືນທີ 934-966) ດຣ. ພອນປະດິດ ສັງໄຊຍະລາດ ສັງລວມປະຫວັດ
ການເດີນທາງຂອງຄົນຫວຽດນາມທີ່ຕິດເຊື້ອ, ສະຖານທີ່ຕ່າງໆ ຄືດັ່ງນີ້: - ບ້ານທາດຫຼວງ ໄຊເສດຖາ, ບ້ານນາໄຊ, ເມືອງໄຊເສດຖາ, ບ້ານ ດອນກອຍ, ໄຊ
ເສດຖາ,ບ້ານດອນຕິ້ວ, ເມືອງໄຊທານີ, ເຮັດຮ້ານກາເຟຢູ່ຫ້ອງແຖວ ບ້ານສີສັງວອນ, ຕະຫລາດດອນກອຍ; - 14/4/2021: ສະຖານທີ່ອອກກຳລັງກາຍຢູ່
ເດີນທາດຫລວງ, ຫລີ້ນປີໃໝ່ຢູ່ຮ້ານຕັດຜົມ Star 2, ຮ້ານຄາຣາໂອເກະຫວຽດ ຕໍ່ໜ້າ ຮ້ານເອັມພ້ອຍ ທາດຫຼວງ; - ວັນທີ 11-13 ເມສາ ຮ້ານຂາຍເຄື່ອງ
ຕະຫຼາດກາງຄືນ ແຄມຂອງ, - ຄົນຫວຽດນາມເລາະຕັດເລັບ ແລະ ທາສີເລັບບ້ານ ສີສັງວອນ ແລະ ບ້ານທາດຫຼວງ, ເມືອງ ໄຊເສດຖາ ນະຄອນຫຼວງວຽງ
ຈັນ; - ຮ້ານຜົມຕັດຜົມຊາຍ-ຍິງ ຕໍ່ໜາ້ຢູນິເທລນາໄຊ; - ວັນທີ 12 ເມສາ 2021 ເທັກ ແຄັດໂຮມ ແຖວທາດຫຼວງ; - ວັນທີ 14 ເມສາ 2021 ໄປຕະ
ຫຼາດຫົວຂົວຕອນແລງ; - ທະນາຄານ MB lao, ຖຸະໜົນໄກສອນ ບ້ານໂພນສະອາດ, ເມືອງ ຈັນທະບູລີ , ໂຮງໝໍຊີວິດໃໝ່ ບ້ານນາໄຊ, ສູນຄວາມງາມຈູ
ລີບີວຕີ ຢູ່ດົງປ່າລານ, ອາຫານຕາມສັ່ງຢູ່ຕໍ່ໜ້າຮ້ານມານາເມ, ບ້ານດອນຕິ້ວ, ຮ້ານ ສະນຸກເກີ (ຮ້ານຕຳແດງ) ບ້ານດົງປ່າແລບ; - ຖ້ຽວບີນ ວັນທີ 21 ເມ
ສາ 2021 ຈາກນະຄອນຫຼວງວຍງຈັນເດີນທາງໄປຫຼວງນ້ຳທາ ຖ້ຽວບີນ 603 ແຕ່ຍົນບໍ່ອະນຸຍາດໃຫ້ລົງແລ້ວກັບມາວຽງຈັນ, ຊ່າງຮັບເໝົາໄຟຟ້າຢູ່ບ້ານ
ຫ້ວຍຫົງ, ເມືອງຈັນທະບູລີ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 04/05/2021