ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງ​ປະຊຸມປຶກສາຫາລືກ່ຽວກັບການຊ້ອມຮົບລົດຕັງ ຮ່ວມກັນລະຫວ່າງກອງທັບລາວ-ຣັດເຊຍ


ພົນຕີ ປະສິດ ທ່ຽງທຳ ເຂົ້າຮ່ວມປຶກສາຫາລືຕາງຫນ້າຝ່າຍລາວ

     ໃນວັນທີ 3 ມິຖຸນາ 2019 ນີ້, ຢູ່ກົມພົວພັນຕ່າງປະເທດກະຊວງປ້ອງກັນປະເທດ ໄດ້ມີການພົບປະສອງຝ່າຍ ເພື່ອປຶກສາຫາລືກ່ຽວກັບການຊ້ອມຮົບລົດຕັງຮ່ວມກັນ
ລະຫວ່າງກອງທັບລາວ-ຣັດເຊຍ ເຊິ່ງຕາງຫນ້າຝ່າຍລາວນຳໂດຍສະຫາຍ ພົນຕີ ປະສິດ ທ່ຽງທຳ ຮອງຫົວຫນ້າກົມໃຫຍ່ເສນາທິການກອງທັບ ແລະ ຕາງໜ້າຝ່າຍ ຣັດເຊຍ
ນຳໂດຍສະຫາຍ ພົນຈັດຕະວາ ບີຢູໂກບ ໂຣມານ ອາເລັກຊານໂດຼວິດຈ໌ ຫົວໜ້າອົບຮົມກອງທັບບົກ ກອງທັບຣັດເຊຍ ພ້ອມດ້ວຍຄະນະ ແລະ ວິຊາການທີ່ກ່ຽວຂ້ອງທັງ
ສອງຝ່າຍເຂົ້າຮ່ວມ.

     ໂອກາດນີ້, ທັງສອງຝ່າຍກໍໄດ້ປຶກສາຫາລື ແລະ ເປັນເອກະພາບກັນກ່ຽວກັບແຜນການຊ້ອມຮົບລົດຕັງຮ່ວມກັນລະຫວ່າງສອງກອງທັບລາວ-ຣັດເຊຍ ເຊິ່ງຈະຈັດຂຶ້ນ
ເປັນຄັ້ງທຳອິດທັງນີ້ກໍເພື່ອ ເປັນການຜັນຂະຫຍາຍແຜນການຮ່ວມມືລະຫວ່າງສອງກອງທັບໃຫ້ເປັນຮູບປະທຳແນໃສ່ຍົກລະດັບຄວາມຮູ້, ຄວາມສາມາດໃນການຈັດຕັ້ງ
ແລະ ບັນຊາສູ້ຮົບໃນເງື່ອນໄຂການນຳໃຊ້ພາຫະນະອາວຸດຍຸດໂທປະກອນທີ່ທັນສະໄໝ ເຂົ້າໃນການເຄື່ອນໄຫວຊ້ອມຮົບຄ້າຍ ຄືກັບການສູ້ຮົບ ແລະ ຮຽນຮູ້ໃນການນຳ
ໃຊ້ພາຫະນະອາວຸດຍຸດໂທປະກອນທີ່ທັນສະໄໝ, ປະສານສົມທົບກັບອາວຸດຍຸດໂທປະກອນ ທີ່ມີໃນການປະກອບຂອງກົມກອງເຂົ້າໃນການດັບສູນເປົ້າຫມາຍດ້ວຍລູກປືນ
ແທ້ໃຫ້ມີຄວາມຊຳນິຊຳນານ.