ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດເລື່ອນຊັ້ນໃຫ້ນາຍທະຫານຊັ້ນ ພັນຕີ ຂຶ້ນ ພັນໂທ ໃນເຂດກົມ​ກອງພາກກາງ


ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ກຳມະການສູນກາງພັກຮອງລັດຖະມົນຕີກະຊວງປ້ອງກັນປະເທດ
ຫົວໜ້າ ກົມໃຫຍ່ການເມືອງກອງທັບ ​ເປັນ​ປະທານ

     ວັນທີ 29 ພຶດສະພາ 2020 ນີ້, ຢູ່ທີ່ກອງບັນຊາການທະຫານ ແຂວງຄຳມ່ວນ ໄດ້ຈັດພິທີປະກາດ ເລື່ອນຊັ້ນໃຫ້ນາຍທະຫານຊັ້ນ ພັນຕີ ຂຶ້ນ ພັນໂທ ຈຳນວນ 46 ສະຫາຍ
ໃນເຂດພາກກາງໂດຍພາຍໃຕ້ການເຂົ້າຮ່ວມເປັນປະທານຂອງສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າ
ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ, ພະນັກງານນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່ ທີ່ມາຈາກເຂດພາກກາງເຂົ້າຮ່ວມ.

     ໃນພິທີສະຫາຍ ພັນເອກ ບຸນປັນ ຂຸນພູມີ ຮອງຫົວໜ້າ ກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການເລື່ອນຊັ້ນ ພັນຕີ ຂຶ້ນ ພັນໂທ ໃຫ້ນາຍທະ
ຫານຢູ່ບັນດາ ກອງບັນຊາການທະຫານແຂວງ, ກອງພົນ, ກອງພັນໃຫຍ່ ແລະ ບັນດາສາງ ( ເຂດພາກກາງ ) ອີງໃສ່ກົດໝາຍນາຍທະຫານກອງທັບປະຊາຊົນລາວ ( ສະບັບປັບປຸງ )
ໃນພາກທີ II ໝວດທີ 3 ມາດຕາທີ 22 ແລະ 23 ວ່າດ້ວຍການເລື່ອນຊັ້ນໃຫ້ນາຍທະຫານ, ກະຊວງປ້ອງກັນປະເທດ ຕົກລົງເລື່ອນຊັ້ນ ພັນຕີ ຂຶ້ນ ພັນໂທຄື: ແຂວງຄຳມ່ວນ8 ສະ
ຫາຍ, ແຂວງບໍລິຄຳໄຊ 8 ສະ ຫາຍ, ແຂວງສະຫວັນນະເຂດ 11 ສະຫາຍ, ກອງພົນທີ 4 ຈຳນວນ 10 ສະຫາຍ, ກອງພັນໃຫຍ່ 642 ຈຳນວນ 3 ສະຫາຍ, ກອງພັນໃຫຍ່ 644 ຈຳ
ນວນ 3 ສະຫາຍ, ສາງນ້ຳມັນເລກ 7 ກົມໃຫຍ່ພະລາທິການກອງທັບ 1 ສະຫາຍ, ສາງ ອໍ 4 ກົມໃຫຍ່ເຕັກນິກກອງທັບ1 ສະຫາຍ ແລະ ໂຮງງານປະສານເຫຼົ່າ ພາກກາງ 1 ສະຫາຍ.

     ໃນໂອກາດນີ້, ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ກໍໄດ້ເປັນກຽດຂຶ້ນໂອ້ລົມ ແລະ ເນັ້ນໜັກໃຫ້ນາຍທະຫານ ທີ່ໄດ້ຮັບການເລື່ອນຊັ້ນໃໝ່ໃນຄັ້ງນີ້ ຈົ່ງສືບຕໍ່ເສີມຂະຫຍາຍ
ຈຸດດີ ​ແລະ ມູນເຊື້ອອັນດີງາມ ຂອງກົມກອງກໍຄືຂອງຕົນເອງ ເຂົ້າໃນການປະຕິບັດໜ້າທີ່ວຽກງານຂອງຕົນ, ໄປພ້ອມກັນນັ້ນກໍຕ້ອງໄດ້ປັບປຸງແກ້ໄຂບັນຫາທີ່ຍັງຄົງຄ້າງໃຫ້ຂາດຕົວ,
ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ທີ່ການຈັດຕັ້ງພັກ-ລັດມອບໝາຍໃຫ້ສູງຂຶ້ນກວ່າເກົ່າ, ສືບຕໍ່ຄົ້ນຄວ້າເຊື່ອມຊຶມກຳແໜ້ນແນວທາງແຜນນະໂຍບາຍຂອງ ພັກ, ກົດ
ໝາຍຂອງລັດກໍຄື 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກ ກະຊວງປ້ອງກັນປະເທດ ວາງອອກ ແລະ ນຳໄປຈັດຕັ້ງຜັນຂະຫຍາຍຢູ່ຂັ້ນຂອງຕົນໃຫ້ສອດຄ່ອງ, ແຕ່ລະສະຫາຍຕ້ອງ
ເປັນເຈົ້າການເຝິກຝົນຫຼໍ່ຫຼອມພັດທະນາຕົນເອງໃນທຸກດ້ານ ໂດຍສະເພາະທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນວິທີເຮັດວຽກຂອງແຕ່ລະສະ
ຫາຍ ໃຫ້ດີຂຶ້ນທຽບທັນກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນສະເພາະໜ້າ ແລະ ຍາວນານ.