ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ບໍລິສັດມິດຕະພາບ 206 ສສ ຫວຽດນາມ ມອບອຸປະກອນການແພດໃຫ້ກອງພົນທີ 5
ເພື່ອນໍາໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19

     ໃນວັນທີ 3 ມິຖຸນາ 2021ນີ້, ບໍລິສັດມິດຕະພາບ 206 ເຂດ 5 ກອງທັບປະຊາຊົນຫວຽດນາມ ເຊີ່ງນໍາໂດຍສະຫາຍ ຫວູ ວັນ ຫງວຽນ ຮອງຫົວໜ້າ
ບໍລິສັດມິດຕະພາບ 206 ພ້ອມຄະນະ ໄດ້ນໍາເອົາເຄື່ອງອຸປະກອນການແພດມາມອບໃຫ້ກອງພົນທີ 5 ໂດຍການຕ້ອນຮັບຂອງສະຫາຍ ພັນເອກ ຂັນທີ ສະ
ໜາມອຸ່ນ ຫົວໜ້າການທະຫານກອງພົນທີ 5, ມີຄະນະພັກ - ຄະນະບັຊາ ອົງການ 5 ຫ້ອງ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

     ເຄື່ອງທີ່ນໍາມາມອບໃຫ້ຄັ້ງນີ້, ລວມມີ ຜ້າອັດປາກ-ດັງ , ເຈວລ້າງມື , ຊຸດປ້ອງກັນເຊື້ອພະຍາດ PPE , ຖົງມື , ເຄື່ອງວັດອຸນຫະພູມ ລວມມູນຄ່າ
23.600.000 ດົ້ງ ( ສະກຸນເງີນຫວຽດນາມ ) ກ່າວມອບໂດຍສະຫາຍ ຫວູ ວັນ ຫງວຽນ ແລະ ກ່າວຮັບ ໂດຍ ສະຫາຍ ພັນເອກ ຂັນທີ ສະໜາມອຸ່ນ
ພ້ອມທັງໄດ້ສະແດງຄວາມ ຂອບໃຈ ຕໍ່ ບໍລິສັດມິດຕະພາບ 206 ເຂດ 5 ກອງທັບປະຊາຊົນຫວຽດນາມທີ່ໄດ້ນໍາເອົາເຄື່ອງອຸປະກອນການແພດ ມາມອບ
ໃຫ້ຄັ້ງນີ້ ພ້ອມທັງຕິລາຄຄາສູງ ຕໍ່ ສາຍພົວພັນການຮ່ວມມື ລະຫວ່າງສອງພັກ ສອງລັດ ສອງກອງທັບ ເວົ້າລວມ ເວົ້າສະເພາະກໍຄື ກອງພົນທີ 5 ກອງທັບ
ປະຊາຊົນລາວ ກັບ ບໍລິສັດມິດຕະພາບ 206 ເຂດ 5 ກອງທັບປະຊາຊົນຫວຽດນາມ ທີ່ຍາມໃດກໍໃຫ້ການຮ່ວມມື ພົວພັນຊ່ວຍເຫຼຶອເຊີ່ງກັນ ແລະ ກັນ
ຕະຫຼອດມາ.

     ພ້ອມຍັງໄດ້ອວຍພອນ ໃຫ້ສາຍພົວພັນຮ່ວມມື ອັນພິເສດລະຫວ່າງສອງຊາດລາວ-ຫວຽດນາມ,ຫວຽດນາມ-ລາວ ໃຫ້ໜັ້ນຄົງທະນົງແກ່ນ ສືບຕໍ່ຮັກ
ສາມູນເຊື້ອອັນດີງາມ ຂອງສອງຊາດ ໃຫ້ຍືນຍົງທະນົງແກ່ນຕະຫຼອດກາລະນານ ແລະ ໃຫ້ຄໍາໜັ້ນສັນຍາວ່າຈະນໍາໃຊ້ເຄື່ອງທີ່ມອບໃຫ້ໃນຄັ້ງນີ້ ນໍາໄປໃຊ້ເຂົ້າ
ໃນວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະບາດໂຄວິດ-19 ຢູ່ບັນດາກົມກອງໃຫ້ເກີດປະໂຫຍດສູງສຸດ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 04/06/2021