ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລວມຍອດຜູ້ຕິດເຊື້ອພະຍາດໂຄວິດ-19 ທົ່ວໂລກ
ເພີ່ມຂຶ້ນໃໝ່ 465.678 ຄົນ ສ່ວນ ສປປ ລາວ 9 ຄົນ

     ໃນວັນທີ 3 ມີຖຸນາ 2021 ນີ້, ທ່ານ ດຣ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າກອງ
ເລຂາ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໄດ້ລາຍງານ ສະພາບການລະບາດຂອງພະຍາດ
COVID-19 ຢູ່ໃນທົ່ວໂລກ ແລະ ສປປ ລາວ ໃຫ້ຮູ້ວ່າ: ມາຮອດປັດຈຸບັນ ການລະບາດທົ່ວໂລກ ມີລາຍງານຜູ້ຕິດເຊື້ອສະສົມທັງໝົດ 172.382.953
ຄົນ (ໃໝ່ 465.678 ຄົນ), ເສຍຊິວິດທັງໝົດ 3.700.884 ຄົນ (ໃໝ່10.104 ຄົນ) ແລະ ປີ່ນປົວຫາຍດີ 155.226.460 (ໃໝ່641.220 ຄົນ). ສຳ
ລັບ 3 ອັນດັບ ປະເທດທີ່ມີຜູ້ຕິດເຊື້ອ ແລະ ເສຍຊິວິດຫຼາຍກວ່າໝູ່ໃນໂລກກໍຍັງ ແມ່ນ ສະຫະລັດອາເມຣິກາ, ອິນເດຍ ແລະ ບຣາຊິນ. ສໍາລັບ ສປປ ລາວ
ຮອດປະຈຸບັນ ຈໍານວນຜູ້ຕິດເຊື້ອສະສົມ ທັງໝົດ 1.943 (ໃໝ່ 09 ກໍລະນີ ໃນນີ້ຈາກນະຄອນຫຼວງວຽງຈັນ 06 ກໍລະນີ, ຈໍາປາສັກ 01 ກໍລະນີ ແລະ ສະ
ຫວັນນະເຂດ 2 ກໍລະນີ ເຊິ່ງແມ່ນກໍລະນີນໍາເຂົ້າ ເຫຼືອນັ້ນ 06ກໍລະນີ ແມ່ນ ກໍລະນີຕິດເຊື້ອໃນຊຸມຊົນນະຄອນຫຼວງວຽງຈັນ). ຄົນເຈັບເສຍຊີວິດ 03 ກໍ
ລະນີ (ໃໝ່ 0) , ປີ່ນປົວຫາຍດີທັງໝົດ 1.654 ກໍລະນີ (ໃໝ່ 17) ແລະ ກໍາລັງປິ່ນປົວ 275 ກໍລະນີ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 04/06/2021