ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບ
ເອກອັກຄະລາດຊະທູດ ອິນເດຍ ປະຈຳ ສປປ ລາວ ຄົນໃໝ່


ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບເອກອັກຄະລາດຊະທູດແຫ່ງສາທາລະນະລັດອິນເດຍປະຈຳສປປລາວ ຄົນໃໝ່

     ໃນວັນທີ 3 ກໍລະກົດ 2019 ນີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ດີນກາ
ອັດທານາ ເຂົ້າຢ້ຽມຂໍ່ານັບເນື່ອງໃນໂອກາດມາດຳລົງຕຳແໜ່ງເປັນເອກອັກຄະລາດຊະທູດ ແຫ່ງ ສາທາລະນະລັດ ອິນເດຍ ຄົນໃໝ່ ປະຈຳ ສປປ ລາວ.

     ໂອກາດນີ້ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນເຕັມໄປດ້ວຍໄມຕີຈິດມິດຕະພາບ ແລະ ຕາງໜ້າໃຫ້ກະຊວງປ້ອງກັນ
ປະເທດສະແດງຄວາມຍິນດີຊົມເຊີຍຕໍ່ ທ່ານ ດີນກາ ອັດທານາ ທີ່ໄດ້ມາຮັບຕຳແໜ່ງເປັນເອກອັກຄະລາດຊະທູດ ສ ອິນເດຍ ປະຈຳ ສປປ ລາວ, ເຊິ່ງຈະເປັນການປະກອບ
ສ່ວນເສີມສ້າງສາຍພົວພັນການຮ່ວມມືລະຫວ່າງສອງຊາດ, ກໍຄືສອງກອງທັບ ລາວ-ອິນເດຍ ທີ່ມີມາແຕ່ດົນນານແລ້ວນັ້ນໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ ແລະ ສະໜັບສະໜູນ
ເຊິ່ງກັນ ແລະ ກັນໃນຂອບສອງຝ່າຍ ແລະ ຫຼາຍຝ່າຍໃນເວທີພາກພື້ນ ແລະ ສາກົນ, ພ້ອມທັງເຊື່ອໝັ້ນວ່າໃນຕໍ່ໜ້າການຮ່ວມມືດ້ານວຽກງານປ້ອງກັນຊາດ ແລະ ການ
ແລກປ່ຽນບົດຮຽນຮ່ວມກັນລະຫວ່າງສອງປະເທດຈະໄດ້ຮັບການຊຸກຍູ້ສົ່ງເສີມໃຫ້ມີໝາກຜົນທີ່ດີຍິ່ງໆຂຶ້ນ.

     ໃນໂອກາດນີ້, ທ່ານ ເອກອັກຄະລາດຊະທູດ ສ ອິນເດຍ ຄົນໃໝ່ ປະຈຳ ສປປ ລາວ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ
ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ເຕັມໄປດ້ວຍໄມຕີຈິດມິດຕະພາບ ແລະ ສືບຕໍ່ຈັດຕັ້ງຜັນຂະຫຍາຍແຜນການພົວພັນຮ່ວມມືຂອງສອງກອງທັບ ລາວ-ອິນ
ເດຍ ໃຫ້ປະກົດຜົນເປັນຈິງ ແລະ ຖືໂອກາດນີ້ເຊື້ອເຊີນຄະນະນຳກະຊວງປ້ອງກັນປະເທດ ສປປ ລາວ ເຂົ້າຮ່ວມງານຈັດວາງສະແດງອາວຸດຂອງອິນເດຍທີ່ຈະຈັດຂຶ້ນໃນຕົ້ນ
ເດືອນມັງກອນ 2020.