ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພິທີຊາປະນະກິດສົບ ສະຫາຍ ພົນຈັດຕະວາ ບຸນລ້ຽງ ແສງພະຈັນ


     ໃນວັນທີ 3 ສິງຫາ ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດພິທີຊາປະນະກິດສົບ ສະຫາຍ ພົນຈັດຕະວາ ບຸນລ້ຽງ ແສງພະຈັນ ກຳມະການ ຄະນະພັກກະຊວງປ້ອງ
ກັນປະເທດ, ຫົວໜ້າ ກົມປ້ອງກັນພາຍໃນ ໂດຍມີການນຳພັກ-ລັດ, ບັນດາສະຫາຍການນຳ ກະປ້ອງກັນປະເທດ, ພະນັກງານ-ນັກຮົບ ແລະ ຄອບຄົວ, ຍາດຕິພີ່ນ້ອງ
ທີ່ໃກ້ຊິດເຂົ້າຮ່ວມ.

     ໃນທ່າມກາງຄວາມໂສກເສົ້າເສຍດາຍ ແລະ ອາໄລອາວອນຢ່າງສຸດຊຶ້ງຕໍ່ການຈາກໄປ ໂດຍບໍ່ມີວັນກັບຄືນມາອີກແລ້ວຂອງ ສະຫາຍ ພົນຈັດຕະວາ ບຸນລ້ຽງ
ແສງພະຈັນ ກໍາມະການຄະນະພັກກະຊວງ, ຫົວໜ້າກົມປ້ອງ ກັນພາຍໃນກອງທັບ, ໄດ້ສິ້ນລົມຫາຍໃຈໃນເວລາ 21 ໂມງ 30 ນາທີ, ຂອງວັນທີ 30/07/2020 ລວມ
ອາຍຸໄດ້ 70 ປີ.

     ສະຫາຍ ພົນຈັດຕະວາ ບຸນລ້ຽງ ແສງພະຈັນ ເກີດເມື່ອ ວັນທີ 15/5/1950 ໃນຄອບຄົວຊາວໄຮ່ນາ, ທີ່ບ້ານຈະລິ, ເມືອງຂວາ, ແຂວງຜົ້ງສາລີ, ການເຄື່ອນໄຫວ
ປະຕິວັດແຕ່ລະໄລຍະໂດຍຫຍໍ້ດັ່ງນີ້: 1968-1989 ເປັນທະຫານປ້ອງກັນທີ່ຕັ້ງ, ເປັນອ້າຍລ້ຽງ, ຕິດຕໍ່ຢູ່ກອງບັນຊາການທະຫານ ແຂວງຜົ້ງສາລີ, 1969-1970 ເປັນ
ນັກຮຽນແພດຢູ່ ໂຮງໝໍທະຫານ ແຂວງຜົ້ງສາລີ, 1971-1973 ເປັນແພດຢູ່ກອງບັນຊາການທະຫານເມືອງຂວາ ແຂວງຜົ້ງສາລີ, 1974-1975 ເປັນສະໝຽນກອງບັນ
ຊາການທະຫານ ເມືອງຂວາ ແລະ ຢູ່ພະແນກກອງຫຼອນເມືອງ, 1975-1976 ເປັນ ຫົວໜ້າ ການເມືອງ ກອງບັນຊາການທະຫານເມືອງຂວາ ທັງເປັນກໍາມະການພັກເມືອງ,
1976-1978 ຮຽນວຽກງານປ້ອງກັນພາຍໃນ ຢູ່ ສສ ຫວຽດນາມ, 1978-1987 ເປັນພະນັກງານຊ່ວຍວຽກ ແລະ ເປັນຮອງ ຫົວໜ້າ ພະແນກຄົ້ນຄວ້າສັງລວມ- ແຜນ
ການກົມປ້ອງກັນພາຍໃນ ກອງທັບ, 1987-1993 ເປັນ ຄະນະໜ່ວຍພັກ, ຄະນະພັກຮາກຖານ 4 ກົມກາງ, ຫົວໜ້າພະແນກຄົ້ນຄວ້າສັງລວມ-ແຜນການ ກົມປ້ອງກັນ
ພາຍໃນກອງທັບ, 1994-2012 ເປັນຮອງເລຂາ ຄະນະພັກຮາກຖານ, ເປັນຮອງ ຫົວໜ້າ ກົມປ້ອງກັນພາຍໃນກອງທັບ, 2012-2020 ເປັນເລຂາໜ່ວຍພັກ, ເລຂາຄະ
ນະພັກຮາກຖານ, ເປັນຫົວໜ້າກົມປ້ອງກັນ ພາຍໃນກອງທັບ.

     ຕະຫຼອດໄລຍະເວລາທີ່ ສະຫາຍ ພົນຈັດຕະວາ ບຸນລ້ຽງ ແສງພະຈັນ ເຈັບເປັນກະທັນຫັນ ແພດໝໍ ແລະ ເພື່ອນມິດສະຫາຍ ໄດ້ຊ່ວຍກອບກູ້ເອົາຊີວິດຂອງ ສະຫາຍ
ຈົນສຸດຂີດຄວາມສາມາດ. ດ້ວຍຜົນງານ ແລະ ຄຸນງາມຄວາມດີ ທີ່ສະຫາຍໄດ້ປະກອບສ່ວນອຸທິດຕົນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດຢ່າງ
ສະໝໍ່າສະເໝີມານັ້ນ ສະຫາຍ ພົນຈັດຕະວາ ບຸນລ້ຽງ ແສງພະຈັນ ຈຶ່ງໄດ້ຮັບການຍ້ອງຍໍຈາກພັກ-ລັດ ດ້ວຍຮູບການຍ້ອງຍໍປະເພດຕ່າງໆ ມີດັ່ງນີ້: ຫຼຽນໄຊຊະນະເລີດ ຊັ້ນ
II 1 ໜ່ວຍ, ຫຼຽນໄຊອິດສະຫຼະ ຊັ້ນ II 3 ໜ່ວຍ, ຫຼຽນໄຊອິດສະຫຼະ ຊັ້ນ III 9 ໜ່ວຍ, ຫຼຽນໄຊແຮງງານ ຊັ້ນ II 3 ໜ່ວຍ, ຫຼຽນໄຊແຮງງານ ຊັ້ນ III 6 ໜ່ວຍ, ຫຼຽນໄຊ
ພິລະອາດຫານ ຊັ້ນ II 3 ໜ່ວຍ, ຫຼຽນໄຊພິລາດອາດຫານ ຊັ້ນ III 3 ໜ່ວຍ, ຫຼຽນກາຕໍ່ຕ້ານອາເມຣິກາ, ຫຼຽນກາແຮງງານ 3 ໜ່ວຍ, ຫຼຽນກາລະນຶກ 50 ປີ ກອງທັບ 1
ໜ່ວຍ, ຫຼຽນກາ 60 ປີ ກອງທັບ 1 ໜ່ວຍ, ຫຼຽນກາ 70 ປີ ກອງທັບ 1 ໜ່ວຍ, ຫຼຽນກາ ປກສ 1 ໜ່ວຍ, ຫຼຽນກາແນວລາວ ສ້າງຊາດ 1 ໜ່ວຍ, ຫຼຽນກາ ເມືອງວຽງໄຊ
ຄົບຮອບ 50 ປີ 1 ໜ່ວຍ, ໃບຍ້ອງຍໍແຂວງຜົ້ງສາ ລີ 2 ໃບ, ໃບຍ້ອງຍໍກອງບັນຊາການສູງສຸດກອງທັບປົດປ່ອຍປະຊາຊົນລາວ 4 ໃບ, ໃບຍ້ອງຍໍ ກະຊວງປ້ອງກັນປະເທດ
2 ໃບ ພ້ອມ ທັງໄດ້ຮັບການຍ້ອງຍໍຈາກຕ່າງປະເທດ ອ້າຍນ້ອງຈໍານວນໜຶ່ງຄື: ຫຼຽນກາ ປະທານໂຮ່ຈີມິນ 2 ໜ່ວຍ.