ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂຮງຮຽນທະຫານຊາຍແດນ “ 712 ” ເປີດຊຸດອົບຮົມກໍ່ສ້າງນາຍສິບທະຫານຊາຍແດນ ຊຸດທີ I

     ໂຮງຮຽນທະຫານຊາຍແດນ 712 ໄດ້ເປີດຊຸດອົບຮົມກໍ່ສ້າງນາຍສິບທະຫານຊາຍແດນຊຸດທີ I ປະຈໍາສົກຮຽນ 2018-2019, ໂດຍການເປັນກຽດເຂົ້າຮ່ວມຂອງ
ທ່ານ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ພົນຈັດຕະວາ
ຫງວຽນ ວັນ ນາມ ຮອງຜູ້ບັນຊາການ ຫົວໜ້າເສນາທິການກອງບັນຊາການທະຫານຊາຍແດນຫວຽດນາມ, ມີຕາງໜ້າ 4 ກົມໃຫຍ່, ກົມທະຫານຊາຍແດນ, ຄະນະນຳ
ແຂວງບໍລິຄຳໄຊ, ອຳນາດການປົກຄອງເມືອງທ່າພະບາດ, ບ້ານອ້ອມຂ້າງ, ພ້ອມດ້ວຍຄະນະພັກ-ຄະນະອຳນວຍການໂຮງຮຽນ, ຕະຫຼອດຮອດຄູອາຈານ ແລະ ນັກຮຽນ
ເຂົ້າຮ່ວມ.


ພົນໂທ ສຸວອນ ເລືອງບຸນມີ ເຂົ້າຮ່ວມເປີດຊຸດອົບຮົມກໍ່ສ້າງນາຍສິບທະຫານຊາຍແດນຊຸດທີ I ປະຈໍາສົກຮຽນ 2018-2019

     ໃນການເປີດອົບຮົມ ພັນໂທ ຈັນພອນ ທອງສອນ ຫົວໜ້າພະແນກອົບຮົມໂຮງຮຽນທະຫານຊາຍແດນ 712 ໄດ້ຜ່ານແຜນການອົບຮົມກໍ່ສ້າງນາຍສິບທະຫານຊາຍ
ແດນຊຸດທຳອິດປະຈຳສົກຮຽນ 2018-2019 ເຊິ່ງມີນັກຮຽນທັງໝົດ 112 ສະຫາຍ ທີ່ມາຈາກ 83 ກົມກອງ 17 ແຂວງທົ່ວປະເທດ, ກຳນົດເວລາອົບຮົມກໍ່ສ້າງແມ່ນ 12
ເດືອນ, ສຳລັບເນຶ້ອໃນໂຄງການຫຼັກສູດການຮຽນແມ່ນແບ່ງອອກເປັນ 3 ໝວດຄື: ໝວດຄວາມຮູ້ທົ່ວໄປ 97 ວັນ ເທົ່າກັບ 6,99%, ໝວດຄວາມຮູ້ພື້ນຖານວິຊາສະເພາະ
561 ຊົ່ວໂມງ ເທົ່າກັບ 40,47% ແລະ ໝວດຄວາມຮູ້ວິຊາສະເພາະ 710 ຊົ່ວໂມງ ເທົ່າກັບ 51,22%, ຄາດໝາຍເສັງຈົບຊັ້ນໃຫ້ໄດ້ 100%, ສ້າງນັກຮຽນດີ-ຮຽນເກັ່ງ
ໃຫ້ໄດ້ 60-80%, ສ້າງຜູ້ບັນຊາໝູ່ເກັ່ງໃຫ້ໄດ້ 80-90% ແລະ ສ້າງຄູສອນດີ-ສອນເກັ່ງໃຫ້ໄດ້ 80% ຂຶ້ນໄປ.

     ການອົບຮົມກໍ່ສ້າງກໍເພື່ອຮັບປະກັນຈັດຕັ້ງປະຕິບັດແຜນການກໍ່ສ້າງນາຍສິບໃຫ້ໄດ້ຕາມໂຄງການຫຼັກສູດກໍ່ສ້າງນາຍສິບທະຫານຊາຍແດນລະບົບ 1 ປີ ຂອງກົມ
ໃຫຍ່ເສນາທິການກອງທັບວາງອອກ, ເພື່ອສ້າງ ແລະ ປັບປຸງກຳລັງທະຫານຊາຍແດນໃຫ້ມີລະດັບຄວາມຮູ້ຄວາມສາມາດທາງດ້ານວິຊາສະເພາະ, ມີຄວາມໜັກແໜ້ນທາງ
ດ້ານການເມືອງແນວຄິດ, ສາມາດຕອບສະໜອງໄດ້ຕາມຄວາມຮ້ອງຕ້ອງການຂອງໜ້າທີ່ການເມືອງໃນສະເພາະໜ້າ ແລະ ຍາວນານ, ແນໃສ່ເຝິກຝົນຫຼໍ່ຫຼອມຄຸນສົມບັດ
ສິນທຳປະຕິວັດແບບແຜນວິທີເຮັດວຽກຂອງຜູ້ບັນຊາຂັ້ນໝູ່ໃຫ້ເປັນລະບົບ ແລະ ມີວິທະຍາສາດ ເພື່ອນຳເອົາໄປຈັດຕັ້ງຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານຕົວຈິງຂອງກົມ
ກອງໃຫ້ມີປະສິດທິຜົນ.