ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດຖະມົນຕີກະຊວງປ້ອງກັນປະເທດໂອ້ລົມນາຍທະຫານຂັ້ນ​ສູງ​ທີ່​ໄດ້​ຮັບ​ການ​ເລື່ອນ​ຊັ້ນ


   ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການ ກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໂອ້ລົມຫຼາຍບັນຫາສໍາຄັນໃນໂອ
ກາດປະກາດເລື່ອນຊັ້ນ ພັນໂທ ຂຶ້ນ ພັນເອກ ໃຫ້ນາຍທະຫານຂັ້ນສູງ ໃນທົ່ວກອງທັບ, ພ້ອມທັງໄດ້ເນັ້ນໜັກໃຫ້ນາຍທະຫານ ທີ່ໄດ້ຮັບການເລື່ອນຊັ້ນໃໝ່ ໃນຄັ້ງນີ້, ຈົ່ງ
ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງ ທາງດ້ານຄຸນທາດການເມືອງ-ຄຸນສົມບັດສິນທໍາປະຕິ
ວັດໃຫ້ໜັກແໜ້ນ, ຍົກສູງຄວາມເປັນຫຼັກແຫຼ່ງໃນການເຕົ້າໂຮມຄວາມສາມັກຄີໃຫ້ແໜ້ນແຟ້ນ, ສືບຕໍ່ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງແທດເໝາະກັບຕົວ
ຈິງບົນພື້ນຖານປະຕິບັດຕາມຫຼັກການລວມສູນ ປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ ບຸກຄົນຮັບຜິດຊອບ, ມີແບບແຜນດໍາລົງຊີວິດທີ່ປອດໃສຂາວສະອາດທັນສະໄໝ,
ເປັນແບບຢ່າງໃນການຈັດຕັ້ງປະຕິບັດຕາມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ ຄະນະພັກ ກະຊວງປ້ອງກັນປະເທດ ວາງອອກຕາມພາລະບົດບາດຂອງກົມກອງຕົນໃຫ້ໄດ້ຮັບ
ຜົນສໍາເລັດເປັນກ້າວໆ.

     ພິທີດັ່ງກ່າວໄດ້ຈັດຂຶ້ນ ໃນວັນ ທີ 3 ກັນຍາ 2019 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ມີຕາງໜ້າບັນດາກົມໃຫຍ່, ຫ້ອງ
ວ່າການ ກະຊວງ, ບັນດາກົມນ້ອຍ ແລະ ນາຍທະຫານຂັ້ນສູງ ທີ່ໄດ້ຮັບການເລື່ືອນຊັ້ນເຂົ້າຮ່ວມ.

   ສໍາລັບນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນຈາກ ພັນໂທ ຂຶ້ນ ພັນເອກ ໃນຄັ້ງນີ້ມີ 37 ສະຫາຍຄື: ສະຫາຍ ນາງ ທອງສີ ວົງພະຈັນ ຮອງຫົວໜ້າ ກົມຮັກສາສຸຂະ
ພາບ ສູນກາງຫ້ອງວ່າການກະຊວງ, ສະຫາຍ ບຸນຫຼາຍ ອຸດົມຮຸນ ຫົວໜ້າ ຫ້ອງການກອງພົນທີ 3, ສະ ຫາຍ ວິລ່ຽມ ວົງທິສານ ຫົວໜ້າ ການເມືອງກອງບັນຊາການທະ
ຫານແຂວງ ຫຼວງພະບາງ, ສະຫາຍ ຄໍາພາ ດວງພະຈັນ ຫົວໜ້າ ການທະຫານ ກອງສິລະປະກອນ ກອງທັບ, ສະຫາຍ ຄໍາພຽນ ຈິດ ຕະສຸບັນດິດ ຮອງຫົວໜ້າ ກົມກຳລັງ
ພົນ, ສະຫາຍ ອຸ່ນຄໍາ ສີແຫວນວົງສັກ ຮອງຫົວໜ້າ ກົມຊາຍແດນ, ສະຫາຍ ບຸນປອນ ລົມພະຈັນ ຮອງຫົວໜ້າ ກົມລົດ ຕັງ-ຍານເກາະ, ສະຫາຍ ອານຸສອນ ສຸລິຍະແສງ
ຮອງຫົວໜ້າ ກົມສື່ສານ, ສະຫາຍ ບຸນເພັງ ເທບພະພອນ ຮອງຫົວໜ້າ ກົມກຳລັງ ພົນ, ສະຫາຍ ປາດຖະໜາ ບຸດທິຈັກ ຮອງຫົວໜ້າ ຫ້ອງການກົມໃຫຍ່ເສນາທິການ, ສະ
ຫາຍ ບຸນເພັງ ແກ້ວນາທີ ປະທານ ສານທະຫານພາກກາງ, ສະຫາຍ ບົວສີ ສີວົງສາ ຫົວໜ້າ ອົງການໄອຍະການທະຫານພາກກາງ, ສະຫາຍ ຄໍາປານ ໂພສີຄໍາ ຮອງຫົວໜ້າ
ຫ້ອງການບໍລິຫານ ກົມໃຫຍ່ການເມືອງກອງທັບ, ສະຫາຍ ນາງ     ໄພວອນ ອິນທະບຸດ ຫົວໜ້າ ຫ້ອງການແມ່ຍິງ ກອງທັບ, ສະຫາຍ ວັນ ສີເຟືອງ ປະທານສານ ທະຫານ
ພາກເໜືືອ, ສະຫາຍ ຈັນທະວິໄຊ ນາມມະວົງສາ ປະທານ ສານທະຫານພາກໃຕ້, ສະຫາຍ ໄຊພອນ ຄຸນທິດາ ຫົວໜ້າ ອົງການໄອຍະການທະຫານ ພາກເໜືອ, ສະຫາຍ
ຂາວມະນີ ສີພອນ ເລຂາສະເພາະ ລັດຖະມົນຕີ ກະຊວງປ້ອງກັນປະເທດ, ສະຫາຍ ຄໍາແຫວນ ຫຼ້າບົວມະຫາໄຊ ຫົວໜ້າ ຫ້ອງການກົມໃຫຍ່ພະລາທິການ ກອງທັບ, ສະ
ຫາຍ ບຸດສະດີ ອິນທະລັງສີ ຮອງຫົວໜ້າ ກົມແຜນການການເງິນ, ສະຫາຍ ສຸລິວົງ ລັດວິໄລ ຫົວໜ້າການ ເມືອງ ວິທະຍາຄານການແພດ ກອງທັບ, ສະຫາຍ ຈອມເພັດ
ໄຊຍະສຸກ ຫົວໜ້າ ກົມເສນາພະລາ-ເຕັກນິກ ກົມໃຫຍ່ເຕັກນິກ ກອງທັບ, ສະຫາຍ ຄໍາແປງ ບົວລະບັດ ຫົວໜ້າ ກົມຄຸ້ມຄອງລົດ, ກົມໃຫຍ່ ເຕັກນິກ, ສະຫາຍ ເພັດລະ
ຄອນ ມະນີຈັນ ຫົວໜ້າ ໂຮງງານປະສານເຫຼົ່າຫຼວງພະບາງ, ສະຫາຍ ສອນເພັດ ພົມຫຼວງສີ ເລຂາສະເພາະ ລັດຖະມົນຕີ ກະຊວງປ້ອງກັນປະເທດ, ສະຫາຍ ວົງຈັນ ພັນຈັນ
ທະມານ ຮອງຫົວໜ້າ ການ ເມືອງກອງພົນທີ 1, ສະຫາຍ ຈັນແດງ ຂຸນຍຸລາດ ຮອງຫົວໜ້າ ການເມືອງກອງ ພົນທີ 4, ສະຫາຍ ສີປະເສີດ ເຜີຍຄໍາສິງ ຮອງຫົວໜ້າ ການ
ເມືອງ ກອງພົນທີ 5, ສະຫາຍ ຂັນທີ ສະໜາມອຸ່ນ ຮອງຫົວໜ້າ ການທະຫານກອງພົນທີ 5, ສະຫາຍ ມອນໄທ ສະລິດໄຊ ຫົວໜ້າ ການທະຫານ ກອງພັນ ໃຫຍ່ 584, ສະ
ຫາຍ ຄໍາສຸກ  ໄຊມວນສິນ ຫົວໜ້າ ການທະຫານ ກອງພັນໃຫຍ່ 497, ສະຫາຍ ຫຸມພັນ ແກ້ວວັງລາດ ຮອງຫົວໜ້າການເມືອງ ກອງບັນຊາການ ທະຫານແຂວງ ຫຼວງນໍ້າ
ທາ, ສະຫາຍ ແປ້ນຄໍາ ບຸດຈັນແພງ ຮອງຫົວໜ້າການເມືອງກອງບັນຊາການທະຫານ ແຂວງຫຼວງພະບາງ, ສະຫາຍ ໂສພາ ໂພໄຊຍະ ຮອງຫົວໜ້າ ການເມືອງກອງບັນຊາ
ການທະຫານ ແຂວງ ສາລະວັນ, ສະຫາຍ ດາວນ້ອຍ ບຸດບົວທອງ ຮອງຫົວໜ້າ ການເມືອງ ກອງບັນຊາການທະຫານ ແຂວງໄຊຍະບູລີ, ສະຫາຍ ບຸນຈັນ ສີຫາວົງ ຫົວໜ້າ
ການທະຫານ ກອງບັນຊາການທະຫານ ແຂວງອັດຕະປື ແລະ ສະຫາຍ ສອນທັນ ສຸວົງໄຊ ຮອງຫົວໜ້າ ການທະຫານວິທະຍາຄານພະລາທິການ ກອງທັບ.