ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມຜູ້ແທນຊາວໜຸ່ມທົ່ວກອງທັບ ຄັ້ງທີ VIII ສຳ​ເລັດ​ລົງ​ດ້ວຍໝາກຜົນ​ຈົບງາມ


ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າ ກົມໃຫຍ່ການເມືອງກອງທັບ ​ເປັນ​ປະທານ

     ກອງປະຊຸມຜູ້ແທນຊາວໜຸ່ມທົ່ວກອງທັບ ຄັ້ງທີ VIII ໄຂຂຶ້ນໃນ ວັນທີ 3 ກັນຍາ 2020 ນີ້, ໂດຍ ການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນໂທ ປອ ທອງລອຍ
ສິລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າ ກົມໃຫຍ່ການເມືອງກອງທັບ, ມີ ທ່ານ ອາລຸນໄຊ ສູນນະລາດ ກຳມະການສໍາຮອງ
ສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ມີບັນດາສະຫາຍ ໃນຄະນະກົມໃຫຍ່, ຫ້ອງວ່າການກະຊວງ, ບັນດາຊາວໜຸ່ມແຮກສ່ຽວ,
ຄະນະພັກ-ຄະນະບັນຊາ ກົມກອງກໍາລັງຫຼວງ, ພະນັກງານປະຕິວັດອາວຸໂສ, ແຂກຮັບເຊີນ ແລະ ຜູ້ແທນສົມບູນ ທີ່ເປັນຕົວແທນໃຫ້ແກ່ສະມາຊິກຊາວໜຸ່ມທົ່ວກົມກອງກຳ
ລັງຫຼວງເຂົ້າຮ່ວມ.

     ໃນກອງປະຊຸມ ໄດ້ຮັບຟັງບົດລາຍງານການເມືອງທັງສອງພາກທີ່ສະເໜີໂດຍ ສະຫາຍ ພັນໂທ ສຸດໃຈ ມະຫາວົງເລຂາທິການ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ,
ຫົວໜ້າ ຫ້ອງການຊາວໜຸ່ມກອງທັບ ເຊິ່ງບົດລາຍງານການເມືອງໄດ້ສຸມໃສ່ຕີລາຄາຄືນຢ່າງພາວະວິໄສຕໍ່ຜົນສໍາເລັດຜ່ານການຈັດຕັ້ງປະຕິບັດ ມະຕິກອງປະຊຸມຜູ້ແທນ
ຊາວໜຸ່ມທົ່ວກອງທັບ ຄັ້ງທີ VII ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ ຄະນະພັກກະຊວງປ້ອງກັນປະເທດ ວາງອອກໃນໄລຍະ 5 ປີຜ່ານມາ, ບັນຫາສໍາຄັນແມ່ນໄດ້ເອົາ
ໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກຊາວໜຸ່ມ-ໄວໜຸ່ມ ສອດຫ້ອຍໃນທຸກຂົງເຂດວຽກງານ, ເອົາໃຈໃສ່ປັບປຸງໂຄງປະກອບການຈັດຕັ້ງຊາວໜຸ່ມແຕ່ລະ
ຂັ້ນໃຫ້ມີຄວາມໜັກແໜ້ນເຂັ້ມແຂງໃນທຸກດ້ານ, ປັບປຸງແບບແຜນວິທີເຮັດວຽກຂອງ ຄະນະນໍາຊາວໜຸ່ມ, ພ້ອມທັງກຳນົດພາລະບົດບາດ, ສິດ, ໜ້າທີ່ ຂອງການຈັດຕັ້ງ
ຊາວໜຸ່ມແຕ່ລະຂັ້ນໃຫ້ສາມາດເຄື່ອນໄຫວຕາມພາລະບົດບາດຂອງຕົນ, ປັດຈຸບັນ, ຈໍານວນສະມາຊິກຊາວໜຸ່ມທົ່ວກອງທັບ (ສະເພາະກຳລັງ ຫຼວງ) ທຽບໃສ່ຄັ້ງຜ່ານມາ
ເພີ່ມຂຶ້ນ 17,01%, ການຈັດຕັ້ງຊາວໜຸ່ມຂັ້ນໜ່ວຍເພີ່ມຂຶ້ນ 19,54%, ຂະຫຍາຍສະມາຊິກຊາວໜຸ່ມໃໝ່ ໄດ້ 52,56%, ຂະຫຍາຍສະມາຊິກຊາວໜຸ່ມດີເດັ່ນເຂົ້າພັກ
ໄດ້ 13,02%, ອະນຸມັດສະມາຊິກຊາວໜຸ່ມພົ້ນກະສຽນ 3.110 ສະຫາຍ, ສະມາຊິກຊາວໜຸ່ມ-ໄວໜຸ່ມໄດ້ປະກອບສ່ວນອັນສໍາຄັນ ໃນການເຮັດສໍາເລັດໜ້າທີ່ການ ເມືອງ
ຂອງກອງທັບ.

     ຊາວໜຸ່ມຍາມໃດກໍເປັນເຈົ້າການຈັດຕັ້ງປະຕິບັດ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ລົງກໍ່ສ້າງຮາກຖານການເມືອງ ພັດທະນາ
ຊົນນະບົດຮອບດ້ານ ຕາມມະຕິ 3 ສ້າງ ແລະ 4 ເນື້ອໃນ 4 ຄາດໝາຍ ເພື່ອຕ້ານສະກັດກັ້ນການເຄື່ອນໄຫວຂອງກຸ່ມຄົນບໍ່ຫວັງດີທີ່ຫວັງມ້າງເພທໍາລາຍລະບອບໃໝ່ຂອງ
ພວກເຮົາ, ເປັນກຳລັງຫຼັກແຫຼ່ງໃນການຕ້ານ ແລະ ກອບກູ້ໄພພິບັດທາງທໍາມະຊາດ ທີ່ເກີດຂຶ້ນໃນຂອບເຂດທົ່ວປະເທດ, ພ້ອມກັນນັ້ນ, ກໍໄດ້ເປັນເຈົ້າການເຮັດໜ້າທີ່ປ້ອງ
ກັນທີ່ຕັ້ງຂອງກົມກອງ, ບັນດາ ເສັ້ນທາງຍຸດທະສາດ, ການນໍາພັກ-ລັດ, ວັນບຸນປະຫວັດສາດ, ບຸນປະເພນີ, ກອງປະຊຸມລະດັບ ຊາດ, ລະດັບສາກົນທີ່ ສປປ ລາວ ເປັນ
ເຈົ້າພາບ, ງານມະຫາກຳກີລາຕ່າງໆ ສາມາດຮັບປະກັນຄວາມສະຫງົບປອດໄພ 100%, ເປັນເຈົ້າການຈັດຕັ້ງປະຕິບັດແຜນການອົບຮົມ-ຫັດແອບປັບປຸງລະບຽບແບບ
ແຜນ ເພື່ອໃຫ້ມີຄວາມຊໍານານທາງດ້ານສິລະປະຍຸດ-ຍຸດທະວີທີ ແລະ ວິຊາສະເພາະຂອງແຕ່ລະເຫຼົ່າຮົບ ຮັບປະກັນການກຽມພ້ອມສູ້ຮົບໃຫ້ມີຄຸນນະພາບ, ດ້ານການຈັດ
ຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ ສາມາດຕີລາຄາຜົນໄດ້ຮັບຄື: ການຈັດຕັ້ງຊາວໜຸ່ມນໍາໜ້າ 4 ບຸກກວມເອົາ 86,13%, ປະເພດແຂງກວມເອົາ 11,81%, ກາງກວມ
ເອົາ 2,06%, ສະມາຊິກຊາວໜຸ່ມນໍາໜ້າ 4 ບຸກກວມ ເອົາ 88,68%, ແຂງກວມເອົາ 7,70% ແລະ ກາງກວມເອົາ 3,58%, ຄະນະຊາວໜຸ່ມກອງທັບ ໄດ້ຮັບການຢັ້ງຢືນ
4 ບຸກ 3 ປີ ຕິດຕໍ່ກັນ ແລະ ໄດ້ຮັບທຸງໄຊນໍາໜ້າ 4 ບຸກ 1 ຜືນ, ໄປພ້ອມກັນນັ້ນ, ກໍໄດ້ເອົາໃຈໃສ່ຊີ້ນໍາຄະນະນໍາຊາວໜຸ່ມແຕ່ລະຂັ້ນຕະຫຼອດຮອດສະມາຊິກຊາວໜຸ່ມ ໃຫ້
ເອົາໃຈໃສ່ເພີ່ມພູນຜະລິດຜົນຕາມເງື່ອນໄຂທ່າແຮງບົ່ມຊ້ອນຂອງແຕ່ລະກົມກອງ ເພື່ອເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃຫ້ໄດ້ໂດຍພື້ນ
ຖານ, ຊາວໜຸ່່ມກອງທັບຍັງມີກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນລວມທັງໝົດມີ 25 ຮາກຖານ. ມີເງິນກອງທຶນທັງໝົດ 8,9 ຕື້ ກວ່າກີບ, ສະເພາະຂັ້ນກະຊວງມີເງິນຕົ້ນ
ທຶນທັງໝົດ 3,5 ຕື້ກີບ, ໄດ້ສໍາເລັດການສ້າງຕັ້ງໂຮງງານນໍ້າດື່ມບໍລິສຸດຊາວໜຸ່ມກອງທັບ ແລະ ເປີດນໍາໃຊ້ນັບແຕ່ປີ 2017 ເປັນຕົ້ນມາ, ສາມາດສ້າງລາຍຮັບຈາກການ
ຜະລິດນໍ້າດື່ມໄດ້ 98 ລ້ານກວ່າກີບ ແລະ ໄດ້ປະກອບສ່ວນຊ່ວຍເຫຼືອສັງ ຄົມ, ນະໂຍບາຍພະນັກງານການນໍາລວມມູນຄ່າ 49 ລ້ານກວ່າ ກີບ. ນອກຈາກນີ້, ຍັງໄດ້ເອົາ
ໃຈໃສ່ຊີ້ນໍາການສ້າງຂະບວນການດ້ານຕ່າງໆເປັນຕົ້ນແມ່ນຂະບວນການແຂ່ງຂັນກີລາ, ສິລະປະ-ວັນນະຄະດີ, ຂະບວນການແຮກສ່ຽວ ແລະ ຂະບວນການຕອບບຸນແທນ
ຄຸນ-ຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ, ເອົາໃຈໃສ່ຕໍ່ການພົວພັນຮ່ວມມືກັບຕ່າງປະເທດ ແລະ ວຽກງານອື່ນໆຕາມພາລະບົດບາດຂອງຊາວໜຸ່ມ.

     ກອງປະຊຸມຄັ້ງນີ້, ໄດ້ຮັບຮອງເອົາບົດລາຍງານການເມືອງ ຜ່ານການຈັດຕັ້ງປະຕິບັດມະຕິກອງປະຊຸມຜູ້ແທນຊາວໜຸ່ມທົ່ວກອງທັບຄັ້ງທີ VII ໃນໄລຍະ 5 ປີຜ່ານມາ,
ທິດທາງແຜນການ, ຄາດໝາຍສູ້ຊົນໃນຊຸມປີຕໍ່ໜ້າ (2020-2025) ແລະ ຮັບຮອງເອົາຜູ້ແທນສົມບູນ 25 ສະຫາຍ, ສໍາຮອງ 10 ສະຫາຍ ເພື່ອໄປເຂົ້າຮ່ວມກອງປະຊຸມ
ໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດຄັ້ງທີ VIII ທີ່ຈະໄຂຂຶ້ນໃນຕໍ່ໜ້າ.

     ໃນກອງປະຊຸມຍັງ, ໄດ້ມອບທຸງໄຊນໍາໜ້າ 4 ບຸກຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໃຫ້ ຄະນະຊາວໜຸ່ມກອງທັບ ທີ່ສາມາດຮັກສາໄດ້ນາມມະຍົດ 4 ບຸກ
3 ປີຕິດຕໍ່ກັນ (2017-2019), ໂດຍແມ່ນ ທ່ານ ອາລຸນໄຊ ສູນນະລາດ ກຳມະການສໍາ ຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດ
ລາວເປັນຜູ້ມອບຢ່າງສົມກຽດ.

     ໂອກາດເຂົ້າຮ່ວມປິດກອງປະ ຊຸມດັ່ງກ່າວ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການ ກົມການເມືອງສູນກາງພັກ, ລັດຖະມົນຕີ ກະຊວງປ້ອງກັນປະເທດ,
ໄດ້ເປັນກຽດໂອ້ລົມຕໍ່ກອງປະຊຸມ, ເຊິ່ງກ່ອນອື່ນ ສະຫາຍ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສໍາເລັດຂອງກອງປະຊຸມຜູ້ແທນຊາວໜຸ່ມທົ່ວກອງທັບຄັ້ງນີ້, ພ້ອມທັງ
ໄດ້ຮຽກຮ້ອງໃຫ້ຄະນະນໍາຊາວໜຸ່ມແຕ່ລະຂັ້ນ ສຸມໃສ່ເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ຖັນແຖວຊາວໜຸ່ມ-ໄວໜຸ່ມ ໃນທົ່ວກອງທັບ ເຊື່ອມຊຶມກໍາແໜ້ນ
ແນວທາງປ່ຽນແປງໃໝ່ຂອງພັກ, ຂອງກອງທັບ, ເພີ່ມທະວີບົດບາດໃນການເຄື່ອນໄຫວ ແລະ ສ້າງຂະບວນການດ້ານຕ່າງໆ ຂອງຊາວໜຸ່ມໃຫ້ພົ້ນເດັ່ນ, ສ້າງໃຫ້ໄດ້ສະມາ
ຊິກຊາວໜຸ່ມທີ່ດີເດັ່ນ, ສຸມໃສ່ກວດກາປັບປຸງກໍ່ສ້າງການຈັດຕັ້ງຊາວໜຸ່ມ ແຕ່ລະຂັ້ນ ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ໃນທຸກດ້ານສາມາດນໍາພາຊາວໜຸ່ມເຄື່ອນໄຫວ
ວຽກງານ ໄດ້ຢ່າງແຂງແຮງ, ຍາມໃດກໍຕ້ອງສ້າງເງື່ອນໄຂນໍາເອົາຊາວໜຸ່ມເຂົ້າສູ່ຂະບວນການ, ປຸກລະດົມສົ່ງເສີມລັກສະນະຕັ້ງໜ້າ, ເປັນເຈົ້າການຕື່ນຕົວສະໝັກໃຈ ແລະ
ປະດິດສ້າງຂອງສະມາຊິກຊາວໜຸ່ມຢ່າງແຂງແຮງ, ເອົາໃຈໃສ່ ປັບປຸງແບບແຜນວິທີເຮັດວຽກ, ການດໍາເນີນຊີວິດການເມືອງ ແລະ ຂະຫຍາຍສະມາຊິກ ຊາວໜຸ່ມ ໂດຍຖື
ເອົາຄຸນນະພາບເປັນກົກ, ປະລິມານເປັນສໍາຄັນ, ຊາວໜຸ່ມຕ້ອງມີຄວາມອົດທົນຜ່ານຜ່າອຸປະສັກ ຫຍຸ້ງຍາກຕ່າງໆ ເພື່ອເຮັດສໍາເລັດໜ້າທີ່ການເມືອງຂອງຕົນ, ບັນຫາສໍາຄັນ
ແມ່ນ ພ້ອມກັນສືບຕໍ່ນໍາເອົາເນື້ອໃນຈິດໃຈກອງປະຊຸມຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງ ໃຫ້ເກີດໝາກຜົນ ແລະ ຍາດໄດ້ຜົນສໍາເລັດຍິ່ງໃຫຍ່ກວ່າເກົ່າ.