ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພິທີມອບ-ຮັບອະນຸສອນສະຖານຄຸກກັກຂັງທ່ານຜູ້ນໍາ​ໃຫ້​ກົມ​ໃຫ່ຍການ​ເມືອງ​ກອງທັບ


     ວັນທີ 3 ກັນຍາ 2020 ນີ້, ທີ່ກະຊວງປ້ອງກັນປະເທດໄດ້ມີພິທີມອບ-ຮັບອະນຸສອນສະຖານຄຸກກັກຂັງທ່ານຜູ້ນໍາ-ພັກແນວລາວຮັກຊາດ ຂອງລັດຖະບານຫຸ່ນຂາຍ
ຊາດລະຫວ່າງ ກົມວິທະຍາສາດ-ປະຫວັດສາດ ການທະຫານ ແລະ ກົມໃຫຍ່ການເມືອງກອງທັບ ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຕີ ສອນທອງ ພົມລາວົງ ກໍາມະ
ການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າ ກົມວິທະຍາສາດ-ປະຫວັດສາດ
ການທະຫານພ້ອມດ້ວຍ ຫົວໜ້າ ກອງ ຫ້ອງການເຂົ້າຮ່ວມ.

     ໃນພິທີ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ໄດ້ຂຶ້ນຜ່ານບົດບັນທຶກມອບ-ຮັບ ກ່ອນໜ້ານັ້ນລະຫວ່າງ ກະຊວງປ້ອງກັນປະເທດ ແລະ ບໍລິສັດສຸພັດທອນທີ່ປຶກ
ສາ ແລະ ບໍລິການຄົບວົງຈອນເປັນຜູ້ຮັບໜ້າທີ່ກໍ່ສ້າງອະນຸສອນສະຖານຄຸກກັກຂັງ ບັນດາຜູ້ນໍາແນວລາວຮັກຊາດ, ໃນຕົ້ນປີ 2019 ໂດຍນໍາໃຊ້ງົບປະມານຂອງກະຊວງ
ປ້ອງກັນປະເທດໂດຍກົງ. ຕົ້ນປີ 2020 ການກໍ່ສ້າງໄດ້ສໍາເລັດຕາມແຜນການ ທີ່ວາງໄວ້ ແລະ ໄດ້ມອບ-ຮັບ ໃນກາງປີ 2020 ພາຍຫຼັງມອບ-ຮັບ ແລະ ເປີດອານຸສອນສະ
ຖານຄຸກກັກຂັງບັນດາຜູ້ນໍາແນວລາວຮັກຊາດໃນກາງ ເດືອນ ກໍລະກົດ ເປັນຕົ້ນມາ, ສະເພາະຢູ່ໃນກອງທັບ ແມ່ນໄດ້ຈັດຕັ້ງໃຫ້ພະນັກງານ-ນັກຮົບ ຈາກບັນດາວິທະຍາ
ຄານ, ໂຮງຮຽນການທະຫານ, ບັນດາກົມກອງເຂົ້າມາຢ້ຽມຊົມຢ່າງຕໍ່ເນື່ອງ.

     ຈາກນັ້ນທັງສອງຝ່າຍໄດ້ລົງນາມໃນບົດບັນທຶກມອບ-ຮັບ ເຊິ່ງຕາງໜ້າກົມໃຫຍ່ການເມືອງກອງທັບ ໂດຍແມ່ນ ສະຫາຍ ພົນຕີ ສອນທອງ ພົມລາວົງ ຮອງຫົວໜ້າ
ກົມໃຫຍ່ການເມືອງກອງທັບ ແລະ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມວິທະຍາສາດ-ປະຫວັດສາດການ. ພ້ອມດຽວກັນນັ້ນກົມໃຫຍ່ການເມືອງກອງ
ທັບ ກໍໄດ້ມອບຕໍ່ໃຫ້ຫໍພິພິທະພັນປະຫວັດສາດກອງທັບ ເປັນຜູ້ຄຸ້ມຄອງດູແລຕໍ່ໄປ.