ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ພົນຕີ ປະສິດ ທ່ຽງທຳ ໄດ້ລົງເຄື່ອນໄຫວ
ກະກຽມເຝິກຊ້ອມການສະແດງ ໃນໂອກາດ ວັນຊາດທີ 2 ທັນວາ ຄົບຮອບ 45 ປີ


     ໃນວັນທີ 3 ພະຈິກ 2020 ນີ້, ຢູ່ທີ່ສະໜາມຫັດແອບ ວິທະຍາຄານກົມມະດຳ, ສະຫາຍ ພົນຕີ ປະສິດ ທ່ຽງທຳ ຮອງຫົວໜ້າ ກົມໃຫຍ່ເສນາທິການ
ກອງທັບ ຮອງຫົວໜ້າຄະນະຊີ້ນຳລວມບັນດາກຳລັງເຫຼົ່າຮົບ ກະກຽມເຝິກຊ້ອມການສະແດງໃນໂອກາດ ວັນຊາດທີ 2 ທັນວາ ຄົບຮອບ 45 ປີ ໄດ້ລົງເຄື່ອນ
ໄຫວຕິດຕາມການກະກຽມໃຫ້ທຸກກຳລັງມີຄວາມພ້ອມ 100% ເພື່ອກ້າວເຂົ້າສູ່ສະພາວະເຝິກຊ້ອມຕົວຈິງ ເພື່ອຮັບປະກັນໃນມື້ສະແດງໃຫ້ມີຄວາມປອດ
ໄພ ແລະ ມີຜົນສຳເລັດຢ່າງຈົບງາມ.